ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມສະໜັບສະໜູນທ່ານ ທຣຳ ແລະ ກຸ່ມ ຄັດຄ້ານ ຈັດການຊຸມນຸມ ໃນກາງເມືອງ Portland


Free Speech, 'No Nazi' Counter Rallies Fill Downtown Portland
please wait

No media source currently available

0:00 0:02:01 0:00

ພວກປະທ້ວງຫຼາຍຮ້ອຍຄົນ ໄດ້ເຕົ້າໂຮມກັນໃນເມືອງ Portland, ລັດ Oregon ທີ່ຕັ້ງ ຢູ່ພາກຕາເວັນຕົກສຽງເໜືອຂອງ ສະຫະລັດ ໃນວັນອາທິດວານນີ້, ສຳລັບການຊຸມນຸມ
ເພື່ອ ແລະ ຕໍ່ຕ້ານປະທານາທິບໍດີ ດໍໂນລ ທຣຳ, ເຊິ່ງລວມມີການປະທະກັນບາງຄັ້ງ
ກັບຕຳຫຼວດ ແລະ ການຈັບກຸມ.

ການຊຸມນຸມ “ສິດເສລີພາບໃນການພາກເວົ້າ ທຣຳ” ໄດ້ຖືກຈັດຂຶ້ນໃນ ສະຖານທີ່ໆຖືກ
ບໍລິຫານໂດຍລັດຖະບານກາງ, ແລະ ໄດ້ກໍ່ໃຫ້ມີການ ປະທ້ວງຢູ່ອີກຟາກໜຶ່ງຂອງຖະ
ໜົນ, ລວມມີກຸ່ມໜຶ່ງຊື່ວ່າ “ຫ້າມບໍ່ໃຫ້ ພວກ ນາຊີ ຍ່າງຢູ່ຖະໜົນຂອງພວກເຮົາ.”

ເຈົ້າເມືອງ Portland ທ່ານ Ted Wheeler ໄດ້ຂໍໃຫ້ລັດຖະບານກາງ ຖອນການອະນຸ
ຍາດ ສຳລັບການຊຸມນຸມສະໜັບສະໜູນທ່ານ ທຣຳ. ນອກນັ້ນ ທ່ານຍັງໄດ້ເຂົ້າຫາບັນດາ ຜູ້ຈັດງານ ແລະ ໄດ້ຮ້ອງຂໍເປັນການສ່ວນຕົວ ໃຫ້ພວກເຂົາເຈົ້າຍົກເລີກ ຍ້ອນເຫດການ ໂຈມຕີແທງຄົນ ຢູ່ລົດໄຟເມືອງ Portland. ໃນການໂຈມຕີນັ້ນ, ຜູ້ຊາຍຄົນໜຶ່ງໄດ້ຮ້ອງ ດ່າຕໍ່ຕ້ານຄົນມຸສລິມ ຕໍ່ຍິງສາວສອງຄົນ ແລະ ໄດ້ປະເຊີນໜ້າກັບຜູ້ ໂດຍສານຄົນອື່ນໆ ແລ້ວລາວກໍຕອບໂຕ້ ດ້ວຍການແທງພວກເຂົາເຈົ້າ ສາມຄົນ, ເຊິ່ງສອງຄົນໄດ້ເສຍຊີວິດ.

ທ່ານ Wheeler ໄດ້ຂຽນຂໍ້ຄວາມໃນ Facebook ໃນຕົ້ນສັບປະດານີ້ວ່າ “ຂ້າພະເຈົ້າ
ໄດ້ຂໍໃຫ້ພວກຜູ້ສະໜັບສະໜູນຢູ່ຫ່າງໄກຈາກ ເມືອງ Portland,” “ໃນຊຸມຊົນຂອງ
ພວກເຮົາ ບໍ່ມີບ່ອນຢູ່ໃຫ້ກັບຄົນຜູ້ທີ່ບໍ່ມີຄວາມອົດທົນ ຫຼື ຄຽດຊັງ, ແລະ ໂດຍສະ
ເພາະບໍ່ແມ່ນ ໃນເວລານີ້.”

ການຊຸມນຸມໄດ້ດຳເນີນຕໍ່ໄປ, ພ້ອມດ້ວຍປະຊາຊົນຢູ່ທີ່ນັ້ນກ່າວວ່າ ພວກເຂົາປົກປ້ອງສິດ
ທິຂອງພວກເຂົາ.

ຜູ້ຈັດງານ ທ້າວ Joey Gibson ໄດ້ກ່າວວ່າ “ມັນບໍ່ເປັນຫຍັງ ທີ່ຈະເປັນຫົວອະນຸລັກນິ ຍົມໃນເມືອງ Portland.”

ດ້ວຍປະຊາຊົນໃນການຊຸມນຸມທີ່ຕໍ່ສູ້ກັນ ໃກ້ກັບສາລາກາງພາກັນ ຮ້ອງຄຳຂວັນ ແລະ ແກວ່ງທຸງໄປມາ ແລະ ຍົກປ້າຍຢູ່ນັ້ນ, ຕຳຫຼວດ ໃນຊຸດປາບປາມຈະລາຈົນ ໄດ້ກີດກັ້ນ
ທາງຂ້າມ ແລະ ລຽນແຖວຍາວຢຽດ ຕາມສວນສາທາລະນະໃນໃຈກາງເມືອງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG