ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນະຄອນພອດແລນ ໄດ້ປະກາດໃຫ້ການປະທ້ວງ ເປັນການກໍ່ຈາລະຈົນ


ພວກເຈົ້າໜ້າທີ່ຕຳຫຼວດ ຍ່າງຜ່ານຄຸ້ມບ້ານ Laurelhurst ຂັບໄລ່ພວກປະທ້ວງ ເມື່ອວັນທີ 8 ສິງຫາ 2020 ໃນນະຄອນພອດແລນ ລັດອໍຮີກັນ.
ພວກເຈົ້າໜ້າທີ່ຕຳຫຼວດ ຍ່າງຜ່ານຄຸ້ມບ້ານ Laurelhurst ຂັບໄລ່ພວກປະທ້ວງ ເມື່ອວັນທີ 8 ສິງຫາ 2020 ໃນນະຄອນພອດແລນ ລັດອໍຮີກັນ.

ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກການປະທ້ວງແບບສະຫງົບ ໃນວັນເສົາທີ່ຜ່ານມາເລີ້ມຂຶ້ນ ທີ່
ນະຄອນພອດແລນ ລັດອໍຣິກັນ ທາງພາກຕາເວັນຕົກສຽງເໜືອ ຂອງສະຫະລັດ ຕຳຫຼວດ
ໄດ້ປະກາດວ່າ ການເດີນຂະບວນດັ່ງກ່າວເປັນການຈາລະຈົນ.

ຕຳຫຼວດຢູ່ໃນເຄື່ອງແບບປາບຈະລາຈົນ ໄດ້ໃຊ້ແກັສນໍ້າຕາແລະລະເບີດທີ່ມີສຽງທັບມ້າງ
ຝູງຊົນທີ່ໂຮມຊຸມນຸມກັນ. ເວັບໄຊ Oregonlive.com ກ່າວວ່າ “ສ່ວນ ໃຫຍ່ຂອງພວກ
ເຈົ້າໜ້າທີ່ຕຳຫຼວດປາກົດວ່າມາຈາກກົມຕຳຫຼວດພອດແລນ ເຖິງ ແມ່ນຈຳນວນນຶ່ງໄດ້
ນຸ່ງເຄື່ອງອອກກຳລັງກາຍສີຂີ້ເທົ່າ. ຍັງບໍ່ເປັນທີ່ຈະແຈ້ງເທື່ອ ວ່າເຂົາເຈົ້າຕາງໜ້າໃຫ້ອົງ
ການໃດ.”

ພວກເຈົ້າໜ້າທີ່ຕຳຫຼວດທີ່ສາມາດແນມເຫັນຢູ່ໃນວີດີໂອ ທີ່ນຳອອກເຜີຍແຜ່ຢູ່ໃນທວິດ
ເຕີ ປະທະກັນກັບພວກປະທ້ວງ ໂດຍສັ່ງໃຫ້ເຂົາເຈົ້າອອກຈາກຖະໜົນຫົນ ທາງ ແລະ
ໄປຢູ່ທາງຍ່າງ ປະມານຕອນທ່ຽງຄືນ.

ໂທລະພາບ KGW ໄດ້ລົງຂ່າວຢູ່ໜ້າແວັບໄຊຂອງຕົນວ່າ “ພວກນັກຂ່າວທີ່ຢູ່ ໃນເຫດ
ການໄດ້ເຫັນ” ຕຳຫຼວດແທງຕີນລົດ ຂອງພວກສະໜັບສະໜູນ” ຝ່າຍປະທ້ວງ.

ການເດີນຂະບວນໄດ້ເລີ້ມຂຶ້ນ ຢູ່ໃນສວນສາທາລະນະ Laurelhurst Park ທາງພາກ
ຕາເວັນອອກສຽງໃຕ້ຂອງນະຄອນພອດແລນ. ພວກປະທ້ວງໄດ້ມຸ້ງ ໜ້າໄປສູ່ຕຶກ
Penumbra Kelly ຊຶ່ງເປັນຕຶກຫ້ອງການຂອງກຳລັງຕຳຫຼວດທ້ອງຖິ່ນ. ລາຍງານກ່າວ
ວ່າ ການເດີນປະທ້ວງໄດ້ຖືກປະກາດວ່າ ເປັນການຈະລາຈົນ ເວລາພວກປະທ້ວງ
ຈຳນວນນຶ່ງ ໄດ້ເຂົ້າໄປໃນຕຶກ Penumbra Kelly ຫຼັງຈາກຖືກເຕືອນຈາກເຈົ້າໜ້າທີ່
ຕຳຫຼວດບໍ່ໃຫ້ເຮັດ.

ນະຄອນພອດແລນໄດ້ເຫັນການເດີນປະທ້ວງ 80 ມື້ ຕິດຕໍ່ກັນເພື່ອຕໍ່ຕ້ານການແບ່ງ
ແຍກເຊື້ອຊາດຜິວພັນ ຢ່າງເປັນລະບົບ ແລະການທໍລະມານຂອງຕຳຫຼວດ ຫຼັງຈາກ
ການຕາຍຂອງ ທ້າວຈອຣຈ໌ ຟລອຍ ໃນນະຄອນມິນນິອາໂປລິສ ໃນຕົ້ນປີນີ້.

ທ້າວຟລອຍ ຜູ້ທີ່ເປັນຄົນຜິວດໍາໄດ້ເສຍຊີວິດ ຫຼັງຈາກຕຳຫຼວດຜີວຂາວເອົາຫົວເຂົ່າ
ໜີບຄໍຂອງລາວ ເກືອບເກົ້ານາທີ ໃນຂະນະທີ່ທ້າວຟລອຍຮ້ອງອອກມາວ່າ ລາວ
ຫາຍໃຈບໍ່ໄດ້.

ໃນຕອນເຊົ້າວັນເສົາຜ່ານມາຢູ່ໃນນະຄອນພອດແລນ ກຸ່ມຝ່າຍຂວາຈັດການໂຮມ
ຊຸມນຸມກັນເພື່ອໃຫ້ການສະໜັບສະໜູນຕຳຫຼວດ. ມີການຈັດການປະທ້ວງຕໍ່ຕ້ານ
ການໂຮມຊຸມນຸມດັ່ງກ່າວ ແລະມີການປະທະກັນໜ້ອຍນຶ່ງລະຫວ່າງສອງກຸ່ມ.

ມີລາຍງານວ່າ ມີການຍິງປືນຈາກລົດຄັນນຶ່ງ ທີ່ອອກໄປຈາກບ່ອນຈອດ ແຕ່ບໍ່ມີ
ລາຍງານໄດ້ຮັບບາດເຈັບ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG