ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວເຊື່ອໝັ້ນວ່າ ຈະຫລຸດຜ່ອນ ຄວາມທຸກຈົນ ລົງໄດ້ຕໍ່າກວ່າ 10% ພາຍໃນປີ 2015


ການດໍາລົງຂອງຊາວບັ້ນຢູ່ຊົນນະບົດຂອງລາວ ຊຶ່ງປະຊາຊົນສ່ວນໃຫຍ່ແມ່ນທຸກຈົນ
ການດໍາລົງຂອງຊາວບັ້ນຢູ່ຊົນນະບົດຂອງລາວ ຊຶ່ງປະຊາຊົນສ່ວນໃຫຍ່ແມ່ນທຸກຈົນ

ທາງການລາວເຊື່ອໝັ້ນວ່າ ຈະສາມາດລົດບັນຫາຄວາມຍາກຈົນຂອງປະຊາຊົນ ລົງສູ່ ອັດຕາສະເລ່ຍທີ່ຕໍ່າກວ່າ 10% ຂອງຈໍານວນປະຊາກອນທັງໝົດໄດ້ ຕາມເປົ້າໝາຍ ທີ່ ວາງໄວ້ໃນປີ 2015.

ທ່ານ ສະຫວ່າງ ສີຫາວົງ ຮອງປະທານຄະນະຊີ້ນໍາການພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກແຫ່ງຊາດລາວ ໄດ້ສະແດງຄວາມເຊື່ອໝັ້ນວ່າ ລັດຖະບານ ລາວຈະສາມາດລົດບັນຫາຄວາມຍາກຈົນຂອງປະຊາຊົນລາວ ລົງສູ່ອັດຕາສະເລ່ຍ
ທີ່ຕໍ່າກວ່າ 10% ຂອງຈໍານວນປະຊາກອນທັງໝົດ ໄດ້ຕາມເປົ້າໝາຍທີ່ວາງໄວ້ໃນປີ
2015 ຢ່າງແນ່ນອນ ເນື່ອງຈາກວ່າການດໍາເນີນງານໃນໄລຍະທີ່ຜ່ານມານັ້ນ ກໍສາ ມາດບັນລຸເປົ້າໝາຍທີ່ວາງໄວ້ໃນແຕ່ລະປີ ໄດ້ເປັນ ຢ່າງດີ.

ສໍາລັບເປົ້າໝາຍໃນປີ 2012 ນີ້ກໍແມ່ນຈະສູ້ຊົນເຮັດໃຫ້ອັດຕາຄວາມທຸກຍາກຂອງປະ
ຊາຊົນລາວ ຫຼຸດລົງຕໍ່າກວ່າ 22% ຂອງຈໍານວນປະຊາກອນທັງໝົດ ພ້ອມທັງຍັງຈະ
ເຮັດໃຫ້ຈໍານວນຄົວເຮືອນ ທີ່ທຸກຍາກຫຼຸດລົງສູ່ລະດັບທີ່ຕໍ່າກວ່າ 17% ຂອງຈໍານວນ
ຄອບຄົວທັງໝົດໃນທ້າຍປີ 2012 ນີ້ອີກດ້ວຍ.

ນອກຈາກນີ້ ລັດຖະບານລາວກໍຍັງໄດ້ວາງເປົ້າໝາຍທີ່ຈະສ້າງບ້ານພັດທະນາ ໃຫ້ໄດ້
ໃນອັດຕາສະເລ່ຍທີ່ບໍ່ຕໍ່າກວ່າ 15% ຂອງຈໍານວນບ້ານທັງໝົດໃນທົ່ວປະເທດໃນທົ່ວ
ປະເທດ ທັງຍັງຈະດໍາເນີນການພັດນາໃນເຂດ 64 ຈຸດສຸມເພື່ອສ້າງເງື່ອນໄຂໃຫ້ກາຍ
ເປັນຕົວເມືອງຂະໜາດນ້ອຍໃນເຂດຊົນນະບົດ ດ້ວຍການສູ້ຊົນເພື່ອແກ້ໄຂບັນຫາ ການເຄື່ອນຍ້າຍແບບຊະຊາຍຂອງພົນລະເມືອງໃນເຂດ 167 ຈຸດສຸມ ໂດຍການຈັດ
ສັນພູມມິລໍາເນົາ ແລະ ບ່ອນທໍາມາຫາກິນຢ່າງຖາວອນໃຫ້ກັບປະຊາຊົນໃນເຂດດັ່ງ
ກ່າວ ຢ່າງທົ່ວເຖິງ.

ຖະໜົນຕັດໄໝ່ໃນເຂດຊົນນະບົດແຫ່ງນຶ່ງໃນລາວ
ຖະໜົນຕັດໄໝ່ໃນເຂດຊົນນະບົດແຫ່ງນຶ່ງໃນລາວ

ແຕ່ຢ່າງໃດກໍຕາມ ສໍາລັບປີ 2011
ທີ່ຜ່ານມາ ທາງການລາວ ໄດ້ລາຍ
ງານການປະເມີນຜົນກ່ຽວກັບສະ
ພາບຄວາມທຸກຍາກ ແລະການພັດ
ທະນາໃນທົ່ວປະເທດລາວວ່າ ຜົນ
ຈາກການກວດກາ ເກັບກຳຂໍ້ມູນ
ຈາກ 1,053,367 ຄົວເຮືອນໃນ
8,654 ໝູ່ບ້ານ ຫຼື 1,100 ກຸ່ມບ້ານ
ໃນເຂດ 143 ເມືອງ ຈາກທັງ 17
ແຂວງໃນທົ່ວປະເທດລາວນັ້ນພົບວ່າ ມີຄອບຄົວທີ່ພັດທະນາແລ້ວ ທັງໝົດ 501,627 ຄອບຄົວ ຫຼືຄິດເປັນ 47.62% ຂອງ ຄອບຄົວທັງໝົດໃນປະເທດ.

ຫາກແຕ່ວ່າ ໃນຂະນະດຽວກັນກໍພົບວ່າ ໃນສ່ວນຂອງໝູ່ບ້ານພັດທະນານັ້ນ ກັບຍັງຄົງ
ປະຕິບັດພຽງແຕ່ 900 ໝູ່ບ້ານຫຼື ຄິດເປັນ 10.4% ຂອງຈໍານວນໝູ່ບ້ານທັງໝົດ ເທົ່ານັ້ນ
ແລະໃນຂະນະດຽວກັນ ກໍຍັງສາມາດສ້າງຕັ້ງກຸ່ມບ້ານພັດທະນາໄດ້ພຽງ 10 ກຸ່ມ ຫຼືບໍ່ເຖິງ
1% ຂອງກຸ່ມບ້ານທັງໝົດເທົ່ານັ້ນ.

ສ່ວນໃນດ້ານກ່ຽວກັບຄວາມທຸກຍາກນັ້ນ ການສໍາຫຼວດກໍພົບວ່າ ມີຢູ່ເຖິງ 199,758
ຄອບຄົວທີ່ຖືວ່າມີ ສະພາບຊີວິດການເປັນຢູ່ທີ່ຍາກຈົນຢ່າງຍິ່ງ,​ ເຊິ່ງຄິດເປັນ 18.96%
ຂອງຈໍານວນຄອບຄົວທັງໝົດ ແລະໃນຂະນະດຽວກັນ ກໍຍັງມີໝູ່ບ້ານທີ່ທຸກຍາກຢູ່ເຖິງ
3,216 ບ້ານ ຫຼື ຄິດເປັນ 37.16% ຂອງບ້ານທັງໝົດ.

ຫາກແຕ່ວ່າທ່ານ ຈູມມະລີ ໄຊຍະສອນ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ
ແລະປະທານປະເທດກໍຍັງເຊື່ອໝັ້ນວ່າທາງການລາວຈະສາມາດບັນລຸເປົ້າໝາຍທີ່ວາງ
ເອົາໄວ້ດັ່ງກ່າວໄດ້ຢ່າງຄົບຖ້ວນເນື່ອງຈາກວ່າໃນຊວ່ງປີ 2006-2010 ທີ່ຜ່ານມາ ທາງ
ການລາວກໍສາມາດເຮັດໃຫ້ບັນລຸເປົ້າໝາຍທີ່ວາງໄວ້ໃນຫຼາຍດ້ານດັ່ງທີ່ ທ່ານ ຈູມມະລີ ໄດ້ຖະແຫຼງຊີ້ແຈງໃນຕອນໜຶ່ງວ່າ

ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດລາວ
ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດລາວ

ຈັງຫວະການເຕີບໂຕ
ທາງເສດຖະກິດແຫ່ງ
ຊາດໂດຍສະເລ່ຍ 5ປີ

ກະແມ່ນ 7.9% ຕໍ່ປີ
ລວມຍອດມູນຄ່າຜະ
ລິດຕະພັນພາຍໃນ

ສົກປີງົບປະມານ
2009-2010 ສະເລ່ຍ
ຕໍ່ພົນລະເມືອງ
ບັນລຸ
ໄດ້ 8.7 ລ້ານກີບຕໍ່
ຄົນຄອບຄົວທຸກຍາກໃນທົ່ວປະເທດ
ກໍຫຼຸດລົງມາເປັນ 20.4% ໃນປີ 2009-2010.

ເຊິ່ງດ້ວຍສະພາບການດັ່ງກ່າວ ກໍຍັງເຮັດໃຫ້ຜູ້ນໍາລາວມີຄວາມເຊື່ອໝັ້ນວ່າ ການພັດ
ທະນາເສດຖະກິດຂອງລາວ ທີ່ຂະຫຍາຍໂຕເພີ້ມຂຶ້ນໃນອັດຕາສະເລ່ຍບໍ່ຫຼຸດ 8% ຕໍ່ປີ
ນັ້ນ ຈະເຮັດໃຫ້ຍອດຜະລິດຕະພັນລວມພາຍໃນປະເທດ (GDP) ມີມູນຄ່າລວມທີ່ວັດ ສະເລ່ຍເປັນລາຍຮັບຂອງປະຊາຊົນລາວໄດ້ເຖິງ 1,700 ໂດລາຕໍ່ຄົນ ໃນປີ 2015 ກັບ
ທັງຍັງຈະເຮັດໃຫ້ອັດຕາຄວາມຍາກຈົນຂອງຄົນລາວຫລຸດພົ້ນຈາກສະພາບດ້ອຍ
ພັດທະນາ ໄດ້ຢ່າງເປັນຮູບປະທໍາ ໃນປີ 2020 ອີກດ້ວຍ.

XS
SM
MD
LG