ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ທ່ານ Poroshenko ມີຄະ​​ແນນ ນຳ​ໜ້າ​ ໃນການເລືອກຕັ້ງ ປະທານາທິບໍດີ ຢູເຄຣນ (ສະ​ໄລ​ດ໌/ວີດີໂອ)


ዑደት ርእሰ ሊቃነ ጳጳሳት ፍራንሲስ ኣብ ዋሺንግተን ዲሲ
ዑደት ርእሰ ሊቃነ ጳጳሳት ፍራንሲስ ኣብ ዋሺንግተን ዲሲ
ຜົນ​ຂອງ​ການ​ເລືອກ​ຕັ້ງປະ​ທາ​ນາ​ທິບໍດີ ປະ​ເທດຢູເຄຣນ ໃນ​
ເບື້ອງ​ຕົ້ນ ສະແດງໃຫ້​ເຫັນ​ວ່າ ມະຫາ​ເສດ​ຖີ ຜູ້​ຜະລິດ​ຂະໜົມ
ລາຍ​ໃຫຍ່ ​ແລະ​ເຄີຍ​ເປັນ ນາຍົກລັດຖະມົນຕີ ມາ​ກ່ອນ ຄື
ທ່ານ Petro Poroshenko ກຳລັງ​ມີ​ຄະແນນນຳ​ໜ້າ​ຢ່າງໃຫຍ່.

ຄະນະ​ກຳມະ​ການ​ເລືອກ​ຕັ້ງຂອງ​ປະ​ເທດ ກ່າວໃນ​ວັນ​ຈັນ​ມື້​ນີ້ວ່າ
ທ່ານ Poroshenko ນຳ​ໜ້າ​ດ້ວຍ​ຂະ​ແນນ​ສຽງ 54 ​ເປີ​ເຊັນ​
ຂອງ​ຜູ້​ໃຊ້​ສຽງ​ຈາກ​ຈຳນວນ​ບັດ​ທີ່​ໄດ້​ນັບ​ແລ້ວ ນຶ່ງ​ສ່ວນ​ສາມ.

ສ່ວນ​ອະດີດ ນາຍົກລັດຖະມົນຕີ ທ່ານ​ນາງ Yulia Tymoshenko ຕາມ​ມາ​ເປັນອັນ​ດັບສອງ ​ໂດຍ​ໄດ້​ຮັບ​ສຽງ​ 13 ​ເປີ​ເຊັນ.

ທ່ານ Poroshenko ​ໄດ້​ອ້າງ​ເອົາ​ໄຊຊະນະ​ໃນ​ວັນ​ອາທິດ​ມື້ວານ​ນີ້ ຫຼັງຈາກ ໜ່ວຍ​ປ່ອນ​ບັດເລືອກ​ຕັ້ງ​ແຫ່ງ​ຕ່າງ​ໆໄດ້​ປະກາດ​ຜົນ​ຂອງ​ການ​ລົງ​ຄະ​ແນນສຽງ​ ສະ​ແດງໃຫ້​ເຫັນ​ວ່າ ທ່ານ​ໄດ້​ຮັບ​ໄຊຊະນະເຖິງ​ 56 ​ເປີເຊັນ ​ແລະ ​ໄດ້​ເວົ້າວ່າທ່ານ ພ້ອມ​ແລ້ວ​ທີ່​ຈະ​ທຳ​ການ​ເຈລະຈາ​ນຳ ບັນດາເຈົ້າໜ້າທີ່ທາງ​ການ​ຂອງ ຣັດ​ເຊຍດັ່ງ​ນີ້:

ທ່ານ Poroshenko ​ເວົ້າວ່າ: “ຂ້າພະ​ເຈົ້າ ມີ​ຄວາມ​ຫວັງ​ຢ່າງ​ສູງ ​ເພາະ​ການ​ເລືອກ​ຕັ້ງຄັ້ງນີ້​ແນ່ນອນ​ແລ້ວ​ແມ່ນມີ​ອິດ​ສະລະ ​ແນ່ນອນແມ່ນ​ຊອບ​ທຳ ດ້ວຍການ​ເຄື່ອນ​
ໄຫວ​ຂອງ​ຊາວ​ຢູ​ເຄຣນທັງຫຼາຍ ທີ່​ໄດ້​ອອກ​ມາໃຊ້​ສິດໃຊ້​ສຽງ​ ​ແລະ ​ໄດ້ສະ​ແດງ​ເຖິງ​ການຕັດສິນ​ໃຈ​ອັນເດັດດ່ຽວ​ເພື່ອເສີມສ້າງ​ອະນາຄົດຂອງ​ພວກ​ເຂົາ​ເຈົ້າ. ​ແລະ​ຂ້າພະ​ເຈົ້າຄິດ​ວ່າ ຣັດ​ເຊຍ​ເປັນ​ເພື່ອນ​ບ້ານ​ຂອງພວກ​ເຮົາ ​ແລະ​ຖ້າ​ບໍ່​ກ່າວ​ເຖິງຣັດ​ເຊຍ​ແລ້ວ ມັນ​ກໍ​ບໍ່​ມີ​ປະສິດທິ​ຜົນ​ເລີຍ ຫຼື ​ມັນເປັນ​ໄປ​ບໍ່​ໄດ້​ເລີຍ ​ທີ່​ຈະ​ກ່າວ​ເຖິງ​ຄວາມ​ໝັ້ນຄົງ​ ໃນ​ຂົງ​ເຂດ​ນີ້ ຫຼື​ຄວາມ​ໝັ້ນຄົງໃນ​ໂລກ.”

ເບິ່ງວີດີໂອເລື້ອງນີ້.
please wait

No media source currently available

0:00 0:03:05 0:00

ພວກແບ່ງ​ແຍກດິນ​ແດນ ຫົວ​ນິຍົມຣັດ​ເຊຍ ​ໄດ້ຂົ່ມຂູ່​ວ່າ​ ຈະ​ກໍ່ກວນ​ການ​ເລືອກ​ຕັ້ງ​ ໃນ​
ຄັ້ງນີ້ ​ແລະ​ ກີດ​ຂວາງ​ບໍ່​ໃຫ້​ຜູ້ມີ​ສິດອອກສຽງ ​ໄປ​ຍັງ​ໜ່ວຍ​ປ່ອນ​ບັດເລືອກ​ຕັ້ງແຫ່ງຕ່າງໆ​
ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ​. ໜ່ວຍ​ປ່ອນ​ບັດເລືອກ​ຕັ້ງບາງ​ແຫ່ງ ທີ່​ຢູ່​ໃນ​ການຄຸ້ມ
ຄອງ ຂອງ​ພວກແບ່ງ​ແຍກດິນ​ແດນ ຫົວ​ນິຍົມຣັດ​ເຊຍ ບໍ່​ສາມາດ​ເປີ​ດ​ໄດ້ ​ໃນ​ເມືອງ
Donetsk ​ໃນ​ຂະນະດຽວ​ກັນ ກໍໄດ້​ມີ​ລາຍ​ງານວ່າ ມີ​ຄົນແຕ່ພຽງ 16 ​ເປີ​ເຊັນ​ເທົ່າ​ນັ້ນ
ພາກັນ​ໄປອອກ​ສຽງ​ ຢູ່​ໃນຂົ​ງ​ເຂດ​ເມືອງ Donetsk.
XS
SM
MD
LG