ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດ​ແຜ່ນ​ດິນ​ໄຫວ ຮຸນ​ແຮງ ຢູ່​ລະ​ຫວ່າງ​ປະ​ເທດ ຄິວ​ບາ ກັບ ຈາ​ໄມ​ກາ


ແຜ​ນ​ທີ່​ປະ​ເທດ ຄິວ​ບາ.
ແຜ​ນ​ທີ່​ປະ​ເທດ ຄິວ​ບາ.

ແຜ່ນ​ດິນ​ໄຫວ​ຂະ​ໜາດ​ແຮງ ແທກ​ໄດ້ 7.7 ໄດ້​ເກີດ​ຂຶ້ນ​ໃນ​ທະ​ເລ ຄາ​ຣີ​ບຽນ ລະ​ຫວ່າງ​ປະ​ເທດ ຈາ​ໄມ​ກາ ແລະ ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ຄິວ​ບາ ໃນ​ວັນ​ອັງ​ຄານ​ວານນີ້, ກໍ່​ໃຫ້​ເກີດ​ການ​ເຕືອນ​ກ່ຽວ​ກັບ​ຄື້ນ​ຊຸ​ນາ​ມິ ເປັນ​ໄລ​ຍະ​ສັ້ນ.

ການ​ສັ່ນ​ສະ​ເທືອນ​ ສາ​ມາດ​ຮູ້​ສຶກ​ໄດ້​ຢ່າງ​ຮຸນ​ແຮງ ໄປ​ເຖິງ​ເມືອງ ແຊນ​ທີ​ອາ​ໂກ, ໃນປະ​ເທດ ຄິວ​ບາ ແລະ ເກາະ ເຄ​ແມນ ແຕ່ບໍ່​ມີ​ຄວາມ​ເສຍ​ຫາຍ​ທີ່​ຮ້າຍ​ແຮງ ຫຼື ຜູ້​ບາ​ດ​ເຈັບ ແລະ ເສຍ​ຊີ​ວິດ​ຖືກ​ລາຍ​ງານ. ຈຸດ​ສູນ​ກາງຂອງ​ການ​ສັ່ນ​ສະ​ເທືອນ​ແມ່ນ 10 ກິ​ໂລ​ແມັດຢູ່ໃຕ້​ທະ​ເລ.

ສູນ​ເຕືອນ​ຄື້ນ​ຊຸ​ນາ​ມິ​ໃນ​ເກາະ ຮາ​ວາຍ ໄດ້​ອອກ​ຄຳ​ເຕືອນ​ສຳ​ລັບ​ປະ​ຊ​າ​ຊົນ​ທີ່​ອາ​ໄສ​ຢູ່​ເກາະ ເຄ​ແມນ, ຈາ​ໄມ​ກາ ແລະ ເຂດ​ຊາຍ​ຝັ່ງ​ຂອງ​ປະ​ເທດ ຄິວ​ບາ, ເມັກ​ຊິ​ໂກ, ເບ​ລີ​ສ ແລະ ຮອນ​ດູ​ຣັ​ສ ​ຫລັງ​ຈາກ​ຄື້ນ​ຊຸ​ນາ​ມິ ​ໄດ້​ຖືກ​ພົ​ບ​ເຫັນ. ການ​ເຕືອນ​ດັ່ງ​ກ່າວ​ໄດ້​ຖືກ​ຍົກ​ເລີກ​ປະ​ມານ​ສອງ​ຊົ່ວ​ໂມງ​ຕໍ່​ມາ.

ແຜ່ນ​ດິນ​ໄຫວ​ໃນວັນ​ອັງ​ຄານ​ວານນີ້​ໄດ້​ເກີດ​ຂຶ້ນ​ ຫຼັງ​ຈາກ​ການ​ສັ່ນ​ສະ​ເທືອນ​ທີ່​ແຮງຫຼາຍ​ຄັ້ງ ແລະ ການ​ສັ່ນ​ສະ​ເທືອນຫຼັງ​ຈາກ​ແຜ່ນ​ດິນ​ໄຫວ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ເກາະ ເປີ​ໂຕ ຣີ​ໂກ ເມື່ອ​ສາມ​ອາ​ທິດ​ທີ່​ຜ່ານ​ມາ, ເຮັດ​ໃຫ້​ປະ​ຊາ​ຊົນຫຼາຍ​ພັນ​ຄົນ​ບໍ່​ມີ​ທີ່​ຢູ່​ອາ​ໄສ. ການ​ສັ່ນ​ສະ​ເທືອນຫຼັງ​ຈາກ​ແຜ່ນ​ດິນ​ໄຫວ​ຄັ້ງຫຼ້າ​ສຸດ​ແມ່ນ​ມີ​ຄວາມ​ແຮງ 5.0 ໃນ​ວັນ​ເສົາ​ແລ້ວນີ້.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG