ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ເລື່ອນ​ການ​ເດີນ​ທາງ ​ໄປ​ພາກ​ພື້ນປາ​ຊີ​ຟິກ ຂອງ​ທ່ານ ໄບ​ເດັນ ກໍ່​ໃຫ້​ເກີດ​ການ​ຕຳ​ໜິ​ຕິ​ຕຽນ


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ, ຍ່າງ​ກັບ​ຜູ້​ບັນ​ຊາ​ການ​ການ​ຂົນ​ສົ່ງ​ທາງ​ອາ​ກາດ​ທີ 89 ຂອງກອງ​ທັບ​ອາ​ກາດ, ພັນ​ເອກ ແມັດ​ທິວ ໂຈນ​ສ໌, ຍ່າງ​ໄປ​ຂຶ້ນ​ເຮືອ​ບິນ Air Force One ຢູ່​ຖານ​ທັບ​ອາ​ກາດ ແອນ​ດ​ຣ​ູ​ສ໌, 17 ພຶດ​ສະ​ພາ 2023.
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ, ຍ່າງ​ກັບ​ຜູ້​ບັນ​ຊາ​ການ​ການ​ຂົນ​ສົ່ງ​ທາງ​ອາ​ກາດ​ທີ 89 ຂອງກອງ​ທັບ​ອາ​ກາດ, ພັນ​ເອກ ແມັດ​ທິວ ໂຈນ​ສ໌, ຍ່າງ​ໄປ​ຂຶ້ນ​ເຮືອ​ບິນ Air Force One ຢູ່​ຖານ​ທັບ​ອາ​ກາດ ແອນ​ດ​ຣ​ູ​ສ໌, 17 ພຶດ​ສະ​ພາ 2023.

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ທ່ານ ໄບ​ເດັນ ໄດ້​ຕອບ​ໂຕ້​ຕໍ່​ການ​ຕຳ​ໜິ​ຕິ​ຕຽນ​ໃນ​ວັນ​ພຸດ​ວານນີ້ ກ່ຽວ​ກັບ ການ​ຕັດ​ສິນ​ໃຈ​ທີ່​ຈະ​ເລື່ອນການ​ຢ້ຽມ​ຢາມ ອອ​ສ​ເຕ​ຣ​ເລຍ ແລະ ການ​ເດີນ​ທາງ​ຄັ້ງ​ປະ​ຫວັດ​ສາດ​ໄປ​ປະ​ເທດ ປາ​ປົວ ນິວ ກີ​ນີ, ເຊິ່ງ​ຈະ​ເປັນ​ຄັ້ງ​ທຳ​ອິດ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ.

ບັນ​ດາ​ນັກ​ວິ​ເຄາະ ​ໄດ້​ອະ​ທິ​ບາຍ​ການ​ເຄື່ອນ​ໄຫວ​ນັ້ນ, ທີ່​ເກີດ​ຂຶ້ນ​ໂດຍ​ການ​ຕ້ອງ​ການ​ທີ່​ຈະ​ເດີນ​ທາງ​ກັບ​ປະ​ເທດ​ຂອງ​ທ່ານ ໄບ​ເດັນ ໄວ​ຂຶ້ນ​ເພື່ອ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ງົບ​ປະ​ມານ​ລັດ​ຖະ​ສະ​ພາ​ນັ້ນ, ເປັນ​ຄວາມ​ລົ້ມ​ແຫຼວ​ຂອງ ສະ​ຫະ​ລັດ ແລະ ເປັນ​ຂອງ​ຂວັນ​ຕໍ່ ຈີນ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເບັ່ງ​ກ້າມ​ ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ພາກ​ພື້ນ​ອິນ​ໂດ-ປາ​ຊີ​ຟິກ, ທີ່​ເປັນ​ເຫດ​ຜົນນຶ່ງທີ່​ລັດ​ຖະ​ບານ​ທ່ານ ໄບ​ເດັນ ໄດ້​ເຕົ້າ​ໂຮມ​ພັນ​ທະ​ມິດຢູ່​ໃນ​ຂົງ​ເຂດ​ດັ່ງ​ກ່າວ​ເມື່ອບໍ່​ດົນ​ມານີ້.

ທ່ານ ໄບ​ເດັນ ໄດ້​ເດີນ​ທາງ​ອອກ​ຈາກ ສະ​ຫະ​ລັດ ເມື່ອ​ວັນ​ພຸດ​ວານນີ້​ສຳ​ລັບ​ການ​ເດີນ​ທາງ​ທີ່​ຖືກ​ຕັດສັ້ນລົງ​ໄປ​ປະ​ເທດ ຍີ່​ປຸ່ນ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຂອງ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ທີ່​ສຳ​ຄັນ​ຈຳ​ນວນ​ນຶ່ງ. ປົກ​ກະ​ຕິ​ແລ້ວ​ທ່ານ​ຈະ​ສືບ​ຕໍ່​ເດີນ​ທາງ​ໄປ​ ປາ​ປົວ ນິວ ກີ​ນີ.

ການ​ເດີນ​ທາງ​ໄລ​ຍະ​ສັ້ນ​ຜ່ານ​ປະ​ເທດ​ເກາະ​ທາງ​ພາກ​ເໜືອ​ຂອງ ອອ​ສ​ເຕ​ຣ​ເລຍ ນັ້ນ​ແມ່ນ​ຄາດ​ວ່າ​ຈະ​ເສີມ​ສ້າງ​ຂໍ້​ຕົກ​ລົງ​ການ​ປ້ອງ​ກັນ​ປະ​ເທດ​ສະ​ບັບ​ໃໝ່​ລະ​ຫວ່າງ ວໍ​ຊິງ​ຕັນ ກັບ ປອດ ມໍ​ເຣສ​ບີ ທີ່​ຈະ​ອະ​ນຸ​ຍາດ​ໃຫ້ໜ່ວຍຍາມຝັ່ງ ສະ​ຫະ​ລັດ ລາດ​ຕະ​ເວນ​ໃນ​ເຂດ​ນ້ຳ​ຂອງ​ເຂົາ​ເຈົ້າ. ທ່ານ​ໄດ້​ມີ​ຈຸດ​ປະ​ສົງ​ທີ່​ຈະ​ເດີນ​ທາງ​ໄປ​ນະ​ຄອນ ຊິດ​ນີ ສຳ​ລັບ​ກອງ​ປະ​ຊຸມ​ສຸດຍອດ​ກັບ​ບັນ​ດາ​ຜູ້​ນຳ ອິນ​ເດຍ, ອອ​ສ​ເຕ​ຣ​ເລຍ ແລະ ຍີ່​ປຸ່ນ. ກອງ​ປະ​ຊຸມ​ດັ່ງ​ກ່າວ​ແມ່ນ​ຖືກ​ຍົກ​ເລີກ​ແລ້ວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG