ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຢູ ​​ຂົ່ມຂູ່ ຈະ​ທຳການ ລົງ​ໂທດຊຸດ​ໃໝ່ ຕໍ່ຣັດ​ເຊຍ​ ຍ້ອນເຫດການ ໃນຢູເຄຣນ (ສະໄລດ໌/ວີດີໂອ)


ຈາກຊ້າຍ, ນາຍົກ ລມຕ ຟີນແລນ Alexander Stubb, ນາຍົກ ລມຕ ເດັນມາກ Helle Thorning-Schmidt, ນາຍົກ ລມຕ ອັງກິດ David Cameron ແລະ ນາຍົກ ລມຕ ເຢຍຣະມັນ Angela Merkel ໂອ້ລົມກັນ ໃນລະຫວ່າງກອງປະຊຸມໂຕະມົນ ຢູ່ກອງປະຊຸມສຸດຍອດ ທີ່ Brussels, ວັນທີ 30 ສິງຫາ 2014.
ຈາກຊ້າຍ, ນາຍົກ ລມຕ ຟີນແລນ Alexander Stubb, ນາຍົກ ລມຕ ເດັນມາກ Helle Thorning-Schmidt, ນາຍົກ ລມຕ ອັງກິດ David Cameron ແລະ ນາຍົກ ລມຕ ເຢຍຣະມັນ Angela Merkel ໂອ້ລົມກັນ ໃນລະຫວ່າງກອງປະຊຸມໂຕະມົນ ຢູ່ກອງປະຊຸມສຸດຍອດ ທີ່ Brussels, ວັນທີ 30 ສິງຫາ 2014.

ສະຫະ​ພາບຢູ​ໂຣບ ຫລື EU ​ໄດ້​ຂົ່ມຂູ່ ຈະ​ທຳການລົງ​ໂທດຊຸດ​
ໃໝ່ຕໍ່ຣັດ​ເຊຍ​ ຖ້າ​ມົສກູຍັງ​ສືບ​ຕໍ່ການ​ເຄື່ອນ​ໄຫວທາງ​ທະຫານ
ຂອງ​ຕົນ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງຢູ​ເຄຣນ ຕໍ່​ໄປ. ແຕ່ EU ​
ແມ່ນມີ​ຄວາມ​ແຕກ​ແຍ້​ງກັນ ​ກ່ຽວ​ກັບລະດັບ​ຄວາມ​ຮຸນ​ແຮງ​
ຂອງ​ມາດ​ຕະການ​ລົງ​ໂທດທີ່​ອາດຈະ​ນຳ​ໃຊ້ນັ້ນ ​ຍ້ອນວ່າ
​ຫລາຍໆ​ປະ​ເທດ ​ໃນ​ຈຳນວນ​ສະມາຊິກ 28 ປະ​ເ​ທດ ຂອງ
​ອີ​ຢູ ​ແມ່ນ​ເພິ່ງ​ພາ​ອາ​ໄສ​ຣັດ​ເຊຍ ​ໃນ​ດ້ານການ​ຄ້າ ​ແລະແກັສ​.

ກອງ​ປະຊຸມ​ບັນດາ​ຜູ້ນຳສະຫະ​ພາບຢູ​ໂຣບ ​ຢູ່​ໃນນະຄອນຫລວງ
ບຣັສ​ເຊີ​ລສ໌ ​ໄດ້​ປະກາດ​ໃນ​ຕອນ​ເຊົ້າຂອງ​ວັນ​ອາທິດ​ມື້​ນີ້ ຫຼັງຈາກ​ການ​ປຶກສາ​ຫາລື​ອັນ​
ຍາວ​ນານວ່າ​ ພວກ​ຕົນ​ໄດ້​ຂໍ​ຮ້ອງໃຫ້ຄະນະ​ກຳມາ​ທິການອີ​ຢູ​ ເຮັດລາຍການ​ຂອງ​ມາດ​ຕະ
ການ​ຕ່າງໆ​ ຂຶ້ນ​ມາພາຍ​ໃນ​ອາທິດນຶ່ງ ເພື່ອ​ນຳ​ໃຊ້​ຕໍ່ຣັດ​ເຊຍ ຖ້າ​ຫາກຣັດ​ເຊຍ​ບໍ່​ຕ່າວ​ປິ້ນ​ແນວ​ທາງຂອງ​ຕົນ ​ໃນ​ຢູ​ເຄຣນ.

ກອງກຳລັງຢູເຄຣນ ເຄື່ອນຍ້າຍ ອອກຈາກເມືອງ Starobesheve ທາງພາກຕາເວັນອອກຂອງຢູເຄຣນ ທີ່ພວກກະບົດຄວບຄຸມ, ວັນທີ 30 ສິງຫາ 2014.
ກອງກຳລັງຢູເຄຣນ ເຄື່ອນຍ້າຍ ອອກຈາກເມືອງ Starobesheve ທາງພາກຕາເວັນອອກຂອງຢູເຄຣນ ທີ່ພວກກະບົດຄວບຄຸມ, ວັນທີ 30 ສິງຫາ 2014.

ປະທານ​ສະພາ​ຢູ​ໂຣບ ທ່ານ Van Rompuy ກ່າວ​ວ່າ “ສະພາ​
ຢູ​ໂຣບ ກ່າວ​ວ່າ ຕົນ​ພ້ອມແລ້ວ ທີ່​ຈະ​ເອົາ​ບາດກ້າວຕ່າງໆ​
ທີ່ສຳຄັນ​ຕໍ່​ໄປ ​ຕໍ່ໜ້າ ການ​ປ່ຽນ​ແປງ​ໄປໃນສະຖານະ​ການ​
ຢູ່​ພາກ​ພື້ນດິນ ​ແລະ​ໄດ້​ຂໍຮ້ອງ​ໃຫ້ ຄະນະ​ກຳມາ​ທິການອີ​ຢູ
​ກະກຽມວຽກ​ງານ​ຢ່າງ​ຮີບ​ດ່ວນ ພ້ອມໆ​ກັນ​ກັບ ພະ​ແນ​ກກິດ
ພາຍ​ນອກຂອງ​ຢູ​ໂຣບ ​ແລະ​ໃຫ້​ນຳ​ສະ​ເໜີ ຂໍ້​ສະ​ເໜີ​ຕ່າງໆ ​
ເພື່ອ​ພິຈາລະນາ​ ພາຍ​ໃນ​ນຶ່ງ​ອາທິດ.”

​ນາຍົກລັດຖະມົນຕີເຢຍຣະມັນ ທ່ານ​ນາງ Angela Merkel ​ກ່າວ​
ວ່າ ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ຕ້ອງ​ເຄື່ອນ​
ໄຫວ​ຢ່າງ​ວ່ອງ​ໄວ ​ເພື່ອ​ຫລີກ​ເວ້ນ​ການ​ລົງ​ໂທດ​ຊຸດ​ໃໝ່​ນີ້.

​ບັນດາເຈົ້າໜ້າ​ທີ່​ຂັ້ນສູງຂອງ​ອີຢູ​ ​ໄດ້​ພົບ​ປະ​ໃນ​ວັນ​ເສົາ​ວານ​ນີ້ ຢູ່ໃນ​ນະຄອນຫລວງ​ບຣັສ
​ເຊີ​ລສ໌ ກັບປະທານາທິບໍດີຢູ​ເຄຣນ ທ່ານ Petro Poroshenko ​ທີ່​ຂໍ​ຮ້ອງ​ໃຫ້​ມີ​ການ​ຕອບໂຕ້
​ທີ່​ໜັກ​ແໜ້ນ​ຂຶ້ນອີກ​ ຈາກ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ຕໍ່​ວິ​ກິດ​ການ​ໃນ​ປະ​ເທດ​ຂອງ​ທ່ານນັ້ນ.

UKRAINE CNPK
please wait
Embed

No media source currently available

0:00 0:01:35 0:00

XS
SM
MD
LG