ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ເຊັນຂໍ້ຕົກລົງ ການຄ້າເສລີ ກັບ ສະຫະພາບ ຢູໂຣບ (ສະໄລດ໌/ວີດີໂອ)


ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ຖ່າຍຮູບຮ່ວມກັບ ປະທານກຳມາທິການຢູໂຣບ ທ່ານ Jose Manuel Barroso (ຊ້າຍ) ແລະປະທານສະພາຢູໂຣບ ທ່ານ Van Rompuy (ຂວາ) ທີ່ນະຄອນບຣັສເຊີລ (27 ມິຖຸນາ 2014)
ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ຖ່າຍຮູບຮ່ວມກັບ ປະທານກຳມາທິການຢູໂຣບ ທ່ານ Jose Manuel Barroso (ຊ້າຍ) ແລະປະທານສະພາຢູໂຣບ ທ່ານ Van Rompuy (ຂວາ) ທີ່ນະຄອນບຣັສເຊີລ (27 ມິຖຸນາ 2014)

ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ກ່າວວ່າ ປະ
ເທດຂອງທ່ານຕ້ອງໄດ້ຈັບຈ່າຍສູນເສຍ ດ້ວຍລາຄາແພງສຸດເທົ່າ
ທີ່ເປັນໄປໄດ້ ເພື່ອໃຫ້ບັນລຸເປົ້າໝາຍ ໃນການມີຂໍ້ຕົກລົງການຄ້າ
ເສລີ ກັບສະຫະພາບຢູໂຣບ ຊຶ່ງເປັນເປົ້າໝາຍ ທີ່ບັນລຸກັນໃນວັນ
ສຸກມື້ື້ນີ້ ເວລາທ່ານ ເຊັນຂໍ້ຕົກລົງດັ່ງກ່າວ ທີ່ກອງປະຊຸມສຸດຍອດ
ຢູ່ນະຄອນ Brussels.

ໃນຕອນເຊົ້າມື້ນີ້ ທ່ານ Poroshenko ເອີ້ນການລົງນາມໃນຂໍ້ຕົກ
ລົງສະບັບນີ້ ວ່າ ມີຄວາມສຳຄັນຄັ້ງປະຫວັດສາດ ເຖິງແມ່ນວ່າໄດ້
ມີປະຕິກິລິຍາໃນທາງລົບ ຈາກມົສກູກໍຕາມ.

ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ກ່າວໃນວັນສຸກມື້ນີ້ວ່າຂໍ້ຕົກລົງທີ່ເປັນບັນ ຫາໂຕ້ຖຽງດັ່ງກ່າວ ຊຶ່ງພາໃຫ້ມີການຂັບໄລ່ ອະດີດປະທານາທິບໍດີຢູເຄຣນ ທ່ານ Viktor Yanukovych ອອກຈາກຕຳແໜ່ງເມື່ອຕົ້ນປີນີ້ໄດ້ບັງຄັບໃຫ້ຊາວຢູເຄຣນຕ້ອງໄດ້ປະເຊີນ ກັບທາງເລືອກແບບຈອມປອມ ລະຫວ່າງ ຄວາມຈົງຮັກພັກດີ ຕໍ່ຢູໂຣບ ຫຼືຕໍ່ຣັດເຊຍ. ທ່ານ ຮຽກຮ້ອງໃຫ້ມີການຢຸດຍິງໄລຍະຍາວ ຢູ່ໃນຢູເຄຣນ ເພື່ອເປັນເງື່ອນໄຂໃນການເຈລະຈາ ລະຫວ່າງເຈົ້າໜ້າທີ່ຢູເຄຣນ ແລະພວກແບ່ງແຍກດິນແດນ ທີ່ນິຍົມຣັດເຊຍ.

UKRAINE SOTVO
please wait
Embed

No media source currently available

0:00 0:00:41 0:00

ການຂັດແຍ້ງກ່ຽວກັບຂໍ້ຕົກລົງ ກັບສະຫະພາບຢູໂຣບດັ່ງກ່າວ ຍັງມີການຖິ້ມໂທດໃສ່ເປັນ
ສາເຫດໃຫ້ການປະກາດຍຶດເອົາເຂດແຫຼມໄຄຣເມຍຂອງຢູເຄຣນ ເຂົ້າເປັນສ່ວນນຶ່ງຂອງ
ດິນແດນຣັດເຊຍ ທີ່ພວກຈົງຮັກພັກດີຕໍ່ຣັດເຊຍ ມີຈຳນວນຫຼວງຫຼາຍນັ້ນ. ບັນຫາຂັດແຍ້ງ ດັ່ງກ່າວໄດ້ທະວີຄວາມຮ້າຍແຮງຂຶ້ນ ດ້ວຍການປະທະກັນລະຫວ່າງທະຫານຢູເຄຣນແລະ ພວກແບ່ງແຍກດິນແດນນິຍົມຣັດເຊຍ ຢູ່ໃນພາກຕາເວັນອອກຂອງປະເທດ.

UKRAINE VOSOT
please wait
Embed

No media source currently available

0:00 0:00:53 0:00

ໃນຂະນະທີ່ການຢຸດຍິງຢ່າງເປັນທາງການຢູ່ໃນຢູເຄຣນຈະສິ້ນສຸດລົງໃນວັນສຸກມື້ນີ້ພວກ
ທີ່ເຫັນເຫດການເວົ້າວ່າ ມີຊາວຢູເຄຣນລຽນແຖວຍາວຢຽດ ຢູ່ທີ່ດ່ານ ຂ້າມຊາຍແດນຣັດ ເຊຍ ໃນແລງວັນພະຫັດວານນີ້ ໂດຍພາກັນຂັບລົດ ທີ່ບັນທຸກເຄື່ອງຂອງສ່ວນຕົວເຕັມຄັນ ໃນຄວາມຫວັງເພື່ອຈະຫລົບໜີຄວາມຮຸນແຮງ ຢູ່ໃນເຂດພາກຕາເວັນອອກ ຂອງຢູເຄຣນ. ອົງການອົບພະຍົບຂອງສະຫະປະຊາຊາດ ກ່າວໃນວັນສຸກມື້ີ້ວ່າ ມີປະມານ 110,000 ຄົນ ຫລົບໜີຈາກຢູເຄຣນໄປຍັງຣັດເຊຍ ໃນຂະນະທີ່ຊາວຢູເຄຣນອີກ 54,000 ຄົນໄດ້ພາກັນ ຫລົບໄພ ຢູ່ພາຍໃນປະເທດຢູເຄຣນເອງ.

XS
SM
MD
LG