ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລະເບີດ ສະຫຼະຊີບ ສັງຫານ 44 ຄົນ ໃນພາກກາງ ຂອງໄນຈີເຣຍ


ຫຼັງຈາກເຫດລະເບີດແຕກ ພວກຄົນຈຳນວນນຶ່ງ ໄດ້ເຕົ້າໂຮມກັນ ຢູ່ອ້ອມ ບໍລິເວນ ໂບດ Redeemed Christian Church of God ໃນເມືອງ Potiskum ຂອງປະເທດໄນຈີເຣຍ, ວັນທີ 5 ກໍລະກົດ 2015.
ຫຼັງຈາກເຫດລະເບີດແຕກ ພວກຄົນຈຳນວນນຶ່ງ ໄດ້ເຕົ້າໂຮມກັນ ຢູ່ອ້ອມ ບໍລິເວນ ໂບດ Redeemed Christian Church of God ໃນເມືອງ Potiskum ຂອງປະເທດໄນຈີເຣຍ, ວັນທີ 5 ກໍລະກົດ 2015.

ບັນດາ​ເຈົ້າໜ້າ​ທີ່ ​ຢູ່ໄນ​ຈີ​ເຣຍ ກ່າວ​ໃນ​ວັນ​ຈັນ​ມື້​ນີ້ ວ່າ ການວາງ
​ລະ​ເບີດ ຢູ່​ທີ່​ວັດ​ອິສລາມ ​ແລະ ຮ້ານ​ອາຫານ ​ໃນ​ເມືອງ Jos ຢູ່​
ພາກ​ກາງຂອງ​ປະ​ເທດ ​ໄດ້​ສັງຫານ​ຢ່າງ​ນ້ອຍ 44 ຄົນ.

ລະ​ເບີດທີ່ແຕກ​ຂຶ້ນ ເມື່ອ​ຕອນ​ຄ່ຳ​ວັນ​ອາ​ທິດ​ວານ​ນີ້ ຍັງ​ໄດ້​ເຮັດ
​ໃຫ້ ຢ່າງ​ນ້ອຍອີກ 47 ຄົນ ​ບາດ​ເຈັບ ອິງ​ຕາມ​ອົງການຄຸ້ມ​ຄອງ
​ພາວະສຸກ​ເສີນ​ແຫ່ງ​ຊາດ.

ການ​ໂຈມ​ຕີຫຼາຍໆບັ້ນ ​ແມ່ນ​ສືບ​ຕໍ່ຄວາມຮຸນ​ແຮງ​ເຖິງ​ແກ່​ຊີວິດ
ທີ່ຖິ້ມ​ໂທດ​ໃສ່ ​ພວກ​ຫົວ​ຮຸນ​ແຮງ Boko Haram ແມ່ນມີ​ຢູ່​ຢ່າງ
​ບໍ່​ຂາດ​ສາຍ ​ຊຶ່ງ​ໄດ້​ເຮັດ​ໃຫ້​ມີຫຼາຍກວ່າ 200 ຄົນ ​ເສຍ​ຊີວິດ​ແລ້ວ
​ໃນ​ອາທິດ​ທີ່​ຜ່ານ​ມາ.

​ເມື່ອ​ຕອນ​ເ​ຊົ້າວັນ​ອາທິດວາ​ນນີ້ ຜູ້ຕິດລະ​ເບີດ​ສະຫຼະຊີບ ຄົນ​ນຶ່ງ ​ໄດ້​ຍ່າງ​ເຂົ້າ​ໄປ​ໃນໂບດ​ແຫ່ງ​ນຶ່ງ​ຢູ່​ທີ່​ເມືອງ Potiskum ຊຶ່ງ​ເປັນ​ເມືອງ​ໃຫຍ່​ທີ່​ສຸດ​ຂອງ​ລັດ Yobe ຂອງ​ໄນ​ຈີ​ເຣຍ ​ແລະ ​ໄດ້​ບີບ​ຂະ​ນວນ​ລະ​ເບີດ​ໃຫ້​ແຕກ​ຂຶ້ນ ​ແລະໄດ້​ສັງຫານ​ຢ່າງ​ນ້ອຍ 5 ຄົນ ຊຶ່ງ​ຕິດຕາມ​ການ​ໂຈມ​ຕີ​ສະຫຼະຊີບ ​ໃນ​ວັນ​ສຸກ​ກ່ອນນີ້ ຢູ່​ໃກ້​ໆນະຄອນ Maiduguri ບ່ອນ​ທີ່​ບັນ​ດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ ຜູ້ຍິງ 6 ຄົນ​ໄດ້​ບີບ​ຂະ​ນວນລະ​ເບີດ​ຕົນ​ເອງ ທີ່ໄດ້​ສັງຫານ ຫຼາຍສິບຄົນ.

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kirby ​ໄດ້​ປະນາມ ການ​ໂຈມ​ຕີດັ່ງກ່າວ​ເຫຼົ່ານັ້ນ ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໂດຍພວກ​ໂບ​ໂກ້ ຮາຣາມ ​ໃນ​ຄຳ​ຖະ​ແຫລ​ງຄັ້ງ​ນຶ່ງ ​ໃນວັນ​ອາທິດ​ວານນີ້ ​ແລະ ​ໄດ້​ປະຕິຍານ​ວ່າ ຈະ​ຊ່ອຍ​ເຫຼືອ ຊາວ​ໄນຈີ​ເຣຍ “​ໃນ​ການ​ຕໍ່ສູ້ຕ້ານ​ ຄວາມ​ຮຸນ​ແຮງ​ຈັດ​ດັ່ງກ່າວ​ນັ້ນ.”

Nigeria Boko Haram
please wait
Embed

No media source currently available

0:00 0:01:09 0:00

XS
SM
MD
LG