ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. Poroshenko ກ່າວວ່າ ຢູເຄຣນ ກຳລັງຢູ່ໃນ ສະພາບ "ສົງຄາມອັນແທ້ຈິງ" ກັບ ຣັດເຊຍ


ທະຫານຢູເຄຣນ ກຳລັງຕິດຕັ້ງອາວຸດ ຢູ່ຕາມຊາຍຫາດ ໃນພາກຕາເວັນອອກ ຂອງປະເທດ.
ທະຫານຢູເຄຣນ ກຳລັງຕິດຕັ້ງອາວຸດ ຢູ່ຕາມຊາຍຫາດ ໃນພາກຕາເວັນອອກ ຂອງປະເທດ.

ປະທານາທິບໍດີ ຢູ​ເຄຣນ ທ່ານ Petro Poroshenko ກ່າວ​ວ່າ
ຢູ​ເຄຣນ ກຳລັງ​ຢູ່​ໃນສະພາບ “ສົງ​ຄາມອັນ​ແທ້​ຈິງ” ກັບຣັດ​ເຊຍ
ບໍ່​ພຽງ​ແຕ່​ກັບພວກກະບົດ​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍເທົ່າ
ນັ້ນ.

ຢູ່​ໃນ​ການ​ໃຫ້​ສຳພາດ​ກັບ BBC ທ່ານ Poroshenko ​ໄດ້​ເຕືອນ
​ວ່າ ທ່ານ​ເຊື່ອ​ວ່າຣັດ​ເຊຍ ກຳລັງ​ກະ​ກຽມການບຸກ​ໂຈມ​ຕີ​ທາງ
​ທະຫານ ​ທີ່ຢູ​ເຄຣນຕ້ອງ​ໄດ້​ຕຽມ​ພ້ອມນັ້ນ. ທ່ານ​ກ່າວ​ວ່າ ຢູ​
ເຄຣນ ຈະຕ້ອງ​ບໍ່​ໃຫ້ຣັດ​ເຊຍ ມີ “ໂອກາດແມ່ນແຕ່ ໜ້ອຍດຽວ​ເພື່ອທຳການທ້າທາຍເກາະຜິດ.”

ທ່ານ Poroshenko ກ່າວ​ວ່າ ການ​ຈັບ​ທະຫານຣັດ​ເຊຍສອງ​ຄົນ ຢູ່​ທາງ​ພາກ​ຕາ​ເວັນ​ອອກ
​ຂອງຢູ​ເຄຣນໃນວັນເສົາແລ້ວ ​ເປັນ “ຫລັກ​ຖານ​ທີ່ແຂງຂັນ" ທີ່ສະແດງ ໃຫ້ເຫັນວ່າ ຣັ​ດ​ເຊຍ
ຢູ່​ເບື້ອງ​ຫລັງ​ການ​ເຄື່ອນ​ໄຫວ​ ຂອງພວກ​ກະບົດ​ ​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ຢູ່​ໃນ​
ພາກ​ຕາ​ເວັນ​ອອກຂອງປະເທດ.

​ໃນ​ວັນ​ອັ​ງຄານ​ວານ​ນີ້ ​ເລຂາທິການ​ໃຫຍ່ ​ອົງການ NATO ທ່ານ Jens Stoltenburg ​ໄດ້​ພົບ​ປະ​ກັບ​ ລັດຖະມົນ​ຕີ ຕ່າງປະ​ເທດ ຣັດ​ເຊຍ ທ່ານ Sergei Lavrov ກ່ຽວ​ກັບ​ບັນຫາຂັດ​
ແຍ້​ງຢູ່​ທາງ​ຕາ​ເວັນ​ອອກ​ຂອງຢູ​ເຄຣນ. ທ່ານ Stoltenberg ​ໄດ້​ຮຽກຮ້ອງ​ຍຸດຕິ ການຊ້ອມ
ລົບທາງທະຫານຂອງຣັດ​ເຊຍ ​ໃກ້​ກັບ​ຊາຍ​ແດນຢູ​ເຄຣນ ​ແ​ລະ ຣັດ​ເຊຍຕ້ອງ​ໃຫ້​ມີຄວາມ
ໂປ່ງໃສຫຼາຍ ຂຶ້ນ ​ກ່ຽວ​ກັບ​ກິດຈະການ​ຕ່າງໆ​ທາງ​ທະຫານຂອງຕົນ.

ທ່ານ Lavrov ກ່າວກ່ອນ​ກອງ​ປະຊຸມ​ວ່າ ຈະ​ຮັບ​ຟັງ​ຄວາມ​ເປັນ​ຫ່ວງ​ຂອງ ອົງການ NATO.

​ປະທານ​າທິບໍດີ Vladimir Putin ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ອຶ່ນໆ ​ໄດ້​ປະ​ຕິ​ເສດສະເໝີມາວ່າ
ບໍ່ມີທະຫານຣັດ​ເຊຍ​ຢູ່ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ​ແລະ​ເນັ້ນຢືນຢັດວ່າ ຊາວຣັດ​ເຊຍ​ໃດໆກໍຕາມທີ່​ທຳການ​ສູ້​ລົບ​ຢູ່​ທີ່​ນັ້ນ ເປັນ “ພວກ​ອາສາ​ສະມັກ.”

XS
SM
MD
LG