ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຟຟ້າ ຄາດໝາຍວ່າ ຈະຖືກຟື້ນຟູ ສຳລັບພື້ນທີ່ຂອງນະຄອນຮີວສຕັນ ທີ່ຖືກກະທົບສ່ວນໃຫຍ່ໂດຍພາຍຸຮ້າຍແຮງຫຼາຍຫົວ


ພວກທີມງານບໍລິສັດໄຟຟ້າ ພາກັນສັບປ່ຽນຫຼັກເສົາໄຟຟ້າ ທີ່ຖືກພາຍຸຮ້າຍແຮງພັດລົ້ມເມື່ອອາທິດແລ້ວນີ້, ໃນນະຄອນຮີວສຕັນ ຂອງລັດເທັກຊັສ, ວັນທີ 19 ພຶດສະພາ 2024.
ພວກທີມງານບໍລິສັດໄຟຟ້າ ພາກັນສັບປ່ຽນຫຼັກເສົາໄຟຟ້າ ທີ່ຖືກພາຍຸຮ້າຍແຮງພັດລົ້ມເມື່ອອາທິດແລ້ວນີ້, ໃນນະຄອນຮີວສຕັນ ຂອງລັດເທັກຊັສ, ວັນທີ 19 ພຶດສະພາ 2024.

ພົນລະເມືອງໃນພື້ນທີ່ຂອງນະຄອນຮີວສຕັນໄດ້ຮັບຜົນກະທົບທີ່ຮ້າຍແຮງຈາກພາຍຸຫຼາຍຫົວທີ່ໄດ້ພັດຖະຫຼົ່ມເມື່ອອາທິດແລ້ວນີ້ ໂດຍສົ່ງຜົນເຮັດໃຫ້ຢ່າງໜ້ອຍ 7 ຄົນເສຍຊີວິດນັ້ນ ໃນທີ່ສຸດກໍໄດ້ຮັບຂ່າວດີໃນບາງສ່ວນ, ອີງຕາມລາຍງານຂອງອົງການຂ່າວເອພີ.

ບັນດາເຈົ້າໜ້າທີ່ກ່າວໂດຍຄາດວ່າ ໄຟຟ້າຈະໄດ້ຮັບການຟື້ນຟູໃຫ້ແກ່ເຮືອນຊານຫຼາຍຮ້ອຍພັນຫຼັງທີ່ສ່ວນໃຫຍ່ຍັງຢູ່ໃນຄວາມມືດ ແລະປາສະຈາກແອເຢັນທ່າມກາງສະພາບອາກາດທີ່ຮ້ອນ ແລະອົບເອົ້າ ພາຍໃນຕອນແລງຂອງວັນອາທິດວານນີ້.

ບັນດາເຈົ້າໜ້າທີ່ຍັງໄດ້ກ່າວຕື່ມວ່າ ລັດຖະບານໄດ້ອະນຸມັດທຶນຊ່ວຍເຫຼືອສຳລັບພົນລະເມືອງ ແລະບັນດາເຈົ້າຂອງທຸລະກິດທັງຫຼາຍ ທີ່ສາມາດຊ່ວຍຈ່າຍຄ່າທີ່ຢູ່ອາໄສຊົ່ວຄາວ ພ້ອມທັງສໍາລັບການສ້ອມແປງຕ່າງໆອີກດ້ວຍ.

ທັງເຮືອນຊານ ແລະທຸລະກິດຫຼາຍກວ່າ 353,000 ແຫ່ງໃນລັດເທັກຊັສ ຍັງຄົງບໍ່ມີໄຟຟ້າໃຊ້ ໃນຕອນເຊົ້າຂອງວັນອາທິດວານນີ້, ເຊິ່ງສ່ວນໃຫຍ່ແມ່ນຢູ່ໃນພື້ນທີ່ຂອງນະຄອນຮີວສຕັນ.

Houston area residents affected by deadly storms last week that left at least seven dead were finally getting some good news. Officials say they expect power to be restored by Sunday evening to most of the hundreds of thousands still in the dark and without air conditioning amid hot and humid weather. Officials also say the federal government has approved financial assistance for residents and business owners that can help pay for temporary housing and repairs. More than 353,000 homes and businesses in Texas remained without electricity Sunday morning, with most of those in the Houston area.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG