ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປອກ​ຕຸຍ​ການ ກ້າວ​ເຂົ້າ​ຮອບ 16 ທີມ ​ຫຼັງ​ຈາກ​ໄດ້ຊະນະ ອູ​ຣຸ​ໄກວ 2 ປະ​ຕູ​ຕໍ່ 0 ໃນ​ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ ທີ່​ກາ​ຕາ

ທ້າວ Bruno Fernandes ຈາກ​ທີມ​ປອກ​ຕຸຍ​ການ​ສະ​​ແດງ​ຄວາມ​ດີ​ໃຈ​ທີ່​ເຕະ​ບານ​ເຂົ້າ​ປະ​ຕູ​ໄດ້​ລູກ​ທີ​ສອງ​ຂອງ​ລາວ ​ໃນ​ການ​ເຕະ​ລູກປັບ​ໃໝ​ໃນ​ການ​ແຂ່ງ​ຂັນ​ເຕະ​ບານ​ໂລກກຸ່ມ H ຊຶ່ງ​ປ​ອກ​ຕຸຍ​ການແຂ່ງ​ກັບ ອູ​ຣຸ​ໄກວ ທີ່​ສະ​ໜາມ​ກິ​ລາ Lusail ໃນ​ເມືອງ Lusail ຂອງ​ກາ​ຕາ, ວັນ​ທີ 28 ພະ​ຈິກ, 2022

ຄຣິສເຕຍໂນ ໂຣນັລໂດ ຂີ່ລົດອອກໄປງານສະເຫລີມສະຫລອງ, ເຮັດຄືກັນ ກັບວ່າ ລາວຍິງໄດ້ອີກປະຕູນຶ່ງໃນການ​ແຂ່ງ​ຂັນເຕະບານໂລກ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP).

​ແຕ່ເທື່ອນີ້ມັນບໍ່​ແມ່ນ​ແນວນັ້ນ.

ກົງ​ກັນ​ຂ້າມ ມັນແມ່ນບ​ຣູໂນ ເຟີ​ນັນ​ເດ​ສ (Bruno Fernandes) ຊຶ່ງໃນທີ່ສຸດໄດ້ຮັບຄະແນນໂດຍ​ບັນ​ລຸເປົ້າຫມາຍທີ່ຕັ້ງໄວ້​ໃຫ້ແກ່ປອກຕຸຍການເອົາຊະນະ ​ອູ​ຣຸ​ໄກວ 2 ຕໍ່ 0 ໃນວັນຈັນວານນີ້ ​ຊຶ່ງເຮັດໃຫ້ທີມນີ້ກ້າວ ໄປແຂ່ງຢູ່​ໃນ​ຮອບ 16 ທີມ ສຸດທ້າຍ.

ເຟີນັນເດສ ເຕະ​ບານ​ໂຄ້ງເຂົ້າຫາ​ປະ​ຕູ​ຈາກທາງຊ້າຍ​ມື ເກືອບບໍ່ຂ້າມຫົວຂອງ ໂຣນັລໂດ ທີ່ກະໂດດຂຶ້ນໄປຫາ​ບານ ແລະ​ຟົ້ງເຂົ້າ​ໄປໃນແຈ​ຕາ​ໜ່າງຂອງປະຕູ ໃນນາທີ ທີ 54 ຊຶ່ງເຮັດໃຫ້ປອກຕຸຍການໄດ້​ຄະ​ແນນນຳໜ້າ 1-0 ນັ້ນ.

ທ້າວ Cristiano Ronaldo ແລະ​ທ້າງ Bruno Fernandes ຈາກ​ທີມ​ປອກ​ຕຸຍ​ການ​ໄດ້​ພາ​ກັນ​ດີ​ໃຈຕໍ່​ໄຊະ​ນະ​ຂອງ​ທີມ​ເຂົາ​ເຈົ້າ ໃນ​ການ​ແຂ່ງ​ຂັນ World Cup ກຸ່ມ H ທີ່​ຈັດ​ໃຫ້​ປອກ​ຕຸຍ​ການ​ພົບ​ກັບອູ​ຣຸ​ໄກວ ທີ່​ສະ​ໜາມ​ກິ​ລາ Lusail ໃນ​ເມືອງ Lusail ຂອງ​ກາ​ຕາ, ວັນ​ທີ 29 ພະ​ຈິກ, 2022

ບຣາຊິລໄດ້ 1 ປະ​ຕູ, ສະວິດເຊີແລນໄດ້ 0.

​ການດີ້ນ​ຮົນ ແລະບໍ່ຫນ້າເຊື່ອໄດ້​ ໂດຍທີ່ບໍ່ມີເນ​ມາ (Neymar) ໃນສະຫນາມ ບ​ຣາ​ຊີລ ຍັງຫຼິ້ນໄດ້ດີສົມ​ຄວນພໍທີ່ຈະຮັກສາບ່ອນ​ ໃຫ້​ໄດ້​ລົງ​ແຂ່ງໃນຮອບຕໍ່ໄປຂອງການ​ແຂ່ງ​ຂັນເຕະບານໂລກ.

ທີມ​ທີ່​ໄດ້ເປັນແຊ້ມມາ 5 ສະໄໝນີ້ ​ໄດ້ເອົາຊະນະສະວິດເຊີແລນ 1-0 ເຖິງ​ແມ່ນ​ວ່າ ​ຂາດນັກ​ເຕະ​ບານດາວເດັ່ນທີ່ຖືກບາດເຈັບຂອງເຂົາ​ເຈົ້າກໍ​ຕາມ ທີ່ນະ​ຄອນ​ຫລວງໂດຮາຂອງກາຕາ ໂດຍຍິງໄດ້ນຶ່ງປະຕູ​ໃນວັນຈັນວານນີ້ ແລະໄດ້ ຜ່ານເຂົ້າຮອບ 16 ທີມ ໂດຍ​ຖືກ​ຈັ​ດ​ໃຫ້ລົງແຂ່ງຂັນໃນກຸ່ມ G.

ການາໄດ້ 3 ປະ​ຕູ, ເກົາຫຼີໃຕ້ໄດ້ 2 ປະ​ຕູ.

ທ້າວ​ໂມ​ຮຳ​ເມັດ ກູ​ດຸ​ສ (Mohammed Kudus) ກ່າວວ່າ ບໍ່ມີຄວາມແຕກຕ່າງ ກັນຫຍັງຫຼາຍລະຫວ່າງ ວິທີການທີ່ການາຫຼີ້ນໃນການແຂ່ງຂັນຮອບ​ເປີດ ເຕະ ບານໂລກຂອງຕົນທີ່​ແຂ່ງກັບປອກຕຸຍການ ຫຼືເກມທີສອງຂອງຕົນກັບເກົາ ຫລີ ໃຕ້ໃນເມືອງ ອາ​ລ ຣາຍ​ຢານ (Al Rayyan) ປະ​ເທດ​ກາ​ຕາ.

ຜົນ​ໄດ້​ຮັບ​ແມ່ນ​ດີເລີດ​, ແນ່ນອນ. ກູ​ດຸ​ສຍິງປະຕູໄດ້ສອງຄັ້ງ, ລວມທັງການຍິງປະ​ຕູແບບ​ລ້ຳ​ໜ້າ​ພາຍ​ຫລັງ​ທີ່ ພວກ ເກົາຫຼີໃຕ້ໄດ້ຄະ​ແນນເທົ່າ​ກັນໃນເຄິ່ງທີ່ສອງຂອງ​ການ​ຫລິ້ນ, ແລະກາ​ນາພະ​ຍາ​ຍາມບໍ່​ໃຫ້​ຖືກ​ຕັດ​ອອກ​ຈາກ​ການ​ແຂ່ງ​ຂັນດ້ວຍການຊະນະ 3-2 ໃນວັນຈັນ ວານນີ້.

ທ້າວ Casemiro ຈາກ​ທີມບ​ຣາ​ຊີ​ລ (ກາງ) ສະ​ແດງ​ຄວາມ​ດີ​ໃຈ​ພາຍ​ຫລັງ​ຍິງ​ປະ​ຕູ​ໄດ້ ໃນຮອບ​ເປີດ​ການ​ແຂ່ງ​ຂັນເຕະ​ບານ​ກຸ່ມ G ໃນການ​ແຂ່ງ​ຂັນ​ເຕະ​ບານ​ໂລກ ຫລື World Cup ທີ່​ບ​ຣາ​ຊີ​ລ​ແຂ່ງ​ກັບ ສະ​ວິດ​ເຊ​ແລນ ທີ່​ສະ​ໜາມ​ກິ​ລາ 974 ໃນ​ນະ​ຄອນ​ຫລວງ​ໂດ​ຮາ, ກາ​ຕາ, ວັນ​ທີ 28 ພະ​ຈິກ, 2022.

ກາ​ເມ​ຣູນ 3 ປະ​ຕູ, ເຊີເບຍ 3 ປະ​ຕູ.

ກາ​ເມ​ຣູນສ້າງຜົນງານໄດ້ຢ່າງປະທັບໃຈໃນຄະ​ແນນ 3-3 ສະເໝີກັນກັບ ເຊີເບຍໃນການແຂ່ງຂັນເຕະບານໂລກ ເຖິງແມ່ນວ່າຈະມີການປ່ຽນຜູ້ຮັກສາປະຕູ ໃນນາທີສຸດທ້າຍກໍ​ຕາມ.

​ທ້າວ Mohammed Kudus ຂອງ​ກາ​ເມ​ຣູນ ສະ​ແດງ​ຄວາມ​ດີ​ໃຈ​ພາຍ​ຫລັງຍິງ​ເຂົ້າ​ປະ​ຕູ​ໄດ້​ໃນ​ການ​ແຂ່ງ​ຂັນ​ຂອງ​ກຸ່ມ H ໃນ​ການ​ແຂ່ງ​ຂັນ World Cup ທີ່ກາ​ຕາ​ພົບ​ກັບ​ເກົາ​ຫລີ​ໃຕ້ ທີ່​ສະ​ໜາມ​ກິ​ລາ​ໃນ​ເມືອງ Al Rayyan, ກາ​ຕາ, ວັນ​ທີ 28 ພະ​ຈິກ, 2022.

ທ້າວອານ​ເດ​ຣ ອອນ​ນາ​ນາ (Andre Onana), ຜູ້ທີ່ຫຼິ້ນໃຫ້ສະໂມສອນອີຕາລີ ອິນ​ເຕີ ມີ​ລານ (Inter Milan), ບໍ່ໄດ້ຢູ່ໃນລາຍ​ຊື່ຂອງກາ​ມາ​ຣູນ ຫຼືແມ່ນແຕ່ ​ໄປຢູ່ໃນສະຫນາມກິລາ ເມືອງ​ອາ​ລ ວາກກ​ຣາ (Al Wakrah), ປະເທດກາຕາ ເພື່ອເບິ່ງການແຂ່ງຂັນຂອງກຸ່ມ G ດ້ວຍ​ຊ້ຳ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG