ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອາດເກີດລະເບີດ ໃກ້ກັບບ່ອນ ເຮືອດຳນໍ້າ ຂອງ ອາເຈັນຕີນາ ຫາຍສາບສູນ


ຜູ້ຊາຍອາເຈັນຕີນາຄົນນຶ່ງ ກຳລັງມັດທຸງໃສ່ຮົ້ວ ເພື່ອສະແດງ ໃຫ້ເຫັນ ເຖິງຄວາມເປັນນໍ້ານຶ່ງໃຈດຽວ.
ຜູ້ຊາຍອາເຈັນຕີນາຄົນນຶ່ງ ກຳລັງມັດທຸງໃສ່ຮົ້ວ ເພື່ອສະແດງ ໃຫ້ເຫັນ ເຖິງຄວາມເປັນນໍ້ານຶ່ງໃຈດຽວ.

ກອງທັບ​ເຮືອ​ອາເຈັນ​ຕີ​ນາ ກ່າວ​ວ່າ ​ອາດ​ເກີດ​ເຫດລະ​ເບີດ​ ທີ່​ໄດ້​ຍິນ​ຢູ່ໃນມະຫາ​ສະໝຸດ
ໃກ້​ກັບ​ບ່ອນ​ເຮືອ​ດຳ​ນໍ້າ​ໄດ້​ຫາ​ຍສາບ​ສູນ ພ້ອມ​ດ້ວຍ​ລູກ​ເຮືອ 44 ຄົນ​ຢູ່​ໃນ​ເຮືອດັ່ງກ່າວ.

​ເຮືອ​ດຳ​ນໍ້າ ແຊນ ຮວນ ​ໄດ້​ຫາ​ຍສາບ​ສູນໄປ​ໃນ​ວັນ​ທີ 15 ​ເດືອນ​ພະຈິກ ​ແລະ​ກອງທັບ​
ເຮືອ​ອາ​ເຈັນ​ຕີ​ນາ ອະ​ທິບາຍ​ວ່າ ສຽງ​ລະ​ເບີດ​ທີ່​ຕິດຕາ​ມມາ​ນັ້ນ “ບໍ່​ປົກກະຕິ ສັ້ນໆ ຮ້າຍ
​ແຮງ.”

ກອງທັບ​ເຮື​ອສະຫະລັດ ​ແລະ​ອົງການ​ສັງ​ເກດການ ກ່ຽວກັບການຫ້າມ​ການທົດ​ລອງນິວ​ເຄລຍສາກົນ ກ່າວ​ວ່າ “ແຮງ​ສັ່ນ​ສະເທືອ​ນທີ່​ບໍ່​ປົກກະຕິ” ​ໄດ້​ເກີດ​ຂຶ້ນ ພຽງ​ບໍ່​ເທົ່າ​ໃດ​ຊົ່ວ
​ໂມງ​ຫລັງ​ຈາກກອງທັບ​ເຮືອ​ໄດ້​ຂາດການ​ຕິດ​ຕໍ່​ກັບ​ເຮືອ​ດຳ​ນໍ້າ.

ທ່ານເອັນ​ຣິກເກ ບອລ​ບີ ​ໂຄສົກ​ກອງທັບ​ເຮືອອາ​ເຈັນ​ຕີ​ນາ ກ່າວ​ວ່າ​ ພວກ​ເຈົ້າ​ໜ້າ​ທີ່​ບໍ່​
ຊາບ​ເຖິງ​ສາ​ເຫດຂອງການ​ລະ​ເບີດ ​ແລະ​ບໍ່​ມີ​ຫລັກ​ຖານ​ທີ່ວ່າ​ເຮືອ​ໄດ້​ຖືກ​ໂຈມ​ຕີ. ທ່ານ​
ກ່າວ​ວ່າ ການ​ຊອກ​ຄົ້ນ​ຫາ​ຈະ​ດຳ​ເນີນ​ຕໍ່ໄປ​ຈົນ​ກວ່າຈະຮູ້ຢ່າງແນ່ນອນ ກ່ຽວກັບ​ຊະ​ຕາ
​ກຳຂອງ​ເຮືອ​ດຳ​ນໍ້າ​ແຊນ​ຮວນ.

​ເຮືອ​ດຳ​ນໍ້າ​ແຊນ​ຮວນ ອາຍຸ 34 ປີ ສ້າງ​ຢູ່່​ປະ​ເທດ​ເຢຣະມັນ ​ເປັນ​ເຮືອ​ດຳ​ນໍ້າ​ໃຊ້​ນໍ້າມັນ​ກາຊວນແລະໄຟຟ້າ​ມີ​ລາຍ​ງານ​ວ່່າ ​ໄດ້​ບັນ​ຫາດ້ານ​ໝໍ້​ໄຟ ​ໃນ​ວັນ​ທີ 15 ​ເດືອນ​ພະຈິກ ​
ແລະກ່າວ​ວ່່າ​ເຮືອລຳນີ້ ​ໄດ້​ກັບ​ຄືນ​ໄປຈອດ ທີ່ເມືອງທ່າ​ມາ ​ແດນ ປລາ​ຕາ ​ແຕ່​ບໍ່​ໄດ້​ສົ່ງ
ສັນຍານ​ຂໍການຊ່ວຍເຫຼືອສຸກ​ເສີນ ອີງຕາມ​ກອງທັບ​ເຮືອ.

​ເປັນ​ທີ່ສັນ​ນິດຖານກັນ​ວ່າ​ ເຮືອ​ດຳ​ນໍ້າ​ຍັງ​ບໍ່ໄດ້ຮັບຄວາມເສຍຫາຍໃດໆ ຫລັງ​ຈາກ​ເກີດ
ເຫດລະ​ເບີດ ​ແລະ​ຈົມ​ຢູ່​ພື້ນ​ທະ​ເລ ​ເຮືອດຳນໍ້າ​ມີອາກາດພຽງ​ແຕ່​ເຈັດມື້​ເ​ທົ່ານັ້ນທີ່​ອາດ
ຈະ​ໝົດ ​ໃນ​ວັນ​ພຸດ​ຈະ​ມາ​ເຖິງ​ນີ້.

ການ​ຊອກ​ຄົ້ນ​ຫາ​ເປັນ​ເວລາ​ນານ​ນຶ່ງ​ອາທິດ​ໄດ້ເນັ້ນ​ໜັກ​ໃສ່ບ່ອນຢູ່​ສຸດ​ທ້າຍທີ່​ຮູ້ຈັກ​ຂອງ​
ເຮືອ​ດຳ​ນໍ້າ ປະມານ 320 ກິ​ໂລ​ແມັດ​ ນອກ​ຝັ່ງ​ທະ​ເລ​ອາ​ເຈັ​ນຈີນ​າ ​ແຕ່​ໄດ້​ປະສົບກັບສະ
ພາບ​ອາກາດ​ບໍ່​ດີ.

ພາບບັນທຶກຈາກກອງາທັບເຮືອອາເຈັນຕີນາ ສະແດງໃຫ້ເຫັນເຮືອດຳນໍ້າ ແຊນ ຮວນ.
ພາບບັນທຶກຈາກກອງາທັບເຮືອອາເຈັນຕີນາ ສະແດງໃຫ້ເຫັນເຮືອດຳນໍ້າ ແຊນ ຮວນ.

ຣັດ​ເຊຍ​ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​ເປັນ​ປະ​ເທດ​ຫລ້າສຸດ ​ທີ່​ສົ່ງບັນດາ​ຜູ້​ຊ່ຽວຊານ​ກອງທັບ
​ເຮືອ ​ແລະ​ບັນດາ​ນັກວິ​ເຄາະ​ ໄປ​ຍັງ​ເຂດນອກ​ຝັ່ງ​ອາ​ເຈັນ​ຕີ​ນາ ເພື່ອ​ໃຫ້ ການ​ຊ່ວຍ​ເຫລືອ​
ໃນ​ການ​ຊອກ​ຫາ​ເຮືອດຳ​ນໍ້າ​ແຊນ​ຮວນ.

ກອງທັບ​ເຮືອ​ສະຫະລັດ ຍັງ​ໄດ້​ສົ່ງ​ເຮືອຊອກ​ຫາ​ຢູ່​ພື້ນ​ທະ​ເລ ​ແລະ​ລະບົບການ​ກູ້​ໄພ​ພື້ນ
​ທະ​ເລ ​ເພື່ອ​ຊ່ວຍ​ໃນ​ຄວາມ​ພະຍາຍາມ​ກູ້​ໄພດັ່ງກ່າວ.

​ເຮືອດຳ​ນໍ້າ​ທີ່​ມີ​ນໍ້າໜັກ 2,000 ​ໂຕນ ​ໃຊ້​ເຄື່ອງຈັກ​ນໍ້າມັນ​ກາຊວນຢູ່​ໜ້າ​ນໍ້າແລະ ໃຊ້ໄຟຟ້າ
ທີ່ແລ່ນດ້ວຍ​ໝໍ້​ໄຟຢູ​ໃຕ້​ນໍ້າ. ຢູ່​ເທິງ​ໜ້າ​ນໍ້າ ​ເຮືອ​ດຳ​ນໍ້າ​ທີ່ສ້າງ​ຢູ່ເຢຍຣະ ມັນລຳນີ້ ສາມາດ
ໃຊ້​ເຄື່ອງ​ຈັກ​ 4 ໜ່ວຍ ທີ່ແລ່ນດ້ວຍນໍ້າມັນກາ​ຊວນ ​ສາກ​ໜໍ້​ໄຟ​ຂອງຕົນ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Argentina Submarine
please wait
Embed

No media source currently available

0:00 0:01:25 0:00

XS
SM
MD
LG