ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Cruz ແລະ ທ່ານ Sanders ຊະນະ ການເລືອກຕັ້ງ ຂັ້ນຕົ້ນ ທີ່ລັດວິສຄັນຊິນ


ທ່ານ Bernie Sanders ພວມຖະແຫລງ ຕໍ່ພວກສະໜັບສະໜຸນ ທີ່ເມືອງ Laramie ໃນລັດໄວໂອມິງ. (5 ເມສາ 2016)​
ທ່ານ Bernie Sanders ພວມຖະແຫລງ ຕໍ່ພວກສະໜັບສະໜຸນ ທີ່ເມືອງ Laramie ໃນລັດໄວໂອມິງ. (5 ເມສາ 2016)​

ທ່ານ Ted Cruz ຈາກ​ພັກຣີພັບ​ບລີ​ກັນ ​ແລະ ​ທ່ານ Bernie Sanders ຈາກພັກ​ເດ​ໂມ ແຄຣັດ ຊຶ່ງ​ມີ​ຄະ​ແນນ​ສຽງ​ເປັນຮອງ​ ໃນ​ການແຂ່ງຂັນ​ເພື່ອ​ໃຫ້​ໄດ້​ຮັບ​ການແຕ່ງຕັ້ງ​ເປັນ​ຜູ້ ສະໝັກ​ປະທານາທິບໍດີ​ຂອງ​ພັກ ໂດຍ​ທົ່ວ​ໄປ​ນັ້ນ ຕ່າງ​ກໍ​ໄດ້​ຮັບ​ໄຊຊະ​ທີ່​ສຳຄັນ ​ໃນ​ການ ເລືອກ​ຕັ້ງຂັ້ນຕົ້ນທີ່​ລັດ Wisconsin ທາງ​ພາກ​ເໜືອ​ຂອງສະຫະລັດໃນ​ວັນ​ອັງຄານ​ວານ​ ນີ້.

ທ່ານ Cruz ​ໄດ້​ຊະນະ​ທ່ານ Donald Trump ດ້ວຍ​ຄະ​ແນນ​ສຽງ 48 ຕໍ່ 35 ​ເປີ​ເຊັນແລະ ເອີ້ນ​ໄຊຊະນະ​ດັ່ງກ່າວ​ນີ້ວ່າ ​ເປັນ​ບາດ​ລ້ຽງວ ແລະ​ເປັນ​ການໂຮມຊຸມນຸມ ​ຮຽກຮ້ອງໃຫ້ສະ ໜັບສະໜູນ​ອາ​ເມຣິກາ. ສະມາຊິກ​ສະພາ​ສູງ​ຈາກ​ລັດ​ເທັກ​ຊັສຍັງ​ໄດ້​ຫັນຄວາມ​ສົນ​ໃຈ​ໄປ ໃສ່​ອະດີດ​ລັດຖະມົນຕີຕ່າງປະ​ເທດ​ສະຫະລັ​ດ ທ່ານ Hillary Clinton ຜູ້​ສະໝັກ​ທີ່​ມີ​ຄະ​ແນນ​ສຽງ​ນຳ​ໜ້າ​ຂອງພັກ​ເດ​ໂມ​ແຄຣັດ ​ໂດຍກ່າວ​ວ່າທ່ານ​ບໍ່​ພຽງ​ແຕ່​ຈະ​ໄດ້​ຮັບ​ໄຊຊະນະ ໃນ​ການ​ຖືກ​ສະ​ເໜີ​ຊື່​ໃຫ້​ເປັນ​ຜູ້ສະໝັກຂອງ​ພັກຣີພັບ​ບລີ​ກັນ​ເທົ່າ​ນັ້ນ​ແຕ່​ຍັງ​ຈະ​ໄດ້​ຮັບ​ໄຊ ຊະນະ​ໃນການ​ເລືອກ​ຕັ້ງທົ່ວ​ໄປ​ໃນ​ເດືອນ​ພະຈິກ​ນຳ​ດ້ວຍ.

Cruz and Sanders Big Winners in Wisconsin Primary
please wait

No media source currently available

0:00 0:02:38 0:00

ທ່ານ Cruz ກ່າວ​ວ່າ ຂ້າພະ​ເຈົ້າຂໍ​ກ່າວ ແຕ່​ພຽງ​ວ່າ Hillary ​ໃຫ້​ກຽມພ້ອມ ພວກ​ເຮົາ​ມາ ແລ້ວ.

ທ່ານ Trump ບໍ່​ໄດ້​ໃຫ້​ຄວາມ​ເຫັນ ​ຢ່າງ​ເປັນ​ທາງ​ການ​ໃດໆ​ ໃນ​ແລງ​ວັນ​ອັງຄານ​ວານ​ນີ້ ແຕ່​ຫ້ອງການໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ໄດ້​ອອກ​ຖະ​ແຫຼງການ​ສະບັບ​ນຶ່ງ​ທີ່ໂຈມ​ຕີ​ທ່ານ Cruz ຢ່າງ​ແຮງວ່າ ​ໄດ້​ຮັບ​ການສະໜັບສະ​ໜຸນ ​ຈາກ​ພວກ​ທີ່​ຊອກຫາ​ຊ່ອງ​ທາງ​ເພື່ອ​ຂັດ ຂວາງ ​ບໍ່​ໃຫ້​ທ່ານ Trump ຖືກ​ແຕ່ງຕັ້ງ ທີ່​ກອງ​ປະຊຸມ​ໃຫຍ່ຂອງ​ພັກ ຢູ່​ນະຄອນ Cleve- land ​ໃນ​ເດືອນ​ກໍລະກົດ​ຈະ​ມານີ້.

ຖະແຫຼງການກ່າວວ່າ ທ່ານ Cruz ​ແມ່ນ​ຮ້າຍ​ກວ່າ​ຫຸ່ນ ລາວ​ເປັນ​ເຄື່ອງມື​ບ່ອນ​ທຳລາຍ ​ທີ່ຖືກ​ສວຍ​ໃຊ້​ໂດຍ​ພວກ​ນາຍ​ເໜືອ​ຫົວ​ ທີ່​ພະຍາຍາມ​ຈະ​ລັກຂະໂມ​ຍ ການ​ແຕ່ງຕັ້ງ​ໄປ​ຈາກທ່ານ Trump.

ກ່ອນ​ໜ້າການ​ເລືອກ​ຕັ້ງຂັ້ນຕົ້ນ ຢູ່​ທີ່ລັດ Wisconsin ທ່ານ Trump ​ແມ່ນ​ມີຢູ່ຈຳນວນ ຜູ້ຕາງໜ້າ​ທັງ​ໝົດ 737 ທ່ານ Cruz ມີ 475​ ​ແລະ​ຜູ້​ປົກຄອງ​ລັດ​ Ohio John Kasich ມີຢູ່ 143. ທ່ານ Cruz ແມ່ນ​ຊະນະ​ເກືອບ​ທັງ​ໝົດຂອງ​ຈຳນວນ​ຜູ້ຕາງໜ້າ​ຂອງ​ລັດ Wis- consin ທີ່​ມີ​ຢູ່ 42 ​ເຮັດ​ໃຫ້​ມີ​ໂອກາດ​ເພີ້ມຂຶ້ນ ທີ່​ທ່ານ Trump ຈະ​ບໍ່​ສາມາດ​ໄດ້​ຮັບ​ ຈຳ ນວນ​ຜູ້ຕາງໜ້າ 1,237 ​ຕາມ​ທີ່​ຕ້ອງການ​ເພື່ອຈະ​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຜູ້​ສະໝັກ​ຂອງ​ພັກກ່ອນ​ກອງ​ປະຊຸມ​ໃຫຍ່.

ທ່ານ Sanders ສະມາຊິກ​ສະພາ​ສູງ​ຈາກ​ລັດ Vermont ​ໄດ້​ຊະນະ​ທ່ານ​ນາງ Clinton ດ້ວຍ​ຄະ​ແນນ​ສຽງ​ 56 ​ເປີ​ເຊັນ​ທີ່​ລັດ Wisconsin. ​ເວລາ​ນີ້ທ່ານ​ໄດ້ໄຊຊະນະ 6​ ຂອງຈຳ​ນວນທັງ​ໝົດ 7 ລັດ ​ສຸດ​ທ້າຍແລະ​ກ່າວ​ຕໍ່ພວກ​ສະໜັບສະ​ໜຸນທີ່​ລັດ​ໄວໂອມິງ ຊຶ່ງ​ຈະ​ຈັດ ກອງ​ປະຊຸມ​ປ່ອນ​ບັດ​ຂອງ​ພັກ​ໃນ​ມື້ວັນ​ເສົາ​ຈະມານີ້ວ່າ ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ ກຳລັງ​ໄດ້​ຮັບ​ແຮງ​ກະຕຸກ​ຊຸກຍູ້.

Cruz, Sanders Win Wisconsin Primaries
please wait

No media source currently available

0:00 0:01:35 0:00
XS
SM
MD
LG