ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຕັດ​ໄຟ​ຟ້າ​ໃນ​ລັດ ຄາ​ລິ​ຟໍ​ເນຍ ເຮັດ​ໃຫ້​ປະ​ຊາ​ຊົນ ທີ່​ອາ​ໄສ​ ຢູ່​ໃນ​ທ້ອງ​ຖິ່ນ ​ຕົກ​ໃຈ


ທ້າວ ອາ​ມານ​ໂດ ເອ​ສ​ປີ​ໂນ​ຊາ ສົ່ງ​ຜະ​ລິດ​ຕະ​ພັນ​ເຈ້ຍ​ໃຫ້​ຮ້ານ​ກິນ​ດື່ມ​ແຫ່ງ​ນຶ່ງ ໃນ​ຕົວ​ເມືອງ ເມືອງ ໂຊ​ໂນ​ມາ, ລັດ ຄາ​ລິ​ຟໍ​ເນຍ, ບ່ອນ​ທີ່ໄຟ​ຟ້າ​ໄດ້​ຖືກມອດ​ໄວ້. 9 ຕຸ​ລາ, 2019.
ທ້າວ ອາ​ມານ​ໂດ ເອ​ສ​ປີ​ໂນ​ຊາ ສົ່ງ​ຜະ​ລິດ​ຕະ​ພັນ​ເຈ້ຍ​ໃຫ້​ຮ້ານ​ກິນ​ດື່ມ​ແຫ່ງ​ນຶ່ງ ໃນ​ຕົວ​ເມືອງ ເມືອງ ໂຊ​ໂນ​ມາ, ລັດ ຄາ​ລິ​ຟໍ​ເນຍ, ບ່ອນ​ທີ່ໄຟ​ຟ້າ​ໄດ້​ຖືກມອດ​ໄວ້. 9 ຕຸ​ລາ, 2019.

ບໍ​ລິ​ສັດ ປາ​ຊີ​ຟິກ ແກັ​ສ ແລະ ໄຟ​ຟ້າ ຫຼື PG&E ຂອ​ງ​ລັດ​ຄາ​ລິ​ຟໍ​ເນຍ ໄດ້​ຕັດ​ໄຟ​ຟ້​າຂອງ
​ປະ​ຊາ​ຊົນ​ໃນ​ລັດຫຼາຍ​ລ້ານ​ຄົນ ໃນ​ວັນ​ພຸດ​ວານນີ້ ຍ້ອນ​ລົມ​ພັດ​ແຮງ​ທີ່​ອາດ​ເຮັດ​ໃຫ້​ເສົາ
​ໄຟ​ຟ້າ​ຫັກ ແລະ ກໍ່​ໃຫ້​ເກີດ​ໄຟ​ໄໝ້​ປ່າ.

ບໍ​ລິ​ສັດ​ໄຟ​ຟ້າ​ດັ່ງ​ກ່າວ​ໄດ້​ເຕືອນ​ມາຫຼາຍ​ເດືອນແລ້ວວ່າ ​ການ​ຕັດ​ໄຟ​ຟ້າ​ແມ່ນ​ເປັນ​ໄປ​
ໄດ້, ແຕ່​ການ​ຕັດ​ໄຟ​ຟ້າ​ນັ້ນ ​ເບິ່ງ​ຄື​ວ່າ​ໄດ້​ເຮັດ​ໃຫ້ຫຼາຍ​ຄົນ​ຕົກ​ໃຈ.

ຢູ່​ສື່​ສັງ​ຄົມ​ທວິ​ດ​ເຕີ ແມ່ນ​ສົນ​ລະ​ວົນ​ໄປ​ດ້ວຍ​ຂໍ້​ຄວາມ ກ່ຽວ​ກັບ ໄຟ​ຟ້າ​ມອດ ຈາກ​ຜູ້​ບໍ​ລິ​
ໂພ​ກ​ໃນ​ເຂດ​ພາກ​ເໜືອ​ຂອງ​ລັດ ຄາ​ລິ​ຟໍ​ເນຍ. ຫຼາຍ​ຄົນ​ໄດ້​ຂຽນ​ຂໍ້​ຄວາມ​ທີ່​ໂມ​ໂຫ ກ່ຽວ​
ກັບ​ ເວັບ​ໄຊ້​ຂອງ​ບໍ​ລິ​ສັດ​ໄຟ​ຟ້າ​ນັ້ນ, ທີ່​ໃຫ້​ບໍ​ລິ​ການ​ແກ່​ພາກ​ເໜືອ ແລະ ພາກ​ກາງ​ຂອງ
​ລັດຄາ​ລິ​ຟໍ​ເນຍ, ເຊິ່ງມັນ​ໃຊ້​ບໍ່​ໄດ້ ແລະ ບໍ່​ສາ​ມາດ​ເຂົ້າ​ເບິ່ງລາຍ​ງານ​ຄວາມ​ຄືບ​ໜ້າ ​
ກ່ຽວ​ກັບ​ ການ​ຕັດ​ໄຟ​ຟ້າ​ນັ້ນ.

ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນຫຼາຍ​ຄົນ ​ໃນ​ເຂດ​ຊາຍ​ຝັ່ງ​ກ້ຳ​ຕາ​ເວັນ​ອອກ​ ໄດ້​ຮຽນ​ຮູ້​ທີ່​ຈະ​ຮັບ​ມື​
ກັບ​ໄຟ​ຟ້າມ​ອດ​ຈາກ​ພາ​ຍຸ​ເຮີ​ຣິ​ເຄນ​ນັ້ນ, ການມອດ​ໄຟ​ຟ້າ​ທີ່​ກ່ຽວ​ຂ້ອງ​ກັບ​ສະ​ພາ​ອາ​
ກາດ​ນັ້ນ ແມ່ນ​ປາ​ກົດ​ການ​ທີ່​ຂ້ອນ​ຂ້າງ​ໃໝ່​ ໃນ​ລັດ​ຄາ​ລິ​ຟໍ​ເນຍ.

ບໍ​ລິ​ສັດ PG&E ໄດ້​ເລີ່ມມອດ​ໄຟ​ຟ້າ​ໃນ​ຕອນ​ເຊົ້າ​ວັນ​ພຸດ​ວານນີ້. ເຮືອນ​ ແລະ ຫ້າງ
​ຮ້ານ​ທຸ​ລະ​ກິດເກືອບ 500,000 ແຫ່ງ​ ໃນ​ພາກ​ເໜືອ​ຂອງ​ລັດ​ຄາ​ລິ​ຟໍ​ເນຍ ແມ່ນບໍ່​ມີ​ໄຟ
​ຟ້າ​ໃຊ້ ແລະ ຮອດ​ຕອນ​ທ່ຽງ​ມັນ​ກໍໄດ້​ຂະ​ຫຍາຍ​ອອກ​ໄປ​ພາກ​ສ່ວນ​ອື່ນໆ​ຂອງ​ເຂດ​
ອ່າວ​ທະ​ເລ, ລວມ​ທັງ​ເມືອງ ແຊນ​ ໂຮ​ເຊ ແລະ ແຊນ​ຕາ ຄ​ຣູ​ສ.

ຫຍັບ​ລົງ​ໄປ​ຕື່ມ​ທາງ​ພາກ​ໃຕ້, ບ່ອນ​ທີ່​ລົມ​ໃນ​ເມືອງ ແຊນ​ຕາ ອາ​ນາ ບໍ່​ຄາດ​ວ່າ​ຈະ​ມີ
​ຈົນ​ຮອດ​ຕອນ​ເຊົ້າ​ຂອງວັນ​ພະ​ຫັດ​ມື້ນີ້​ນັ້ນ, ເມືອງ ເອ​ດິ​ສັນ ທາງ​ພາກ​ໃຕ້​ຂອງ​ລັດ​
ຄາ​ລິ​ຟໍ​ເນຍ ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ອາດ​ຕັດ​ໄຟ​ຟ້າ​ຂອງ​ຜູ້​ບໍ​ລິໂພກຫຼາຍ ກວ່າ 170,000
ຄົນ. ເຂົາ​ເຈົ້າ​ຍັງ​ໄດ້​ລວມຫຼາຍກວ່າ 50,000 ຄົນ​ໃນ​ເມືອງ​ທີ່​ຕັ້ງ​ຢູ່​ພາກ​ເໜືອ​ຂອງ​ນະ
​ຄອນ ລອ​ສ ແອນ​ເຈີ​ລິ​ສ ແລະ ໃກ້​ກັບ​ເມືອງ ເວັນ​ທູ​ຣາ ເກືອບ 20,449 ຄົນ.

ບໍ​ລິ​ສັດ ແຊນ​ດີ​ເອ​ໂກ ແກັ​ສ ແລະ ໄຟ​ຟ້າ ຍັງ​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ອາດ​ຕັດ​ໄຟ​ຟ້າ​ຂອງ
​ປະ​ຊາ​ຊົນ​ເກືອບ 30,000 ຄົນ.

ສາຍ​ໄຟ​ຟ້າ​ໄດ້​ຖືກ​ກ່າວ​ຫາ​ວ່າ ​ກໍ່​ໃຫ້​ເກີດ​ໄຟ​ໄໝ້​ເກືອບ​ນຶ່ງ​ປີ​ທີ່​ຜ່ານ​ມາ ໃນ​ພາກ​ເໜືອ
​ຂອງ​ລັດ​ຄາ​ລິ​ຟໍ​ເນຍ ທີ່​ໄດ້​ສັງ​ຫານ​ປະ​ຊາ​ຊົນ 86 ຄົນ ແລະ ໄໝ້​ປ່າ​ 62 ເຮັກ​ຕາ. ເມືອງ
ພາ​ຣາ​ໄດ​ສ໌ ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໜັກຫຼາຍ​ໂດຍ​ໄຟ​ໄໝ້​ໃນ​ເດືອນ​ມັງ​ກອນ ທີ່​ໃນ​ກາງ​
ເດືອນ​ເດືອນ​ກໍ​ລະ​ກົດ ມີ​ຜູ້​ອາ​ໄສ​ຢູ່​ໃນ​ທ້ອງ​ຖິ່ນ​ພຽງ 2,034 ຄົນ​ຈາກ​ເກືອບ 27,000
ກ່ອນ​ເກີດ​ໄຟ​ໄໝ້​ນັ້ນ ທີ່​ສາ​ມາດ​ອາ​ໄສ​ຢູ່​ໃນ​ເມືອງ​ດັ່ງ​ກ່າວ.

ບໍ​ລິ​ສັດ PG&E ໄດ້​ຮ່າງ​ການ​ລົ້ມ​ລະ​ລາຍ​ໃນ​ປີນີ້ ຫຼັງ​ຈາກ​ບໍ​ລິ​ສັດ​ດັ່ງ​ກ່າວ​ໄດ້​ຖືກ​ພົບ​ເຫັນ
​ເປັນ​ຜູ້​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ເກີດ​ໄຟ​ປ່າຫຼາຍ​ແຫ່ງ. ໃນ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ ບໍ​ລິ​
ສັດ PG&E ໄດ້​ບັນ​ລຸ​ຂໍ້​ຕົກ​ລົງ 11 ຕື້​ໂດ​ລາ​ໃນ​ການ​ຟ້ອງ​ຮ້ອງ​ນັ້ນ. ການ​ຟ້ອງ​ຮ້ອງ​ກຸ່ມ​ທີ່​
ສາມ ​ແມ່ນ​ກຳ​ລັງ​ດຳ​ເນີນ​ຢູ່ ​ຜ່ານ​ສານ​ຂອງ​ລັດ ແລະ ສານ​ລັດ​ຖະ​ບານ​ກາງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG