ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜ່ນ​ດິນ​ໄຫວ ຂະ​ໜາດ​ແຮງ 6.2 ໄດ້​ສັ່ນ​ສະ​ເທືອນ ເກາະ​ໄຕ້​ຫວັນ​


ພວກ​ໄປ​ເຮັດ​ວຽກ​ເຮັດ​ການ ພາ​ກັນ​ອອກ​ຈາກ​ລົດ​ໄຟ ທີ່​ສະ​ຖາ​ນີ​ຊິນ​ດຽນ ໃນ​ເຂດ​ເມືອງ​ໃໝ່​ໄທ​ເປ ເມື່ອ​ວັນ​ທີ 3 ມັງ​ກອນ 2022 ຫຼັງ​ຈາກ​ເກິດ​ແຜ່ນ​ດິນ​ໄຫວ​ຂະ​ໜາດ​ແຮງ ຢູ່​ໄຕ້​ຫວັນ.
ພວກ​ໄປ​ເຮັດ​ວຽກ​ເຮັດ​ການ ພາ​ກັນ​ອອກ​ຈາກ​ລົດ​ໄຟ ທີ່​ສະ​ຖາ​ນີ​ຊິນ​ດຽນ ໃນ​ເຂດ​ເມືອງ​ໃໝ່​ໄທ​ເປ ເມື່ອ​ວັນ​ທີ 3 ມັງ​ກອນ 2022 ຫຼັງ​ຈາກ​ເກິດ​ແຜ່ນ​ດິນ​ໄຫວ​ຂະ​ໜາດ​ແຮງ ຢູ່​ໄຕ້​ຫວັນ.

ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ ກ່າວ​ວ່າ ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ຂະ​ໜາດ​ແຮງ​ຢູ່​ໄຕ້​ຫວັນ​ໃນ​ຕອນ​ເດິກ​ຂອງ​ຄືນ​ວັນ​ຈັນ ຊຶ່ງ​ໄດ້​ເຮັດ​ໃຫ້​ຕຶກ​ອາ​ຄານ​ໃນ​ນະ​ຄອນ​ຫຼວງ​ໄທ​ເປ​ສັ່ນ​ສະ​ເທືອນ ແລະ​ໃນ​ທົ່ວ​ຂົ​ງ​ເຂດ​ພາກ​ເໜືອ​ຂອງ​ເກາະ​ດັ່ງ​ກ່າວ ແຕ່​ບໍ່​ມີ​ລາຍ​ງານ​ກ່ຽວ​ກັບ​ຄວາ​ມ​ເສຍ​ຮ້າຍ​ແຮງ.

ອົງ​ການ​ສຳ​ຫຼວດ​ທໍ​ລະ​ນີ​ວິ​ທະ​ຍາ​ຂອງ​ສະ​ຫະ​ລັດ ລາຍ​ງານ​ວ່າ ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 6.2 ແລະ​ມີ​ຈຸດ​ສູນ​ກາງທີ່​ເລິກ​ຈາກພື້ນ​ທະ​ເລ 28.7 ກິ​ໂລ​ແມັດ ຢູ່​ທາງ​ທິດຕາ​ເວັນ​ອອກ​ຂອງ​ເມືອງ​ຫົວ​ຫຼຽງ (Hualiang) ​ທີ່​ຕັ້ງ​ຢູ່​ໃນ​ເຂດ​ແຄມ​ຝັ່ງ​ທະ​ເລ ​ດ້ານ​ຕາ​ເວັນ​ອອກ​ຂອງເກາະ​ໄຕ້​ຫວັນ.

ໂຄ​ສົກ​ຂອງ​ສູນ​ກາງ​ພະ​ຍາ​ກອນ​ອາ​ກາ​ດາ​ຂອງ​ໄຕ້​ຫວັນລະ​ບຸ​ວ່າ​ຄວາມ​ແຮງ​ຂອງແຜ່ນ​ດິນ​ໄຫວ​ແມ່ນ 6.0 ຊຶ່ງ​ຢູ່​ເລິກ 19.6 ກິ​ໂລ​ແມັດ​. ຄວາມ​ແຮງ​ສຸດ​ໄດ້​ມີ​ການຈົດ​ບັນ​ທຶກ​ທີ່​ນະ​ຄອນຫຼວງໄທ​ເປ ແລະ​ບາງ​ເຂດ​ຂອງ​ເມືອງ​ຢີ​ຫຼານ ຊຶ່ງວັດ​ແທກ​ໄດ້ 4 ຕາມ​ລະ​ດັບ​ຄວາມ​ແຮງ​ທີ່​ມີ​ທັງ​ໝົດ 7 ລະ​ດັບ​ຂອງ​ໄຕ້​ຫວັນ.

ສະ​ຖາ​ນີ​ໂທ​ລະ​ພາບ​ໃນ​ທ້ອງ​ຖິ່ນທີ່ໄດ້​ອອກ​ຂ່າວໃນ​ລະ​ຫວ່າງ​ທີ່​ເກີດ​ແຜ່ນ​ດິນ​ໄຫວສະ​ແດງ​ໃຫ້​ເຫັນ​ວ່າ ຫ້ອງ​ຂ່າວ​ໂທ​ລະ​ພາບ​ແລະ​ ຫຼອດ​ໄຟ ໄດ້​ໄກວ​ໄປ​ມາ. ສ່ວນ​ລາຍ​ງານ​ອື່ນໆ​ສະ​ແດງ​ໃຫ້​ເຫັນ​ວ່າ ໄດ້​ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ຝາ​ຂອງ​ຫ້ອງ​ສານ​ປະ​ຈຳ​ເຂດ​ຂອງ​ນະ​ຄອນ​ຫຼວງ​ໄທ​ເປ.

ອົງ​ການ​ສຳ​ຫຼວດທໍ​ລະ​ນີ​ວິ​ທະ​ຍາ​ຂອງສະ​ຫະ​ລັດກ່າວ​ວ່າ ຄວາມ​ເສຍ​ຫາຍ​ຕ່າງໆ​ທາງ​ດ້ານ​ເສດ​ຖະ​ກິດ ຈະ​ມີ​ບໍ່​ຫຼາຍ ເຖິງ​ແມ່ນ​ແຜ່ນ​ດິນ​ໄຫວ​ດັ່ງ​ກ່າວ​ ຈະ​ມີ​ຄວາມ​ແຮງ​ສູງ​ກໍ​ຕາມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG