ຜູ້ປົກຄອງລັດຟລໍຣິດາ, ທ່ານ ຣິກ ສະກັອດ (Rick Scott) ໃນວັນພະຫັດມື້ນີ້ ໃຫ້
ສັນຍາວ່າ ລັດຖະບານຂອງທ່ານຈະໃຫ້ການບັນເທົາທຸກຢ່າງແຂງຂັນພາຍຫລັງທີ່
ລັດດັ່ງກ່າວ ໄດ້ຮັບຜົນກະທົບຈາກລົມພາຍຸເຮີຣິເຄນໄມເກິລ ຊຶ່ງເປັນລົມພາຍຸທີ່ມີ
ພະລັງແຮງທີ່ສຸດ ທີ່ເຄີຍປະທະແຜ່ນດິນໃຫຍ່ສະຫະລັດ ໃນຮອບ 50 ປີຜ່ານມາ.
“ພວກເຮົາຈະຟື້ນຟູຄືນ ແລະຕອບສະໜອງຢ່າງແຂງຂັນ ພາຍໃນບໍ່ເທົ່າໃດມື້ຕໍ່ໜ້າ
ນີ້ ແລະຈະເຮັດທຸກສິ່ງທຸກຢ່າງທີ່ພວກເຮົາສາມາດເຮັດໄດ້ ເພື່ອຊ່ວຍຊຸມຊົນຂອງ
ພວກເຮົາ ທີ່ໄດ້ປະເຊີນກັບຜົນກະທົບ ຂອງພາຍຸທີ່ຫາຍະນະນີ້,” ນັ້ນຄືຄຳເວົ້າ
ຂອງທ່ານສະກັອດ.
ທ່ານຍັງໄດ້ຮຽກຮ້ອງໃຫ້ປະຊາຊົນທີ່ຖືກກະທົບໂດຍພາຍຸເຮີຣີເຄນໃຫ້ພາກັນຢູ່
ໃນເຮືອນ ເພື່ອອຳນວຍໃຫ້ພະນັກງານກູ້ໄພສຸກເສີນສາມາດປະຕິບັດງານຂອງ
ພວກເຂົາເຈົ້າໄດ້.
ສູນກາງເຮີຣິເຄນແຫ່ງຊາດໄດ້ປະເມີນລົມພາຍຸດັ່ງກ່າວວ່າ ໄດ້ຫຼຸດລະດັບຄວາມ
ຮ້າຍແຮງລົງມາເປັນລົມພາຍຸເຂດຮ້ອນໃນຕອນເຊົ້າໆ ຂອງວັນພະຫັດມື້ນີ້ ໂດຍ
ກ່າວວ່າ ຄວາມແຮງສູງສຸດຂອງລົມພາຍຸເຮີຣິເຄນນີ້ ໄດ້ຫລຸດລົງມາຢູ່ໃນລະດັບ
ຕ່ຳກວ່າລະດັບຄວາມແຮງຂອງພາຍຸເຮີຣິເຄນ.
ແຕ່ວ່າ ໃນຂະນະທີ່ລົມໄດ້ອ່ອນແຮງລົງ ໄພນາບຂູ່ຂອງຝົນທີ່ຕົກມາຖ້ວມເຂດ
ດັ່ງກ່າວ ຊຶ່ງລວມທັງເຂດທີ່ໄດ້ຖືກນ້ຳຖ້ວມຂັງ ຍ້ອນພາຍຸເຮຣິເຄນທີ່ພັດມາ
ເມື່ອມໍ່ໆມາ ຢູ່ຕາມແຄມຝັ່ງທະເລພາກຕາເວັນອອກຂອງສະຫະລັດຢູ່ແລ້ວນັ້ນ.
ພາຍຸນີ້ ໄດ້ພັດເຂົ້າໄປໃນລັດຈໍເຈຍຢູ່ຕະຫລອດຄືນ ແລະມີການພະຍາກອນວ່າ
ຈະພັດເປັນແລວຊ້າໆ ໄປທົ່ວລັດຄາໂຣໄລນາໃຕ້, ຄາໂຣໄລນາເໜືອ ແລະລັດ
ເວີຈີເນຍ ກ່ອນຈະອອກໄປຫາມະຫາສະໝຸດແອັດແລນຕິກໃນຕອນເຊົ້າວັນສຸກ
ມື້ອື່ນນີ້. ລັດເຫລົ່ານັ້ນ ອາດໄດ້ຮັບນ້ຳຝົນໃນລະຫວ່າງປະມານ 7 ຫາ 15 ຊັງ
ຕີແມັດ.
ພວກເຈົ້າໜ້າທີ່ເວົ້າວ່າ ມີຄົນເສຍຊີວິດຄົນນຶ່ງ ຍ້ອນລົມພາຍຸນີ້ ພາຍຫລັງທີ່ກົກ
ໄມ້ຕົ້ນນຶ່ງ ຫັກລົງທັບຊາຍຜູ້ນຶ່ງ ຢູ່ໃນເມືອງຫລວງທາລລາຮາຊຊີ
(Tallahassee) ຂອງ ລັດຟລໍຣິດາ.
ເຮີຣິເຄນໄມເກິີລ ໄດ້ພັດຂຶ້ນຝັ່ງ ໃນວັນພຸດວານນີ້ ຢູ່ເຂດພາກຕາເວັນຕົກສຽງ
ເໜືອສຸດຂອງລັດຟລໍຣິດາ ດ້ວຍລົມແຮງທີ່ຄົງຕົວຢູ່ໃນລະດັບ 249 ກິໂລແມັດຕໍ່
ຊົ່ວໂມງ ຊຶ່ງເຮັດໃຫ້ເຮີຣິເຄນຫົວນີ້ມີຄວາມແຮງເກືອບຮອດລະດັບ 5 ຊຶ່ງເປັນ
ລະດັບສູງສຸດ ສຳລັບໃຊ້ວັດແທກຄວາມແຮງ ແລະລະດັບຄວາມສາມາດຂອງ
ເຮີຣິເຄນ ທີ່ພາໃຫ້ເກີດຄວາມເສຍຫາຍໄດ້.
“ພວກເຮົາກຳລັງປະເຊີນກັບນະຮົກຢູ່,” ນັ້ນຄືຄຳເວົ້າຂອງຜູ້ອາໄສຢູ່ໃນເມືອງປາ
ນາມາ ທີ່ຕັ້ງຢູ່ແຄມທະເລ ທີ່ໄດ້ຕັດສິນໃຈບໍ່ຍອມຍົກຍ້າຍໜີ ໃຊ້ເພື່ອພັນລະນາ
ເຖິງເຮີຣິເຄນໄມເກີລ ໃນະຂະນທີ່ມັນພັດຂຶ້ນຝັ່ງ.
ພາຍຸດັ່ງກ່າວໄດ້ພັດເອົາຕົ້ນໄມ້ ແລະສາຍໄຟຂາດ ຢູ່ທົ່ວຫົວເມືອງຕ່າງໆ ໃນເຂດແຄມອ່າວເມັກຊິໂກໃນລັດຟລໍຣິດາ ໃນຂະນະທີ່ມັນໄດ້ພັດໃຫ້ຫຼັງຄາເຮືອນເປີດ ແລະເຮັດໃຫ້ມີນ້ຳສູງຫຼາຍແມັດໄຫລຂຶ້ນຖ້ວມເຂດດັ່ງກ່າວ ຍ້ອນຄວາມແຮງຂອງລົມພາຍຸ.