ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະຊາຊົນຢ່າງໜ້ອຍ 57 ເສຍຊີວິດ ຍ້ອນໄຟໄໝ້ປ່າໃນປະເທດ ປອກຕຸຍການ


ໄຟໄໝ້ປ່າ ສາມາດແນມເຫັນໄດ້ ຈາກເມືອງ Tojeira, Pedrogao Grande, ໃຈກາງປະເທດ ປອກຕຸຍການ, 18 ມິຖຸນາ, 2017.
ໄຟໄໝ້ປ່າ ສາມາດແນມເຫັນໄດ້ ຈາກເມືອງ Tojeira, Pedrogao Grande, ໃຈກາງປະເທດ ປອກຕຸຍການ, 18 ມິຖຸນາ, 2017.

ໄຟໄໝ້ປ່າຂະໜາດໃຫຍ່ໃນໃຈກາງຂອງປະເທດ ປອກຕຸຍການ ໄດ້ເຮັດໃຫ້ປະຊາຊົນ
ເສຍຊີວິດ 39 ຄົນ, ເຊິ່ງຫຼາຍຄົນຖືກໄຟໄໝ້ຈົນຕາຍໃນລົດຂອງພວກເຂົາເຈົ້າ ແລະ
ປະຊາຊົນຢ່າງໜ້ອຍ 59 ຄົນ ຖືກລາຍງານວ່າໄດ້ຮັບບາດເຈັບ.

ບັນດາເຈົ້າໜ້າທີ່ກ່າວວ່າ ນັກດັບເພີງຫຼາຍຮ້ອຍຄົນໄດ້ຖືກສົ່ງໄປມອດໄຟໃນຂົງເຂດ
Pedrogao Grande, ປະມານ 150 ກິໂລແມັດທາງພາກຕາເວັນອອກສຽງເໜືອຂອງນະຄອນຫຼວງ Lisbon. ເຈົ້າໜ້າທີ່ກ່າວວ່າ ພະນັກງານກູ້ໄພ ສເປນ ກໍໄດ້ຊ່ວຍເຫຼືອໃນ
ຄວາມພະຍາຍາມທີ່ຈະມອດໄຟດັ່ງກ່າວ.

ນາຍົກລັດຖະມົນຕີ ທ່ານ Antonio Costa ໄດ້ກ່າວວ່າ “ນີ້ເປັນໂຊກຮ້າຍ ທີ່ເຫດການ
ນີ້ເບິ່ງຄືວ່າຈະເປັນໄພພິບັດທີ່ໃຫຍ່ທີ່ສຸດ ທີ່ພວກເຮົາໄດ້ເຫັນໄຟໄໝ້ປ່າໃນຮອບບໍ່ຫຼາຍ
ປີຜ່ານມາ.”
ທ່ານໄດ້ກ່າວວ່າ ຈຳນວນຜູ້ເສຍຊີວິດອາດເພີ່ມສູງຂຶ້ນ.

ທ່ານ Jorge Gomes ລັດຖະມົນຕີອະນຸລັກທຳມະຊາດໄດ້ກ່າວວ່າ ແປວໄຟໄດ້ເຄື່ອນ
ໄຫວ “ດ້ວຍຄວາມຮຸນແຮງຢ່າງສູງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG