ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງ ຈູດດກອງໄຟ ຢູ່ໃກ້ໆກົມຕຳຫຼວດ ໃນນະຄອນປອດແລນ ລັດອໍຣກອນ


ຜູ້ປະທ້ວງຄົນນຶ່ງ ຊ່ອຍຜູ້ປະທ້ວງອີກຄົນນຶ່ງ ຖອຍອອກໄປຫຼັງຈາກເກີດການປະທະກັນກັບຕຳຫຼວດ ເປັນເວລາ 100 ຄືນຕິດຕໍ່ກັນ ໃນການປະທ້ວງຕໍ່ຕ້ານການກະທຳຄວາມຮຸນແຮ ຂອງຕຳຫຼວດ ແລະຄວາມບໍ່ສະເໝີພາບຂອງເຊື້ອຊາດ, ຢູ່ໃນນະຄອນປອດແລນ ລັດອໍຣກອນ
ຜູ້ປະທ້ວງຄົນນຶ່ງ ຊ່ອຍຜູ້ປະທ້ວງອີກຄົນນຶ່ງ ຖອຍອອກໄປຫຼັງຈາກເກີດການປະທະກັນກັບຕຳຫຼວດ ເປັນເວລາ 100 ຄືນຕິດຕໍ່ກັນ ໃນການປະທ້ວງຕໍ່ຕ້ານການກະທຳຄວາມຮຸນແຮ ຂອງຕຳຫຼວດ ແລະຄວາມບໍ່ສະເໝີພາບຂອງເຊື້ອຊາດ, ຢູ່ໃນນະຄອນປອດແລນ ລັດອໍຣກອນ

ເກີດໄຟໄໝ້ຢູ່ນອກກົມຕຳຫຼວດຂອງເຂດທ້ອງຖິ່ນແຫ່ງນຶ່ງທາງກ້ຳເໜືອຂອງນະຄອນປອດແລນລັດອໍຣກັນ ເປັນຜົນເຮັດໃຫ້ມີການຈັບກຸມ 15 ຄົນ ໃນລະຫວ່າງການປະທ້ວງ ໃນຕອນກາງຄືນ ຜ່ານໄປເຖິງຕອນເຊົ້າຂອງວັນຈັນວານນີ້ ອີງຕາມການກ່າວຂອງຕຳຫຼວດ.

ພວກເດີນຂະບວນ ປະທ້ວງຕໍ່ການກະທຳຄວາມຮຸນແຮງຂອງຕຳຫຼວດ ຊຶ່ງການເດີນຂະບວນໄດ້ເລີ້ມຕົ້ນຂຶ້ນ ໃນເວລາປະມານ 9 ໂມງແລງຂອງວັນອາທິດ ແລະໄດ້ຍຸຕິລົງຢູ່ ສູນກາງກົມຕຳຫຼວດເຂດຊຸມຊົນພາກເໜືອ ທີ່ເປັນສະຖານທີ່ເກີດການປະທ້ວງກຫຼາຍຄັ້ງທີ່ບໍ່ສະຫງົບເມື່ອບໍ່ເທົ່າໃດເດືອນຜ່ານມານີ້

ບັນດາເຈົ້າໜ້າທີ່ໄດ້ເຕືອນພວກປະທ້ວງ ບໍ່ໃຫ້ເຂົ້າໄປໃນເຂດຕົວເມືອງ ໂດຍກ່າວວ່າ ພວກເຂົາເຈົ້າຖືວ່າ ລ່ວງລ້ຳເຂດແດນ ອັນເປັນການລະເມີດທີ່ອາດຖືກຈັບກຸມ.

ບໍ່ດົນຫຼັງຈາກທີ່ພວກປະທ້ວງໄດ້ໄປຮອດຈຸດດັ່ງກ່າວ ຝຸງຄົນໄດ້ເລີ້ມຮ້ອງໂຮ ພາຍໃນສິ່ງອື່ນໆທີ່ກຳລັງເກີດຂຶ້ນຢູ່ນັ້ນ ວ່າ “ເຜົາມັນລົງ” ອີງຕາມຕຳຫຼວດ ທີ່ໄດ້ກ່າວໃນຖະແຫລງການສະບັບນຶ່ງ. ບາງຄົນຢູ່ໃນກຸ່ມ ພາກັນຈຸດໄຟໃສ່ເສື່ອນອນໃນຕອນຫຼັງຈາກ 10 ໂມງແລງ.

ຕຳຫຼວດໄດ້ກ່າວວ່າ “ຍ່ອນມັນເປັນໄພອັນຕະລາຍຕໍ່ຊີວິດ ຫຼືຕໍ່ຕຶກອາຄານທັງຫຼາຍ ພວກເຈົ້າໜ້າທີ່ຕຳຫຼວດທັງຫຼາຍ ຈຶ່ງໄດ້ພາກັນຢູ່ຫ່າງຈາກທີ່ນັ້ນ ແລະບໍ່ໄດ້ເຂົ້າໄປພົວພັນ. ເສື່ອນອນອີກອັນນຶ່ງໄດ້ຖືກນຳໄປຕື່ມໃສ່ກອງໄຟ ເປັນດັ່ງກັບກອງໄຟຂີ້ເຫຍື້ອຢູ່ຫຼາຍຈຸດ. ກອງໄຟທີ່ໃຫຍ່ກວ່າໝູ່ ໄດ້ເລີ້ມສົ່ງແປວຂີ້ເຖົ່າຂຶ້ນສູ່ອາກາດ.”

ນັບຕັ້ງແຕ່ ເຂດເມືອງ Multnomah ໄດ້ອອກມາດຕະການຫ້າມ ການຈູດເຜົາຍ້ອນສະພາບອາກາດທີ່ແຫ້ງແລ້ງຢ່າງໜັກ ພວກນັກດັບໄຟ ຈຶ່ງໄດ້ເຂົ້າມາຊ່ອຍເພື່ອດັບໄຟດັ່ງກ່າວ.

ສ່ວນພວກປະທ້ວງ ກໍໄດ້ພາກັນເຄື່ອນຍ້າຍໄປອີກຟາກນຶ່ງຂອງຕຶກອາຄານ ແລະໄດ້ພາກັນຕັ້ງສິ່ງກີດຂວາງຖະໜົນສາຍຕ່າງໆ ຈົນທີ່ພວກເຂົ້າໄດ້ຖືກຂັບໄລ່ໃຫ້ແຕກສະຫຼາຍໄປໂດຍຕຳຫຼວດ. ພວກປະທ້ວງໂດຍສວນຫຼາຍ ໄດ້ຫາຍໄປໃນຕອນປະມານນຶ່ງໂມງເຊົ້າຂອງວັນຈັນວານນີ້.

ຕຳຫຼວດໄດ້ກ່າວວ່າ “ພວກເຈົ້າໜ້າທີ່ຕຳຫຼວດ ໄດ້ພົບເຫັນຜູ້ຖືກຈັບຄົນນຶ່ງ ມີຂວດແກ້ວທີ່ເຕັມໄປດ້ວຍນ້ຳມັນເຊື້ອໄຟຢູ່ໃນຄອບຄອງ” ແລະກ່າວຕື່ມອີກວ່າ “ອີກຄົນນຶ່ງ ມີຂວດອັນນຶ່ງທີ່ບັນຈຸສານທີ່ຊ່ອຍໃຫ້ໄຟແພ່ກະຈາຍ ແລະອາວຸດຊະນິດທີ່ຮູ້ຈັກກັນຄື ໝາກກະຖຸນ. ຍັງມີອີກຄົນນຶ່ງ ມີອາວຸດຄວບຄຸມທີ່ເປັນອີເລັກໂທຣນິກ ຫຼື “ປືນຊັອດ” ທີ່ເອີ້ນວ່າ “stun gun” ແລະໄມ້ຂ້ອນ. ສອງຄົນທີ່ຖືກຈັບ ມີເສື້ອກັນລູກປືນ ທີ່ອີກອັນນຶ່ງນັ້ນ ມີຂໍ້ຄວາມຂຽນໃສ່ວ່າ “ອົງການຂ່າວ” ພ້ອມກັບແຜ່ນກັນປືນ.

ພວກທີ່ຖືກຈັບໂດຍສ່ວນໃຫຍ່ ແມ່ນມາຈາກນະຄອນພວດແລນ. ສ່ວນພວກຄົນອື່ນໆ ແມ່ນມາຈາກນະຄອນແຊນແຟຣນຊິສໂກ ຊາກຣາເມັນໂຕ ລັດຄາລິຟໍເນຍ ເມຊາ ລັດອາຣີໂນາ ແລະ ສອງຄົນ ມາຈາກແວນຄູເວີ ລັດວໍຊິງຕັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG