ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແຜ່ນດິນໄຫວຂະໜາດແຮງ ສັງຫານປະຊາຊົນ ຢູ່ໃນເທີກີ ແລະ ຊີເຣຍ ຫຼາຍກວ່າ 5,000 ຄົນ


ພາຍຫຼັງຈາກຜົນກະທົບໂດຍແຜ່ນດິນໄຫວທີ່ຮ້າຍແຮງ ໃນເມືອງກາຊຽນເທປ (Gaziantep) ຂອງປະເທດເທີກີ, ວັນທີ 7 ກຸມພາ 2023.
ພາຍຫຼັງຈາກຜົນກະທົບໂດຍແຜ່ນດິນໄຫວທີ່ຮ້າຍແຮງ ໃນເມືອງກາຊຽນເທປ (Gaziantep) ຂອງປະເທດເທີກີ, ວັນທີ 7 ກຸມພາ 2023.

ພວກໜ່ວຍກູ້ໄພໃນເທີກີ ແລະຊີເຣຍ ໄດ້ພາກັນປະຕິບັດງານ ໃນວັນອັງຄານມື້ນີ້ ເພື່ອຊອກຫາຄົນທີ່ລອດຊີວິດ ຊຶ່ງຖືກຖົມຢູ່ໃຕ້ຊາກຫັກພັງຂອງຕຶກອາຄານທີ່ໄດ້ຍຸບລົງໂດຍແຜ່ນດິນໄຫວຂະ​ໜາດແຮງ ທີ່ໄດ້ກະທົບຢູ່ໃນຂົງເຂດດັ່ງກ່າວ ໃນວັນຈັນວານນີ້ ແລະໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ 4,800 ຄົນເສຍຊີວິດ.

ພາຍຫຼັງຈາກນຶ່ງຄືນ ໃນອຸນຫະພູມທີ່ຫລຸດລົງເກືອບເຖິງຂັ້ນເປັນນ້ຳກ້ອນ ຊຶ່ງວັນອັງຄານມື້ນີ້ ໄດ້ມີແຜ່ນດິນໄຫວຂະໜາດນ້ອຍຄວາມແຮງ 4.0 ຫຼື ແຮງກວ່ານີ້ ຫຼາຍກວ່າ 20 ເທື່ອ ທີ່ໄດ້ສັ່ນສະເທືອນພື້ນທີ່ຢູ່ຕາມເຂດຊາຍແດນລະຫວ່າງສອງປະເທດດັ່ງກ່າວ.

ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ ຫຼື WHO ທ່ານເຕໂດຣສ ອາດານົມ ເກເບຣເຢຊຸສ ໄດ້ສະແດງການສະໜັບສະໜຸນ ແກ່ປະຊາຊົນຂອງເທີກີ ແລະຊີເຣຍ “ໃນຊ່ວງເວລາຂອງຄວາມໂສກເສົ້າເສຍໃຈທີ່ບໍ່ອາດພັນລະນາໄດ້ນີ້” ແລະໄດ້ກ່າວວ່າ ຈຳນວນຜູ້ທີ່ເສຍຊີວິດສະທ້ອນເຖິງ “ຄວາມໂສກເສົ້າແລະ ການສູນເສຍທີ່ໄດ້ປະສົບໂດຍບັນດາຄອບຄົວ ໃນເວລານີ້ ຜູ້ທີ່ໄດ້ສູນເສຍແມ່, ພໍ່, ລູກສາວ, ລູກຊາຍ ຢູ່ໃຕ້ຊາກຫັກພັງນັ້ນ-ຫຼືຜູ້ທີ່ບໍ່ຮູ້ເລີຍວ່າ ພວກຄົນຮັກ ແພງຂອງເຂົາເຈົ້ານັ້ນ ແມ່ນຍັງມີຊີວິດຢູ່ ຫຼື ເສຍຊີວິດແລ້ວ.”

ໃນການກ່າວຖະແຫລງທີ່ກອງປະຊຸມຂອງ WHO ຢູ່ນະຄອນເຈນີວາ ທ່ານເຕໂດຣສ ໄດ້ກ່າວວ່າ ອົງການນີ້ ຈະສົ່ງເຮືອບິນຮັບເໝົາຫຼາຍຖ້ຽວໄປຍັງທັງສອງປະເທດ ບັນຈຸດ້ວຍອຸບປະກອນການແພດ ແລະວ່າຕົນຈະເຮັດວຽກເພື່ອສະໜັບສະໜຸນພວກເຂົາເຈົ້າຂະນະທີ່ພວກເຂົາຟື້ນຕົວ ແລະສ້າງສາຄືນໃໝ່.

ພາຍຫຼັງຈາກຜົນກະທົບໂດຍແຜ່ນດິນໄຫວທີ່ຮ້າຍແຮງ ໃນເມືອງກາຊຽນເທປ (Gaziantep) ຂອງປະເທດເທີກີ, ວັນທີ 7 ກຸມພາ 2023.
ພາຍຫຼັງຈາກຜົນກະທົບໂດຍແຜ່ນດິນໄຫວທີ່ຮ້າຍແຮງ ໃນເມືອງກາຊຽນເທປ (Gaziantep) ຂອງປະເທດເທີກີ, ວັນທີ 7 ກຸມພາ 2023.

ທ່ານເວົ້າວ່າ “ໃນຊ່ວງເວລານີ້ ເມື່ອພວກເຮົາຕ້ອງປຸ້ມລຸມກັນເປັນອັນນຶ່ງອັນດຽວ ເປັນນຶ່ງມະນຸດຊາດ ເພື່ອຊ່ອຍຊີວິດຄົນ ແລະຜ່ອນຜັນຄວາມທຸກທະລະມານຂອງປະຊາຊົນຜູ້ທີ່ທຸກອົກທຸກໃຈຫຼາຍຢູ່ແລ້ວ.”

ອົງການຄຸ້ມຄ້ອງໄພຫາຍະນະສຸກເສີນຂອງເທີກີ ໄດ້ກ່າວວ່າ ຕົນໄດ້ປະຕິບັດການທັງທາງບົກ ແລະທາງອາກາດເພື່ອນຳສົ່ງສະບຽງຕ່າງໆ ແລະທີມງານທັງຫຼາຍໄປຍັງພື້ນທີ່ໄດ້ຮັບຜົນກະທົບຈາກແຜນດິນໄຫວນັ້ນ. ຄວາມພະຍາຍາມທັງຫຼາຍເຫຼົ່ານັ້ນ ໄດ້ຮັບການສະໜັບສະໜຸນໂດຍລັດຖະບານຕ່າງໆ ທີ່ຈຳນວນເພີ້ມຂຶ້ນນັບມື້ ແລະອົງການຊ່ອຍເຫຼືອທັງຫຼາຍ ທີ່ໄດ້ສົ່ງທີມງານແລະບຸກຄະລາກອນຂອງຕົນໄປຍັງຂົງເຂດດັ່ງກ່າວ.

ຢູ່ທີ່ການສັນຈອນຕິດຄັດເນື່ອງຈາກຫິມະຢູ່ໃນຫົນທາງລະຫວ່າງຫົວເມືອງຕ່າງໆ ຂອງເຄຍເສເຮຍ (Kirsehir) ແລະ ໄຄເສສຣີ (Kayseri) ນັ້ນ ວີໂອເອພະແນກພາສາເທີກີ ໄດ້ໂອ້ລົມກັບປະຊາຊົນຜູ້ທີ່ກຳລັງເດີນທາງໄປຍັງພື້ນທີ່ຖືກກະທົບ ພ້ອມດ້ວຍເຄື່ອງຊ່ອຍເຫຼືອ.

ທ້າວເຊຕິນ ຄີລິກ ໄດ້ກ່າວຕໍ່ວີໂອເອ ວ່າ ລົດກະບະຂອງລາວ ບັນທຸກຜ້າຫົ່ມແລະອາຫານ.

ລາວເວົ້າວ່າ “ພວກເຮົາຈະເຮັດທຸກສິ່ງທຸກຢ່າງທີ່ຈຳເປັນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG