ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມທຸກຍາກ ຜັກດັນໃຫ້ໂຕປະກັນຊາວໄທ ທີ່ໄດ້ຮັບອິດສະຫຼະ ພິຈາລະນາ ທີ່ຈະກັບຄືນໄປ ອິສຣາແອລອີກ


Hamas' Release of Thai Hostages Sheds Light on Migrant Workers' Plight
please wait

No media source currently available

0:00 0:03:01 0:00

ການປ່ອຍໂຕປະກັນແຮງງານໄທຂອງກຸ່ມຮາມາສ ໄດ້ສະແດງໃຫ້ເຫັນເຖິງຄວາມຫຍຸ້ງຍາກຂອງແຮງງານເຂົ້າເມືອງ.

ຊາວ​ໄທ 23 ຄົນ ​ໄດ້​ກັບ​ຄືນ​ບ້ານ​ຈາກ​ຄວາມ​ວຸ້ນວາຍ​ເປັນ​ເວລາຫຼາຍ​ອາທິດທີ່ຍາວນານ​ຢູ່ໃນຂົງ​ເຂດ​ກາຊາ, ເຊິ່ງຄົນ​ງານ​ຊາວໄທໄດ້​ຖືກຈັບ​ໂຕ​ໂດຍກຸ່ມຮາມາສ ໃນ​ລະຫວ່າງ​ການ​ບຸກ​ໂຈມ​ຕີ​ຂອງ​ພວກ​ຫົວ​ຮຸນ​ແຮງດັ່ງກ່າວ ຢູ່​ໃນ​ອິສ​ຣາ​ແອລ ເມື່ອ​ວັນ​ທີ 7 ຕຸລາ​ທີ່ຜ່ານ​ມາ.

​ມັນເປັນ​ມື້​ທີ 6 ໃນ​ການ​ເຮັດວຽກ​ຂອງ​ ທ້າວວິຊຽນ ເຕັມທອງ ຢູ່ທີ່​ສວນປູກໝາກ​ອາ​ໂວ​ກາ​ໂດ ​ເມື່ອ​ພວກ​ຫົວ​ຮຸນ​ແຮງຮາມາສບຸກ​ເຂົ້າ​ໄປ​ໃນ​ນິຄົມ ກິບ​ບຸ​ສ ຊາອາດ ດ້ວຍການ​ຍິງລູກ​ປືນ ​ແລະໂຍນລູກ​ລະ​ເບີດຢ່າງຫຼວງຫຼາຍ ເຊິ່ງໄດ້​ເຮັດ​ໃຫ້​ຄົນ​ງານຂອງ​ໄທ​ເສຍ​ຊີວິດ 7 ຄົນ ​ແລະຈັບເອົາ​ລາວໄປ​ເປັນ​ໂຕ​ປະກັນ.

ລາວໄດ້ຖືກບັງ​ຄັບ​ໃຫ້ຍ່າງໄປ​ສູ່ເຂດກາຊາ, ມືຂອງລາວຖືກມັດດ້ວຍສາຍເຊືອກ, ແລະໃຊ້ເວລາຖືກກັກຂັງຮອດ 7 ອາທິດ ຈົນເຖິງມື້ທີ່ລາວຖືກປ່ອຍໂຕໃນທ້າຍເດືອນພະຈິກພ້ອມກັບຊາວໄທອີກ 22 ຄົນ ໃນລະຫວ່າງມື້ສິ້ນສຸດຂອງການຢຸດຍິງ.

ຜູ້ຊາຍອາຍຸ 37 ປີ ໄດ້ກັບຄືນໄປ​ສູ່ ພາກຕາເວັນອອກສຽງເຫນືອຂອງປະເທດໄທ, ຢູ່ເຮືອນທີ່ອ້ອມຮອບໄປດ້ວຍຄວາມຮັກຂອງຄອບຄົວ ແລະຊຸມຊົນທີ່ໃກ້ຊິດກັນໃນເຂດຊົນນະບົດ ທີ່ລາວກ່າວວ່າ ມັນໄດ້ຊ່ວຍໃຫ້ລາວຜ່ານຄໍ່າຄືນທີ່ນອນບໍ່ຫລັບໄປໄດ້.

​ແຕ່​ຄວາມ​ຄິດ​ຂອງ​ລາວ​ທີຈະ​ກັບ​ຄືນ​ໄປ​ອິສຣາ​ແອ​ລແມ່ນຍັງມີຢູ່ ​ເພື່ອ​ເຮັດ​ສັນຍາການ​ຈ້າງ​ງານ​ຂອງລາວ​ໃຫ້ສຳ​ເລັດ​ແລະ​ການ​ດຳລົງ​ຊີວິດດ້ວຍລະບົບເສດຖະກິດ​ ທີ່ຖືກຄອບງໍາ ດ້ວຍ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ​ໃນໝູ່ບ້ານຂອງລາວ ​ບ້ານ​ໄຊຍະ​ໂພດ​ ຈັງຫວັດ​ບູຣີຣໍາ ​ໃນ​ພາກ​ພື້ນ​ຕາເວັນອອກສຽງເໜືອ​ຂອງ​ໄທ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG