ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸ ໄຊໂຄລນ ກຳລັງແຮງ ພວມມຸ່ງໜ້າ ໄປປະເທດ ທົງກາ


ພາບຖ່າຍຈາກດາວທຽມ ສະແດງໃຫ້ເຫັນຄວາມແຮງຂອງພາຍຸໄຊໂຄລນ.
ພາບຖ່າຍຈາກດາວທຽມ ສະແດງໃຫ້ເຫັນຄວາມແຮງຂອງພາຍຸໄຊໂຄລນ.

ປະເທດເກາະ ທົງກາ ທີ່ຕັ້ງຢູ່ມະຫາສະໝຸດປາຊີຟິກ ໄດ້ປະກາດພາວະສຸກເສີນ ໃນ
ຂະນະທີ່ເຂົາເຈົ້າພວມກຽມພ້ອມສຳລັບພາຍຸ ໄຊໂຄລນ ກີຕາ “Gita.”

ປະຊາຊົນບາງຄົນໃນເກາະດັ່ງກ່າວ ໄດ້ພາກັນປິດປ່ອງຢ້ຽມເຮືອນຊານຂອງເຂົາເຈົ້າ
ໄວ້ ແລະ ຄົນອື່ນໆໄດ້ອົບພະຍົບໜີ ໃນຂະນະທີ່ເຂົາເຈົ້າກຽມຮັບມືກັບພາຍຸໄຊໂຄລນ
ທີ່ມີກຳນົດຈະເຄື່ອນເຂົ້າເກາະໃນຕອນຄໍ່າຂອງວັນຈັນມື້ນີ້.

ບັນດາຜູ້ຊ່ຽວຊານດ້ານອາກາດ ໄດ້ເຕືອນພວກຜູ້ອາໄສຢູ່ໃນທ້ອງຖິ່ນ ກ່ຽວກັບ ຝົນ
ຕົກໜັກ ແລະ ລົມທີ່ອາດພັດແຮງເຖິງ 200 ກິໂລແມັດຕໍ່ຊົ່ວໂມງ. ພາຍຸນີ້ຄາດວ່າ ຈະ
ກາຍເປັນພາຍຸລະດັບ 5, ເປັນອັນດັບທີ່ແຮງທີ່ສຸດ, ກ່ອນຈະພັດເຂົ້າຮອດເກາະ ທົງກາ.

ບັນດາເຈົ້າໜ້າທີ່ແມ່ນໄດ້ເຕືອນປະຊາຊົນ ໃຫ້ຊອກຫາບ່ອນລີ້ໄພທີ່ແຂງແຮງແໜ້ນໜາ
ແລະ ຊອກຫາແມ່ນຫຍັງກໍຕາມ ທີ່ເຂົາເຈົ້າພົບເຫັນຢູ່ພື້ນດິນ ທີ່ອາດກາຍເປັນລູກສອນ
ໄຟອັນຕະລາຍ ໃນເວລາຖືກລົມພັດ.

ພາຍຸໄດ້ມີຄວາມແຂງແກ່ນຂຶ້ນ ນັບຕັ້ງແຕ່ມັນໄດ້ພັດເຂົ້າເກາະ ຊາມົວ "Samoa" ແລະ
ເກາະ ຊາມົວ ອາເມຣິກາ "American Samoa" ໃນສັບປະດາທີ່ຜ່ານມາ, ເຊິ່ງມັນໄດ້
ທຳລາຍຕຶກອາຄານຫຼາຍຫຼັງເສຍຫາຍ ແລະ ກໍ່ໃຫ້ເກີດໄພຟ້າມອດໄປທົ່ວ ແລະ ນໍ້າ
ຖ້ວມ, ເຮັດໃຫ້ປະຊາຊົນບໍ່ມີນໍ້າສະອາດໃຊ້ໃນບາງຂົງເຂດ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ປະກາດພາວະສຸກເສີນໃນເຂດແດນ
Samoa ອາເມຣິກາ. ການປະກາດດັ່ງກ່າວອະນຸຍາດໃຫ້ອົງການຈັດການພາວະສຸກ
ເສີນລັດຖະບານກາງ ຫຼືອົງການ ຟີມາ ສາມາດສະໜອງອຸປະກອນ ແລະ ເຄື່ອງຊ່ວຍ
ເຫຼືອຕ່າງໆໄດ້.

ເກາະ ທົງກາ ມີປະຊາຊົນຢູ່ປະມານ 105,000 ຄົນ.

ໂຮງຮຽນ ແລະ ສະຖານທີ່ເຮັດວຽກຕ່າງໆໃນ ທົງກາ ໄດ້ຖືກປິດໄວ້ ກ່ອນພາຍຸຈະໄປ
ຮອດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG