ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກຝ່າຍຄ້ານ ຊະນະ ການເລືອກຕັ້ງ ໃນ Portugal


ທ່ານ Pedro Passos Coelho, ຫົວໜ້າພັກສັງຄົມປະຊາທິປັດ
ນິຍົມແນວທາງເດີມ ຕ້ອນຮັບພວກສະໜັບ ສະໜຸນຂອງທ່ານ ຢູ່ນອກໂຮງແຮມແຫ່ງນຶ່ງ ໃນນະຄອນຫລວງ Lisbon ຫລັງຈາກພັກຂອງທ່ານຊະນະ ການເລືອກຕັ້ງ ໃນວັນທີ 5 ມິຖຸນາ 2011.
ທ່ານ Pedro Passos Coelho, ຫົວໜ້າພັກສັງຄົມປະຊາທິປັດ ນິຍົມແນວທາງເດີມ ຕ້ອນຮັບພວກສະໜັບ ສະໜຸນຂອງທ່ານ ຢູ່ນອກໂຮງແຮມແຫ່ງນຶ່ງ ໃນນະຄອນຫລວງ Lisbon ຫລັງຈາກພັກຂອງທ່ານຊະນະ ການເລືອກຕັ້ງ ໃນວັນທີ 5 ມິຖຸນາ 2011.

ພັກ​ຝ່າຍ​ຄ້ານ​ຂອງ Portugal ​ໄດ້​ປົດ​ພັກ​ສັງຄົມ​ນິຍົມ
ອອກ​ຈາກ​ອໍາ ນາ​ດ ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ
ຂອງປະ​ເທດ​ທີ່​ກໍາລັງ​ປະ​ເຊີນ​ກັບ​ບັນຫາ​ໜັກ​ທາງ​ເສດຖະ ກິດ​ນັ້ນ ໃນ​ວັນ​ອາທິດ​ວານ​ນີ້.

ຫລັງ​ຈາກ​ມີ​ການ​ນັບ​ບັດ​ຄະ​ແນນ​ສຽງ​ໝົດ​ແລ້ວ ນອກຈາກ
ບັດ​ຂອງ​ພວກ​ພົນລະ​ເມືອງ Portugal ທີ່​ອາ​ໄສ​ຢູ່​ໃນ​ຕ່າງ
ປະ​ເທດ​ນັ້ນ ຜົນ​ຂອງ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ ​ໄດ້
ມອບ ​105 ບ່ອນ​ນັ່ງໃຫ້​ພັກ​ສັງຄົມ​ປະ​ຊາ​ທິປັດ​ທີ່ນິຍົມ​ແນວ
ທາງ​ເດີມ ​ໃນ​ຂະນະ​ທີ່ພັກ​ສັງຄົມ​ນິຍົມ​ຂອງ​ລັດຖະບານ​ໄດ້ ​ຮັບ​ພຽງ 73 ບ່ອນ​ນັ່ງ.

ນາຍົກລັດຖະມົນຕີ Jose Socrates ​ໄດ້ຍອມຮັບເອົາການ​ປາ​ໄຊ​ໃນ​ຕອນແລງ​ວັນ​ອາທິດ​ວານ​ນີ້ ຫລັງ​ຈາກ​ການ​ສໍາຫລວດ​ຫາງ​ສຽງ​ປະຊາຊົນ​ຫລັງ​ຈາກ​ປ່ອນ​ບັດ​ແລ້ວ​ຂອງ​ໂທລະພາບ​ສະແດງ​ໃຫ້​ເຫັນ​ວ່າ ພັກ​ສັງຄົມ​ປະຊາທິປັດ​ໄດ້​ມີ​ສຽງ​ນໍາ​ໜ້າ​ຢ່າງ​ຫລວງຫລາຍ ​ແລະ​ທ່ານ​ກ່າວ​ວ່າ ທ່ານ​ຈະລາ​ອອກ​ຈາກ​ຕໍາ​ແໜ່​ງ​ຫົວໜ້າ​ພັກ​ສົງ​ຄົມ​ນິຍົມ​ເຊ່ນ​ກັນ.

ມີ​ທ່າ​ທາງ​ວ່າ ທ່ານ Pedro Passos Coelho ຫົວໜ້າ​ພັກ​ສັງຄົມ​ປະຊາ​ທິປັດຈະ​ຂຶ້ນ​ເປັນ​ນາຍົກລັດຖະມົນຕີຄົນ​ໃໝ່ ​ແລະ​ປະກອບ​ຄະນະ​ລັດຖະບານ​ປະສົມ​ຂຶ້ນ​ ກັບພັກ​ປະຊາຊົນທີ່​ນິຍົມ​ແນວທາງ​ເດີມ​ນັ້ນ.

ທ່ານ Socrates ​ໄດ້​ເຮັດ​ໃຫ້​ມີ​ຈັດການ​ເລືອກ​ຕັ້ງ​ຂຶ້ນ​ກ່ອນ​ກໍານົດ​ໃນ​ວັນ​ອາທິດ​ວານ​ນີ້ ຫລັງ​ຈາກ​ທ່ານ​ປະກາດ​ລາ​ອອກ​ຈາກ​ຕໍາ​ແໜ່​ງ​ໃນ​ເດືອນ​ມີນາ​ຜ່ານ​ມາ ​ເວລາ​ສະພາ​ປະຕິ​ເສດ​ຕໍ່​ແຜນການ​ປະຕິ​ຮູບ​ດ້ານ​ເສດຖະ ກິດແລະຕັດ​ລາຍ​ຈ່າຍ​ລົງ​ຕື່ມ​ອີກຂອງ​ທ່ານ.

ຫລັງ​ຈາກ​ນັ້ນ Portugal ຈໍາ​ເປັນ​ຕ້ອງ​ໄດ້​ຫັນ​ໜ້າ​ໄປ​ຫາ​ສະຫະພາບ​ຢູ​ໂຣບ​ແລະ​ກອງ​ທຶນ​ສາກົນ​ ເພື່ອ​ຂໍ​ກູ້​ຢືມເງິນ​ຈໍານວນ 110 ຕື້​ໂດ​ລາ​ເພື່ອ​ຊ່ອຍ​ກູ້​ເສດຖະກິດ ອັນ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ທ່ານ Socrates ​ໄດ້​ພະຍາຍາມ​ຫລີກ​ເວັ້ນນັ້ນ.

Portugal ກໍາລັງ​ແບກ​ຫາບພາລະ​ໜີ້​ສິນເປັນຈໍານວນມະຫາສານ ​ເສດຖະກິດກໍກໍາລັງ​ຫົດ​ໂຕ ​ແລະ​ມີຄົນ​ຫວ່າງ​ງານ​ຢ່າງ​ຫລວງຫລາຍ.

Portugal ​ເປັນ​ປະ​ເທດ​ທີ​ສາມ​ທີ່​ປະ​ເຊີນ​ກັບ​ບັນຫາ​ເສດຖະກິດ​ໃນ​ສະຫະພາບ​ຢູ​ໂຣບ ຕໍ່ຈາກ Greece ​ແລະ Ireland ທີ່​ຈໍາ​ເປັນ​ຕ້ອງຮ້ອງ​ຂໍ​ການຊ່ອຍ​ເຫລືອໃນ​ປີຜ່ານມາ​ນີ້​ ເພື່ອ​ກອບ​ກູ້ເສດຖະກິດ​ຄືນ​ມາ.

XS
SM
MD
LG