ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິເຄາະກ່າວວ່າ ສານສູງສຸດຮັບຟັງການຂໍອຸທອນຂອງ ທ່ານນາງ ອອງ ຊານ ຊູ ຈີ ເປັນພຽງການສະແດງເທົ່ານັ້ນ


ແຟ້ມຮູບ-ທ່ານວິນ ມິນ (ຊ້າຍ), ປະທານາທິບໍດີຂອງມຽນມາ ຕັ້ງແຕ່ກ່ອນການຖືກຂັບໄລ່, ໂອ້ລົມກັບ ທ່ານນາງອອງ ຊານ ຊູ ຈີ,ລຸນຫຼັງພິທີສະເຫຼີມສະຫຼອງຄົບຮອບ 4 ປີຂອງການຕົກລົງຢຸດຍິງທົ່ວປະເທດ, ຢູ່ທີ່ຫໍປະຊຸມແຫ່ງຊາດ ໃນນະຄອນຫຼວງນາປີດໍ, ມຽນມາ, ວັນທີ 28 ຕຸລາ 2019.
ແຟ້ມຮູບ-ທ່ານວິນ ມິນ (ຊ້າຍ), ປະທານາທິບໍດີຂອງມຽນມາ ຕັ້ງແຕ່ກ່ອນການຖືກຂັບໄລ່, ໂອ້ລົມກັບ ທ່ານນາງອອງ ຊານ ຊູ ຈີ,ລຸນຫຼັງພິທີສະເຫຼີມສະຫຼອງຄົບຮອບ 4 ປີຂອງການຕົກລົງຢຸດຍິງທົ່ວປະເທດ, ຢູ່ທີ່ຫໍປະຊຸມແຫ່ງຊາດ ໃນນະຄອນຫຼວງນາປີດໍ, ມຽນມາ, ວັນທີ 28 ຕຸລາ 2019.

ມີລາຍງານກ່ຽວກັບສານສູງສຸດຂອງມຽນມາ ທີ່ໄດ້ກ່າວໃນວັນພຸດທີ່ຜ່ານມາວ່າ ພວກເຂົາຈະພິຈາລະນາຮັບຟັງການຂໍອຸທອນຄະດີຂອງ ທ່ານນາງອອງ ຊານ ຊູ ຈີ ຜູ້ນໍາທີ່ຖືກຂັບໄລ່ ກ່ຽວກັບຄວາມຜິດສໍາລັບການສໍ້ລາດບັງຫຼວງ, ສໍ້ໂກງການເລືອກຕັ້ງ ແລະການລະເມີດກົດໝາຍ ທີ່ເປັນຄວາມລັບຂອງຊາດ.

ທ່ານນາງ ຊູ ຈີ ຖືກຈັບໂຕ ໃນວັນທີ 1 ກຸມພາ 2021, ເມື່ອກອງທັບ ທັດມາດໍຂອງມຽນມ້າ ໄດ້ພາກັນເຂົ້າຢຶດອໍານາດຈາກລັດຖະບານພົນລະເຮືອນ ທີ່ໄດ້ຮັບໄຊຊະນະຈາກການເລືອກຕັ້ງຄືນໃໝ່ ເຊິ່ງໄດ້ຜັກດັນໃຫ້ປະເທດເຂົ້າສູ່ໄລຍະເວລາຂອງຄວາມຂັດແຍ້ງທີ່ຮຸນແຮງອີກຄັ້ງ.

ອະດີດຜູ້ນໍາດັ່ງກ່າວ ອາຍຸ 77 ປີ ຖືກຕັດສິນຂັງຄຸກເປັນເວລາ 33 ປີ ລຸນຫຼັງຖືກໂທດປະຫານ ກ່ຽວກັບຄວາມຜິດຫຼາຍສິບກໍລະນີ ທີ່ດໍາເນີນການພິຈາລະນາຄະດີແບບປິດລັບ. ທ່ານນາງ ຊູ ຈີ ແລະບັນດາພັນທະມິດຂອງທ່ານນາງ ໄດ້ປະຕິເສດຕໍ່ຂໍ້ຫາທີ່ມີຕໍ່ທ່ານນາງ ແລະໄດ້ປະນາມຕໍ່ການຟ້ອງດຳເນີນຄະດີວ່າ ເປັນແຮງຜັກດັນທາງການເມືອງ.

ປັດຈຸບັນ, ສານສູງສຸດຂອງປະເທດ ຈະຮັບຟັງການຂໍອຸທອນຂອງ ທ່ານນາງ ຊູ ຈີ ແລະຈໍາເລີຍຮ່ວມກັບທ່ານນາງ ຄື ທ່ານວິນ ມິນ, ເຊິ່ງເປັນອະດີດປະທານາທິບໍດີຂອງມຽນມາທີ່ຖືກຂັບໄລ່ອອກຈາກອໍານາດ, ອີງຕາມລາຍງານຂອງອົງການຂ່າວ Reuters ແລະອົງການຂ່າວ AP, ໂດຍຍັງບໍ່ທັນໄດ້ມີການກໍານົດວັນ ແລະເວລາແຕ່ຢ່າງໃດ.

ແຫຼ່ງຂ່າວທີ່ລຶ້ງເຄີຍກັບເລື້ອງນີ້ ກ່າວຕໍ່ອົງການຂ່າວ Reuters ວ່າ “ຜູ້ພິພາກສາ ໄດ້ຮັບເອົາຂໍ້ສະເໜີ ເພື່ອຮັບຟັງການຂໍອຸທອນ ຂອງ 7 ກໍລະນີເຫຼົ່ານັ້ນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG