ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Portugal ປ່ອນບັດ ເລືອກຕັ້ງເອົາລັດຖະບານໃໝ່


ຊາວ Portugal ໃນທົ່ວປະເທດ ພາກັນໄປປ່ອນບັດ ເອົາລັດຖະບານໃໝ່ ໃນວັນອາທິດ ທີ 5 ມີຖຸນານີ້.
ຊາວ Portugal ໃນທົ່ວປະເທດ ພາກັນໄປປ່ອນບັດ ເອົາລັດຖະບານໃໝ່ ໃນວັນອາທິດ ທີ 5 ມີຖຸນານີ້.

ການປ່ອນບັດໃນປະເທດພໍຈຸກາລ Portugal ໄດ້ເລີ່ມຂື້ນ ໃນວັນອາທິດນີ້ ໃນການເລືອກຕັ້ງເອົາລັດຖະບານໃໝ່ເພື່ອ ມາ​ຈັດ​ຕັ້ງປະຕິບັດໂຄງການກູ້​ຢືມເງິນຈໍານວນ 110 ພັນ ລ້ານໂດລາເພື່ອ​ ຊ່ວຍ​ເຫລືອ​ເສດຖະກິດຂອງປະເທດນັ້ນ.

ຜົນການຢັ່ງສຽງມະຫາຊົນບັ້ນລ່າສຸດພົບວ່າພັກຝ່າຍຄ້ານ ກາງອຽງຂວາ ສັງຄົມປະຊາທິປະໄຕ ຫລື Social Democrats ມີສຽງສະໜັບສະໜຸນ ປະມານ 36 ເປີເຊັນ ໃນຂະນະທີ່ພັກກາງອຽງຊ້າຍສັງຄົມ​ນິຍົມ ຫລື Socialist Party ຊຶ່ງເປັນພັກທີ່ປົກຄອງປະເທດຢູ່ໃນເວລານີ້ ມີ​ຄະ​ແນນ​ນິຍົມ ປະມານ 31 ເປີເຊັນ.

ຖ້າຫາກວ່າຕົວເລກຈາກ​ການສໍາຫລວດນັ້ນຖືກຕ້ອງ ພັກ Social Democrats ກໍຈະໂຄ່ນ ລົ້ມພັກສັງຄົມນິຍົມລົງ​ຈາກ​ອໍານາດ ແຕ່ຈະບໍ່ພຽງ ພໍທີ່ຈະໄດ້ເປັນພັກທີ່​ກໍາສຽງສ່ວນຫລາຍ ເດັດຂາດໃນສະພາ ທີ່ມີສະມາຊິກທັງໝົດ 230 ຄົນນັ້ນ.

ການເລືອກຕັ້ງທົ່ວປະເທດຄັ້ງນີ້ມີຂື້ນ ຫລັງຈາກການລາອອກຈາກຕໍາແໜ່ງຂອງນາຍົກລັດ ຖະມົນຕີ Jose Socrates ໃນເດືອນມີນາຜ່ານມາ ຫລັງຈາກສະພາປະຕິເສດບໍ່ຮັບເອົາ ມາດຕະການປະຢັດຮັ​ດ​ເຂັມຄັດທາງເສດຖະກິດຂອງທ່ານ.

XS
SM
MD
LG