ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການ​ເລື່ອນ​ແຜນ​ການ​ເດີນ​ທາງ ໄປ​ຢ້ຽມ​ຢາມອອ​ສ​ເຕ​ຣ​ເລຍ ແລະ​ປາ​ປົວ​ນິວ​ກີ​​ນີ​ ຂອງ​ທ່ານ​ໄບ​ເດັນ ພາ​ໃຫ້​ມີ​ການ​ຕ້ອງ​ຕິ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ເດີນ​ທາງ​ໄປ​ຮອດ​ປະ​ເທດ​ຍີ່​ປຸ່ນ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກຸ່ມ ຈີ 7
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ເດີນ​ທາງ​ໄປ​ຮອດ​ປະ​ເທດ​ຍີ່​ປຸ່ນ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກຸ່ມ ຈີ 7

ບັນ​ດາເຈົ້າ​ໜ້າ​ທີ່​ຂອງລັດ​ຖະ​ບານ​ທ່ານ​ໄບ​ເດັນ​ ຕອບ​ໂຕ້​ຕໍ່​ການ​ຕຳ​ໜິ​ຕິ​ຕຽນ​ກ່ຽວ​ກັບການ​ຕັດ​ສິນ​ໃຈ ​ທີ່​ຈະ​ເລື່ອນການ​ເດີນ​ທາງ​ໄປຢ້ຽມ​ຢາມອອ​ສ​ເຕ​ຣ​ເລຍ ແລະ ການ​ເດີນ​ທາງ​ຄັ້ງ​ປະ​ຫວັດ​ສາດ​ໄປ​ປາ​ປົວນິວກີ​ນີ ເຊິ່ງ​ຈະ​ເປັນ​ຄັ້ງ​ທຳ​ອິດ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ.

ບັນ​ດາ​ນັກ​ວິ​ເຄາະ​ໄດ້​ກ່າວ​ເຖິງ​ການ​ເຄື່ອນ​ໄຫວ​ ທີ່ທ່ານໄບ​ເດັນ​ຕ້ອງ​ໄດ້​ເດີນ​ທາງ​ກັບ​ຄືນ​ປະ​ເທດໄວ​ຂຶ້ນ ​ເພື່ອ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ເລື້ອງງົບ​ປະ​ມານ ກັບລັດ​ຖະ​ສະ​ພາ​ນັ້ນ, ເປັນ​ຄວາມ​ລົ້ມ​ແຫຼວ​ຂອງສະ​ຫະ​ລັດ ແລະ ເປັນ​ຂອງ​ຂວັນ​ໃຫ້​ແກ່ຈີນ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ ​ພວມ​ສະ​ແດງ​ກຳ​ລັງ ຢູ່​ໃນ​ເຂດອິນ​ໂດປາ​ຊີ​ຟິກ ທີ່​ເປັນ​ເຫດ​ຜົນນຶ່ງທີ່​ລັດ​ຖະ​ບານ​ທ່ານໄບ​ເດັນ ໄດ້​ເຕົ້າ​ໂຮມ​ພັນ​ທະ​ມິດ ຢູ່​ໃນ​ຂົງ​ເຂດ​ດັ່ງ​ກ່າວ​ເມື່ອບໍ່​ດົນ​ມານີ້.

ທ່ານໄບ​ເດັນ ໄດ້​ເດີນ​ທາງ​ອອກ​ຈາກສະ​ຫະ​ລັດ ເມື່ອ​ວັນ​ພຸດ​ວານຜ່ານ​ມານີ້​ເພື່ອ​ ​ການ​ເດີນ​ທາງ​ທີ່​ຖືກ​ຕັດສັ້ນລົງໄປ​ປະ​ເທດຍີ່​ປຸ່ນ ສຳ​ລັບເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຂອງ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ທີ່​ສຳ​ຄັນ​ຈຳ​ນວນ​ນຶ່ງ.

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ໄດ້​ໂທ​ລະ​ສັບ​ໄປ​ຫາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ປົວ​ນິວ​ກີນີ ທ່ານ​ເຈມ​ສ໌ ມາ​ຣາ​ພີ ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດ ຈາກ​ເຮືອ​ບິນ​ປະ​ຈຳ​ຕຳ​ແໜ່ງ Air Force One. ທ່ານ​ໄດ້​ເຊີນ​ນາ​ຍົກ​ມາ​ຣ​າ​ພີໃຫ້​ເດີນ​ທາງ​ມາ​ວໍ​ຊິງ​ຕັນ​ໃນ​ເດືອນ​ກັນ​ຍາ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຂອງ​ບັນ​ດາ​ປະ​ເທດ​ໝູ່​ເກາະ​ປາ​ຊີ​ຟິກ​ຄັ້ງ​ທີ​ສອງ “ບ່ອນ​ທີ່​ພວກ​ຜູ້​ນຳ​ສາ​ມາດ​ສືບ​ຕໍ່ ​ປຶກ​ສາ​ຫາ​ລື​ກັນ ກ່ຽວ​ກັບ​ການ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື ລະ​ຫວ່າງ​ສະ​ຫະ​ລັດ ກັບ​ປາ​ຊີ​ຟິກ ໃນ​ບູ​ລິ​ມະ​ສິດ​ຮ່ວມ​ຕ່າງໆ ຮວ​ມ​ທັງ​ ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ເພີ້​ມ​ທະ​ວີ​ຄວາມ​ສຳ​ພັນ​ທາງ​ດ້ານ​ການ​ຄ້າ​ແລະ​ເສດ​ຖະ​ກິດ ຊຸກ​ຍູ້​ຄວາມ​ໝັ້ນ​ຄົງ​ທາງ​ທະ​ເລ ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ​ມີ​ທຸກ​ຝ່າຍ​ປະ​ກອບ​ສ່ວນ ແລະ​ກໍ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ກັບ​ປະ​ຊາ​ຊົນ.” ທ່ານ​ໄບ​ເດັນ​ໄດ້​ທຳ​ການ​ພົບ​ປະ​ສຸດຍອດ​ເທື່ອ​ທຳ​ອິດ ໃນ​ເດືອນ​ກັນ​ຍາ​ປີ​ກາຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG