ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການ​ເມືອງ​ກ່ຽວ​ກັບ​ກັນ​ຊາ ປາ​ກົດວ່າ​​ ກາຍ​ເປັນ​ບັນ​ຫາ​ສຳ​ຄັນ ໃນ​ການ​ເລືອກ​ຕັ້ງ ​ຢູ່​ໄທ


(ພາບ​ໃນ​ແຟມ) ແກ້ງ​ທີ່​ບັນ​ຈຸ​ກັນ​ຊາ ຕັ້ງ​ຢູ່​ໃນ​ຮ້ານຂາຍ​ກັນ​ຊາ Royal Queen Seeds, ໃນ​ບາງກອກ, ວັນ​ທີ 17 ພະ​ຈິກ, 2022
(ພາບ​ໃນ​ແຟມ) ແກ້ງ​ທີ່​ບັນ​ຈຸ​ກັນ​ຊາ ຕັ້ງ​ຢູ່​ໃນ​ຮ້ານຂາຍ​ກັນ​ຊາ Royal Queen Seeds, ໃນ​ບາງກອກ, ວັນ​ທີ 17 ພະ​ຈິກ, 2022

ພັກການເມືອງຂອງໄທ ທີ່ຮູ້ຈັກກັນດີວ່າ ໄດ້ເຮັດ​ໃຫ້​ກັນ​ຊາ ຖືກກົດໝາຍ ເປັນບາງສ່ວນຢູ່ໃນລາດ​ຊະອານາຈັກ ແຫ່ງນັ້ນ​ກໍ ຄືພັກພູ​ມ​ໃຈ​ໄທ ໄດ້ກ່າວຫາຄູ່ແຂ່ງຂອງ​ຕົນວ່າ ຫຼິ້ນການເມືອງດ້ວຍນະໂຍບາຍທີ່ໃຊ້​ເປັນ​ປະ​ຈຳ​ຂອງ​ຕົນກ່ອນການເລືອກຕັ້ງໃນວັນທີ 14 ພຶດສະພານີ້, ໂດຍເຕືອນວ່າ ການປະຕິຮູບກັນ​ຊາແມ່ນບໍ່ສາມາດເຈລະຈາໄດ້ ຖ້າພັກຕົນ​ ຈະເຂົ້າຮ່ວມລັດຖະບານປະສົມກັບ​ພັກໃດໆກໍຕາມ. .

​ໃນ​ເດືອນ​ມິຖຸນາ​ປີ 2022, ປະ​ເທດ​ໄທ​ ໄດ້​ຕັດ​ສິນໃຫ້​ມີ​ການ​ປູກຝັງ ​ແລະ ຂາຍກັນຊາ​ໂດຍ​ບັນດາ​ທຸລະ​ກິດ ​ທີ່​ມີ​ໃບ​ອະນຸຍາດ​ເພື່ອ​ໃຊ້​ເປັນ​ຢາ​ເທົ່າ​ນັ້ນ.

​ແຕ່​ກົດ​ໝາຍ​ທີ່​ລະ​ອຽດ​ ກ່ຽວ​ກັບກັນ​ຊາບໍ່​ຜ່ານ​ສະພາໄດ້ ​ກ່ອນ​ທີ່​ມັນຈະ​ຖືກ​ຍຸບ​ລົງ​ໃນ​ເດືອນ​ມີນາ ​ເພື່ອ​ໃຫ້​ເວລາ​ແກ່​ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ ທີ່​ຈະ​ມາ​ເຖິງນີ້.

(ພາບ​ໃນ​ແຟມ) ກຳ​ມະ​ກອນ​ຜູ້​ນຶ່ງກວດ​ກາ​ເບິ່ງ​ໃບ​ຊາ ແລະ​ດູ​ແລ​ຕົ້ນ​ມັນຢູ່​ຟາມ​ຣັກ​ຈັງ ຊຶ່ງ​ເປັນ​ຟາມ​ນຶ່ງ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້ປູກ​ ແລະ​ຂາຍກັນ​ຊາ​ໃຫ້​ບ່ອນ​ຜະ​ລິດ​ຢາກ່ອນ​ໝູ່ ໃນ​ນະ​ຄອນ​ຣາດ​ຊະ​ສິມ​ມາຂອງ​ໄທ, 28 ມີ​ນາ, 2021
(ພາບ​ໃນ​ແຟມ) ກຳ​ມະ​ກອນ​ຜູ້​ນຶ່ງກວດ​ກາ​ເບິ່ງ​ໃບ​ຊາ ແລະ​ດູ​ແລ​ຕົ້ນ​ມັນຢູ່​ຟາມ​ຣັກ​ຈັງ ຊຶ່ງ​ເປັນ​ຟາມ​ນຶ່ງ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້ປູກ​ ແລະ​ຂາຍກັນ​ຊາ​ໃຫ້​ບ່ອນ​ຜະ​ລິດ​ຢາກ່ອນ​ໝູ່ ໃນ​ນະ​ຄອນ​ຣາດ​ຊະ​ສິມ​ມາຂອງ​ໄທ, 28 ມີ​ນາ, 2021

ຢູ່ໃນຊ່ອງ​ຫວ່າງທາງກົດໝາຍແລ້ວ ການສູບ​ກັນ​ຊາເພື່ອ​ເປັນ​ການພັກຜ່ອນຢ່ອນໃຈນີ້ ໄດ້ງອກ​ງາມຂຶ້ນຫລາຍ, ເຊິ່ງກໍ່ໃຫ້ເກີດຄວາມວິຕົກກັງວົນໃນພວກຕຳ​ນິ​ທີ່ເວົ້າວ່າ ກົດໝາຍຜ່ອນ​ຜັນຫຼາຍເກີນໄປ, ໄວເກີນໄປໂພດ.

ທັງ​ພັກ​ເພື່ອ​ໄທ ​ແລະ ພັກ​ກ້າວໄກ ຊຶ່ງ​ເປັນ​ກຸ່ມສົ່ງ​ເສີມ​ປະຊາທິປະ​ໄຕ​ຕົ້ນຕໍ ​ທີ່​ຄາດ​ວ່າ​ຈະ​ໄດ້​ຮັບ​ທີ່​ນັ່ງ​ສ່ວນ​ຫຼາຍ ກ່າວ​ວ່າ ການ​ເປີດ​ເສລີ​ການ​ປູກກັນ​ຊາ​ເຮັດ​ໃຫ້​ມີ​ຄວາມ​ວຸ້ນວາຍ, ​ໄດ້​ຊຸກຍູ້​ການ​ສູບ​ກັນຊາຫລາຍ​ຂຶ້ນ ​ແລະ​ບໍ່​ສາມາດ​ຊຸກຍູ້​ຊາວ​ກະສິກອນ​ທີ່​ທຸກ​ຍາກ ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ ທັງ​ນີ້​ກໍຍ້ອນ​ວ່າ ຄ່າໃຊ້ຈ່າຍໃນການລົງທຶນສູງ.

Thailand's Young Pro-Democracy Activists Yearn for Change at Polls
please wait

No media source currently available

0:00 0:03:17 0:00

"ພວກເຮົາບໍ່ຕ້ອງການກັນ​ຊາອີກຕໍ່ໄປ. ພວກ​ເຮົາ​ພໍ​ກັບ​ມັນ​ແລ້ວ,” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ​ປະ​ເສີດ ຈັນ​ຣວງ​ທອງ, ເລ​ຂາ​ທິ​ການ​ໃຫຍ່​ຂອງພັກ​ເພື່ອ​ໄທກ່າວ​ຕໍ່​ງານໂຮມ​ຊຸມ​ນຸມ​ເພື່ອ​ໂຄ​ສະ​ນາ​ໃນ​ອາ​ທິດແລ້ວນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG