ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວ Portugal ປະທ້ວງຕໍ່ຕ້ານ ມາດຕະການປະຢັດ ຂອງລັດຖະບານ


ແຜນທີ່ປະເທດ Portugal
ແຜນທີ່ປະເທດ Portugal
ທີ່​ປະ​ເທດ Portugal ​ພວກ​ປະ​ທ້ວງຫຼາຍພັນ​ຄົນ​ໄດ້ພາກັນໂຮມ​ຊຸມນຸມ​ປະ​ທ້ວງ ຕໍ່ຕ້ານ​ການ​ຕັດລາຍ​ຈ່າຍ​ຂອງ​ລັດຖະບານ ເມື່ອ​ວັນ​ເສົາ​ວານ​ນີ້.

​ໄດ້​ມີ​ການ​ໂຮມ​ຊຸມນຸມ​ກັນ ຢູ່​ນະຄອນຫຼວງ Lisbon ແລະ​ເມືອງ​ອື່ນໆ​ອີກ ຫຼາຍກວ່າ 20 ຫົວ​ເມືອງ​ທົ່ວ​ປະ​ເທດ Portugal ທີ່​ກໍາລັງ​ປະ​ເຊີນ​ກັບ​ສະ​ຖາວະ​ເສດຖະກິດ​ຖົດຖອຍ​ ມາ​ໄດ້​ສາມ​ປີ​ລຽນຕິດ​ແລ້ວ​ນັ້ນ.

ພວກ​ຊາວ​ໜຸ່ມ​ອາຍຸ​ຕໍ່າ​ກວ່າ 25 ປີ ​ທີ່ມີ​ອັດຕາ​ການ​ວ່າງ​ງານ​ສູງ​ນັ້ນ ​ເປັນ​ຕົວ​ການ​ປຸກລະ ດົມ ​ໃຫ້​ມີ​ການ​ປະ​ທ້ວງ​ຕ້ານ​ຢັນ​ມາດຕາການ​ປະ​ຢັດ​ມັດທະ ຍັດຂອງ​ລັດຖະບານ.

​ແຕ່ແນວ​ໃດ​ກໍ​ດີ ​ເບິ່ງ​ຊົງ​ວ່າ​ລັດຖະບານ​ຈະ​ຍັງ​ຍຶດຖື​ຢູ່​ໃນແນວທາງ​ການປະຢັດ​ມັດທະຍັດ​ນັ້ນ​ຕໍ່​ໄປ ຫຼັງຈາກໄດ້​ຕັດສິນ​ໃຈ​ມຸ້ງ​ໝັ້ນ​ຕໍ່​ການ​ປະຕິ​ຮູບ​ດ້ານ​ການ​ເງິນເມື່ອ​ສອງ​ປີຜ່ານມາ ​ເພື່ອ​ແລກ​ກັບ​ເງິນ​ຊ່ວຍ​ເຫຼືອ​ໃນ​ການ​ກອບ​ກູ້​ເສດຖະກິດ ຈາກ​ອີ​ຢູ ຈໍານວນ 120 ພັນ​ລ້ານ​ໂດ​ລາ​ນັ້ນ.
XS
SM
MD
LG