ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ແຜ່ນດິນໄຫວ ໃນໄຕ້ຫວັນ​ ເຮັດໃຫ້ 11 ຄົນ ເສຍຊີວິດ ແລະ ຫຼາຍສິບຄົນ ຕົກຄ້າງຢູ່ຂ້າງໃນ


ພວກກູ້ໄພພວມຊອກຄົ້ນຫາຢູ່ຕາມຕຶກອາຄານທີ່ຍຸບລົງຫຼັງນຶ່ງ ຍ້ອນແຜ່ນດິນໄຫວເຊົ້າມື້ນີ້ ທີ່ເມືອງ Tainan ໃນພາກໃຕ້ ຂອງເກາະໄຕ້ຫວັນ. (6 ກຸມພາ 2016)
ພວກກູ້ໄພພວມຊອກຄົ້ນຫາຢູ່ຕາມຕຶກອາຄານທີ່ຍຸບລົງຫຼັງນຶ່ງ ຍ້ອນແຜ່ນດິນໄຫວເຊົ້າມື້ນີ້ ທີ່ເມືອງ Tainan ໃນພາກໃຕ້ ຂອງເກາະໄຕ້ຫວັນ. (6 ກຸມພາ 2016)

ແຜ່ນດິນ​ໄຫວ​ຂະໜາດ​ແຮງ ​ໄດ້​ເກີດ​ຂຶ້ນ ຢູ່​ໃນ​ພາກ​ໃຕ້​ຂອງ​ໄຕ້​
ຫວັນ​ ໃກ້ໆ​ກັບ​ເມືອງ Tainan ​ໃນ​ວັນ​ເສົາ​ມື້ນີ້ ​ເຮັດ​ໃຫ້ ​ຕຶກ​ອາ
ຄານ​ບ້ານ​ພັກຂະ​ໜາດ​ໃຫຍ່ພັງ​ທະລາ​ຍລົງ​ມາ ​ແລະ​ເຮັດ​ໃຫ້​ມີ​
ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 11 ຄົນ​ຮວມທັງ​ເດັກ​ທາລົກ​ຄົນນຶ່ງ ​ເຈົ້າ
ໜ້າ​ທີ່​ກ່າວ​ວ່າ ​ເຂົາ​ເຈົ້າຢ້ານ​ວ່າມີ​ຫຼາຍສິບ​ຄົນ​ຕົກ​ຄ້າງ​ຢູ່​ຂ້າງ​ໃນ
​ຂອງ​ຕຶກອາຄານ​ດັ່ງກ່າວ.​ ນອກ​ນັ້ນຍັງ​ມີຫລາຍ​ຮ້ອຍ​ຄົ​ນໄດ້​ຮັບ
​ບາດ​ເຈັບ.

ອົງການ​ສຳ​ຫຼວດທໍລະນີວິທະຍາ​ຂອງ​ສະຫະລັດກ່າວ​ວ່າ ຈຸດ​ສູນ
​ກາງຂອງ​ແຜ່ນດິນ​ໄຫວ​ຊຶ່ງ​ເກີດບໍ່​ເລິກ​ປານ​ໃດ​ຈາກ​ໜ້າດິນແລະ
​ມີ​ຄວາມ​ແຮງ​ແທກ​ໄດ້ 6.4​ ​ແມ່ນ​ເກີດ​ຂຶ້ນ​ເກືອບ 43 ກິ​ໂລ​ແມັດຢູ່
ທາງ​ກ້ຳຕາ​ເວັນ​ອອກສຽງ​ໃຕ້​ຂອງ​ເມືອງTainan ​ອັນ​ເປັນ​ຫົວ​ເມືອງທີ່​ມີ​ປະຊາກອນ​ເກືອບ
2 ລ້ານ​ຄົນ ບ່ອນ​ທີ່ໄດ້​ເກີດ ຄວາມ​ເສຍ​ຫາຍຢ່າງ​ຮ້າຍ​ແຮງ​ນັ້ນ. ​ແຜ່ນດິນ​ໄຫວ​ທີ່​ພວກ​ນັກ
ວິທະຍາສາດ​ໃນ​ໄຕ້​ຫວັນ​ກ່າວ​ວ່າ ມີ​ຄວາມ​ແຮງ​ເທົ່າ​ກັບ​ລະ​ເບີດ​ປະລະມານູ 2 ໜ່ວຍເລີ້ມ​
ເຮັດ​ໃຫ້​ຕຶກ​ອາຄານ​ຕ່າງໆ​ສັ່ນ​ສະ​ເທືອ​ນ​ໃນ​ເວລາ​ປະມານ 4 ​ໂມງ​ເຊົ້າຕາມ​ເວລາ​ທ້ອງ​ຖິ່ນ.

ສູນ​ກາງ​ພະຍາກອນ​ອາກາດ​ຂອງ​ໄຕ້​ຫວັນກ່າວ​ວ່າມີ​ແຜ່ນດິນ​ໄຫວ​ຂະໜາດ​ນ້ອຍຕິດຕາມ
​ມາ​ຫຼາຍໆ​ຄັ້ງ. ລາຍ​ງານ​ຂ່າວແລະ​ສື່​ສັງຄົມ​ແຈ້ງ​ວ່າ ມີ​ບາງ​ຄົນ​ເວົ້າວ່າ​ແຜ່ນດິນ​ໄຫວ​ໃນ​ຄັ້ງ
ນີ້ ເຮັດ​ໃຫ້​ເຂົາ​ເຈົ້າຫວນ​ຄິດ​ເຖິງ​ແຜ່ນດິນ​ໄຫວ​ຂະໜາດ​ແຮງຢູ່​ເກາະ​ໄຕ້​ຫວັນ​ໃນ​ປີ 1999.

​ແຜ່ນດິນ​ໄຫວ​ໃນ​ຕອນ​ເຊົ້າວັນ​ເສົາ​ມື້ນີ້ ເກີດ​ຂຶ້ນ​ໃນ​ຂະນະ​ທີ່​ຜູ້​ຄົນ​ຈຳນວນ​ຫລວງ ຫຼາຍຍັງ​
ພາກັນ​ຫລັບ​ນອນ​ຢູ່​ແລະ​ໄດ້​ສ້າງ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ​ ໃຫ້​ແກ່​ຕຶກ​ອາຄານ​ຢ່າງ​ໜ້ອຍ​
ສາມ​ຫລັງ ​ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຕຶກ​ອາຄານ​ອື່ນໆ​ອີກ ຮວມທັງ​ວັດທີ່​ມີ​ຄວາມ
​ສຳຄັນ​ທາງ​ປະຫວັດສາດ​ຫຼາຍໆ​ແຫ່ງ.

ທີ່​ເມືອງ​ Tainan ​ຕຶກ​ອາຄານ​ສອງ​ຫລັງ ​ທີ່​ໄດ້​ພັງ​ລົງ​ເປັນ​ບາງ​ສ່ວນ ​ໃນ​ລະຫວ່າງ ທີ່​ເກີດ​
ແຜ່ນດິນ​ໄຫວ​ນັ້ນ ສາມາດ​ແນມ​ເຫັນ​ໄດ້​ວ່າ​ຫງ່ຽງ​ໄປ​ທາງ​ນຶ່ງ​ຈາກ​ພື້ນຖານ ​ໂດຍ​ທີ່​ໄດ້​ພັງ
​ລົງ​ມາ​ທັບ​ຊັ້ນລຸ່ມ​ສຸດ. ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ ແມ່ນ​ການ​ພັງ​ລົງ ຂອງ​ຕຶກ​ບ້ານ​ພັກ 17
ຊັ້ນ ສອງ​ຫລັງ.

XS
SM
MD
LG