ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Guterres ຈາກປອກຕຸຍກາລ ຖືກເລືອກ ເປັນເລຂາທິການໃຫຍ່ ສປຊ ຄົນຕໍ່ໄປ


ທ່ານ Antonio Guterres ຂ້າຫລວງໃຫຍ່ ດ້ານອົບພະຍົບ ຂອງສະຫະປະຊາຊາດ (UNHCR) ກ່າວຖະແຫລງ ໃນກອງປະຊຸມ ຖະແຫລງຂ່າວ ຢູ່ທີ່ອົງການສະຫະປະຊາຊາດ ໃນນະຄອນ Geneva, ປະເທດ ສະວິດເຊີແລນ, ວັນທີ 18 ທັນວາ 2015.
ທ່ານ Antonio Guterres ຂ້າຫລວງໃຫຍ່ ດ້ານອົບພະຍົບ ຂອງສະຫະປະຊາຊາດ (UNHCR) ກ່າວຖະແຫລງ ໃນກອງປະຊຸມ ຖະແຫລງຂ່າວ ຢູ່ທີ່ອົງການສະຫະປະຊາຊາດ ໃນນະຄອນ Geneva, ປະເທດ ສະວິດເຊີແລນ, ວັນທີ 18 ທັນວາ 2015.

ອະດີດນາຍົກລັດຖະມົນຕີ ຂອງປອກຕຸຍກາລ ທ່ານ Antonio Guterres ໄດ້ຖືກເລືອກ ໃຫ້ເປັນ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຄົນຕໍ່ໄປ ຢ່າງບໍ່ເປັນທາງການ​ແລ້ວ. ຄາດກັນວ່າ ທ່ານຈະໄດ້ຖືກຮັບຮອງເອົາຢ່າງເປັນທາງການ ໃນສອງສາມມື້ ຂ້າງໜ້ານີ້.

ຫຼັງຈາກການ ​ໄດ້​ມີການລົງຄະແນນສຽງຂັ້ນຕັດສິນ ໃນວັນພຸດວານນີ້ ຢູ່ໃນສະພາ ຄວາມໝັ້ນຄົງ ອົງການສະຫະປະຊາຊາດ ນັກການເມືອງອາວຸໂສ ແລະ ນັກການທູດ ທ່ານນີ້ ໄດ້ຮັບ 13 ສຽງເຫັນດີເຫັນພ້ອມນຳ, ບໍ່ມີສຽງຄັດຄ້ານເລີຍ ແລະ 2 ສຽງ “ບໍ່ມີຄວາມເຫັນ.”

ເອກອັກຄະລັດຖະທູດ ຮັດເຊຍ ປະຈຳ ສະຫະປະຊາຊາດ ທ່ານ Vitaly Churkin ໃນຖານະເປັນປະທານ ສະພາດັ່ງກ່າວ ໄດ້ປະກາດວ່າ “ມື້ນີ້ ພວກເຮົາມີ ຜູ້ນິຍົມ ຊົມຊອບທີ່ຈະແຈ້ງ ແລ້ວ ແລະ ຊື່ຂອງທ່ານ ຄື Antonio Guterres.” ໃນການ ເຄື່ອນໄຫວທີ່ບໍ່ຄາດຄິດ ບັນດາເອກອັກຄະລັດຖະທູດ ທັງໝົດ ຂອງສະພານັ້ນ ໄດ້ພາ ກັນຂຶ້ນໄປຢືນຄຽງຂ້າງ ທ່ານ Churkin.

ທ່ານ Churkin ກ່າວຕື່ມວ່າ “ພວກເຮົາໄດ້ຕັດສິນ ທີ່ຈະລົງຄະແນນສຽງ ຢ່າງເປັນ ທາງການ ໃນມື້ອື່ນ ເວລາ 10 ໂມງເຊົ້າ ພວກເຮົາຫວັງວ່າ ມັນຈະສາມາດເຮັດໄດ້ ດ້ວຍການຮັບຮອງເອົາຢ່າງເຕັມອົກເຕັມໃຈ.”

ຮອບການຢັ່ງຫາງສຽງທີ່ບໍ່ເປັນທາງການເມື່ອວັນພຸດວານນີ້ ແມ່ນມີຄວາມສຳຄັນ ເພາະວ່າ ເປັນເທື່ອທຳອິດ ທີ່ສະມາຊິກຖາວອນຂອງ 5 ປະ​ເທດທີ່ສາມາດ ໃຊ້ສິດ ຍັບຍັ້ງໄດ້ ​ໃຊ້​ການ​ປ່ອນ​ບັດ​ ທີ່ເປັນສີໝາຍ ທີ່​ສະ​ແດງ​ເຖິງ​ຄວາມ​ສຳຄັນຕໍ່ຜູ້ສະໝັກ. ທ່ານ Guterres ລອດພົ້ນຈາກການອອກສຽງຍັບຍັ້ງ ແລະ ໄດ້ຮັບຄະແນນສຽງ ຢ່າງ ຕ່ຳສຸດ 9 ສຽງ ທີ່ຈຳເປັນເພື່ອຈະໄດ້ຊະນະ.

ໃນວັນພະຫັດມື້ນີ້ ສະພາດັ່ງກ່າວ ຈະລົງຄະແນນສຽງເພື່ອເຮັດໃຫ້ ການຕັດສິນຂອງ ຕົນນັ້ນ ເປັນທາງການ ແລະຫຼັງຈາກກໍ​ຈະນຳເອົາການຕັດ ສິນໃຈ​ດັ່ງກ່າວ​ເປັນ​ມະຕິ. ຕໍ່ຈາກນັ້ນ ສະພາຈະສົ່ງຂໍ້ແນະນຳຂອງຕົນ ຕໍ່ ກອງປະຊຸມສະມັດຊາໃຫຍ່ ສະຫະ ປະຊາຊາດ ຊຶ່ງຄາດກັນວ່າ ຈະ​ໃຫ້ການ​ອະນຸມັດ​ຕໍ່​ການເລືອກເອົາທ່ານ Guterres.

ທ່ານ Matthew Rycroft ເອກອັກຄະລັດຖະທູດ ອັງກິດປະຈຳ ສະຫະປະຊາຊາດ ໄດ້ກ່າວຕໍ່ບັນດານັກຂ່າວ ຫຼັງຈາກການປະກາດ ວ່າ “ຂ້າພະເຈົ້າຄຶດວ່າ ພວກເຮົາ ໄດ້ເຫັນ ໃນການພິຈາລະນາ ທີ່ສະມັດຊາໃຫຍ່ ໄດ້ຈັດແຈງ ທີ່ທ່ານ Antonio Guterres ເປັນຜູ້ສະໝັກທີ່ດີເດັ່ນ ແລະ ເປັນເຫດຜົນ ທີ່ທ່ານໄດ້ຮັບໄຊຊະນະ ໃນການແຂ່ງຂັນ ພາຍໃນສະພາຄວາມໝັ້ນຄົງນີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

UN Secretary General Vote
please wait

No media source currently available

0:00 0:01:09 0:00

XS
SM
MD
LG