ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແຜ່ນດີນໄຫວ ໄຕ້ຫວັນ ເຮັດໃຫ້ ຄົນເສຍຊີວິດ 24 ຄົນ ແລະ ບາດເຈັບຫຼາຍກວ່າ 500 ຄົນ


ພະນັກງານກູ້ໄພຫຼາຍພັນຄົນໃນ ເກາະໄຕ້ຫວັນ ຄົ້ນຫາຄົນ
ທີ່ຕິດຄ້າງໃນຕຶກທີ່ຫັກພັງຈາກແຜ່ນດິນໄຫວໃນຕອນເຊົ້າມືດ ທີ່ເມືອງ Tainan, ເກາະໄຕ້ຫວັນ. 6 ກຸມພາ, 2016.
ພະນັກງານກູ້ໄພຫຼາຍພັນຄົນໃນ ເກາະໄຕ້ຫວັນ ຄົ້ນຫາຄົນ ທີ່ຕິດຄ້າງໃນຕຶກທີ່ຫັກພັງຈາກແຜ່ນດິນໄຫວໃນຕອນເຊົ້າມືດ ທີ່ເມືອງ Tainan, ເກາະໄຕ້ຫວັນ. 6 ກຸມພາ, 2016.

ພະນັກງານກູ້ໄພຫຼາຍພັນຄົນໃນ ເກາະໄຕ້ຫວັນ ໄດ້ຄົ້ນຊາກຫັກພັງ ຂອງຕຶກ ອາຄານໃນວັນອາທິດມື້ນີ້ ເພື່ອຊອກຫາຜູ້ລອດຊີວິດຈາກ ເຫດແຜ່ນດິນໄຫວທີ່ຮຸນແຮງເຊິ່ງໄດ້ທຳລາຍເມືອງ Tainan ຢູ່ທາງ ຊາຍຝັ່ງພາກຕາເວັນຕົກສຽງ ໃຕ້ຂອງເກາະດັ່ງກ່າວ.

ບັນດາເຈົ້າໜ້າທີ່ກ່າວວ່າ ແຜ່ນດິນໄຫວທີ່ເກີດຂຶ້ນໃນຕອນເຊົ້າມືດ ຂອງວັນເສົາ ວານນີ້ ມີຄວາມແຮງຂະໜາດ 6 ຈຸດ 4 ໄດ້ເຮັດໃຫ້ປະ ຊາຊົນເສຍຊີວິດຢ່າງໜ້ອຍ 24 ຄົນ ແລະ ໄດ້ຮັບບາດເຈັບຫຼາຍ ກວ່າ 500 ຄົນໃນເມືອງ Tainan, ເຊິ່ງເປັນ ເມືອງທີ່ມີປະຊາຊົນ 2 ລ້ານຄົນ. ຜູ້ທີ່ໄດ້ຮັບເຄາະຮ້າຍສ່ວນໃຫຍ່ແມ່ນມາຈາກຕຶກຫ້ອງ ແຖວ ສູງ 17 ຊັ້ນ ເຊິ່ງພັງລົງມາຈົນເກືອບຈື່ບໍ່ໄດ້. ບັນດາເຈົ້າໜ້າ ທີ່ກ່າວວ່າ ພວກເຂົາເຈົ້າຈະສືບສວນວ່າຕຶກດັ່ງກ່າວ ໄດ້ມີການລະເມີດກົດໝາຍການກໍ່ສ້າງ ຕຶກອາຄານຫຼືບໍ່.

ອີກສອງຕຶກອື່ນໆທີ່ສ່ວນໜຶ່ງໄດ້ພັງລົງມາ ໄດ້ເຮັດໃຫ້ມັນອຽງອອກມາຈາກຖານ ໂຄງສ້າງຂອງ ມັນ, ພ້ອມກັບຊັ້ນທີ່ຕ່ຳກວ່າຂອງມັນຖືກທັບດ້ວຍຊີເມັນ ແລະ ເຫຼັກ ຫຼາຍໂຕນ.

ເຊື່ອກັນວ່າມີປະຊາຊົນຢ່າງໜ້ອຍ 250 ຄົນໄດ້ຢູ່ໃນຫ້ອງອາພາດເມັ້ນຂອງພວກ ເຂົາເຈົ້າໃນ ເວລາທີ່ເກີດແຜ່ນດິນໄຫວນັ້ນ, ແລະ ບັນດາເຈົ້າໜ້າທີ່ໄດ້ກ່າວໃນ ຕອນເຊົ້າຂອງວັນອາທິດມື້ ນີ້ວ່າ ຜູ້ທີ່ອາໄສຢູ່ໃນອາຄານຫຼາຍກວ່າ 120 ຄົນຄິດ ວ່າຈະຍັງຕິດຄ້າງຢູ່ໃນຊາກຫັກພັງຂອງ ຕຶກສູງ 17 ຊັ້ນນັ້ນ, ເຊິ່ງປະຊາຊົນສ່ວນ ໃຫຍ່ແມ່ນຢູ່ໃນຫ້ອງລຸ່ມຂອງຕຶກທີ່ຫັກພັງລົງ.

Taiwan Quake
please wait
Embed

No media source currently available

0:00 0:00:31 0:00

XS
SM
MD
LG