ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. Poroshenko ຈະສົ່ງອາວຸດໜັກ ຄືນໄປເຂດແນວໜ້າ ຖ້າຍັງມີ ການລະເມີດ ຢຸດຍິງ


ຂະບວນລົດທະຫານຢູເຄຣນ ຮວມທັງລົດຫຸ້ມເກາະ ລົດທະຫານທີ່ແກ່ປືນໃຫຍ່ ຂະນະທີ່ຖອນຈາກເຂດ Debaltseve (27 ກຸມພາ 2015)
ຂະບວນລົດທະຫານຢູເຄຣນ ຮວມທັງລົດຫຸ້ມເກາະ ລົດທະຫານທີ່ແກ່ປືນໃຫຍ່ ຂະນະທີ່ຖອນຈາກເຂດ Debaltseve (27 ກຸມພາ 2015)

ປະທານາທິບໍດີຢູ​ເຄຣນ ທ່ານ Petro Poroshenko ກ່າວ​ວ່າ
ກອງທັບ​ຂອງ​ທ່ານແມ່ນພ້ອມແລ້ວ​ທີ່​ຈະ​ນຳເອົາ​ອາວຸດ​ໜັກ​ກັບ
​ຄືນ​ໄປ​ສູ່ເຂດແນວ​ໜ້າໃນ​ພາກ​ຕາ​ເວັນ​ອອກຢູ​ເຄຣນ ​ໂດຍ​ໃຫ້​
ຂໍ້​ສັງ​ເກດ​ວ່າ ພວກກະບົດທີ່ຣັດ​ເຊຍ​ໜູນ​ຫຼັງ​ ຍັງສືບຕໍ່ລະເມີດ
​ຂໍ້​ຕົກລົງ​ຢຸດ​ຍິງ ທີ່​ໄດ້​ບັນລຸກັນ ໃນ​ເດືອນ​ແລ້ວ​ນີ້.

ທ່ານ Poroshenko ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ກອງທັບ​ຢູ​ເຄຣນ
“ພ້ອມ​ແລ້ວ​ທຸກ​ເວລາ ທີ່​ຈະລຸກຂຶ້ນຕໍ່ສູ້​ກັບ​ສັດຕູ.”

ນອກນັ້ນ ທ່ານ​ຍັງ​ກ່າວ​ວ່າ ການ​ຂົ່ມຂູ່​ທາງ​ທະຫານ​ຈາກ​ຕາ​
ເວັນ​ອອກ ຈະ​ຍັງຄົງ​ມີຢູ່ ຖ້າ​ຫາກ​ການ​ຢຸດ​ຍິງ​ຍັງໄດ້ຮັບການ
ເຄົາລົບ​ຢູ່ ຊຶ່ງເປັນທີ່ຈະແຈ້ງໝາຍເຖິງຣັດ​ເຊຍ.

ລັດຖະມົນຕີຕ່າງປ​ະ​ເທດຣັດ​ເຊຍ ທ່ານ Sergei Lavrov ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ​ໄດ້​ມີ
​ຄວາມ​ຄືບ​ໜ້າ​ກ່ຽວກັບ​ການ​ຖອນ​ອາວຸດ​ໜັກ ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ. ທ່ານ​
ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ ໃນການປະຕິບັດຕາມພາກສ່ວນ ອື່ນໆຂອງຂໍ້ຕົກລົງ​ຢຸດ
​ຍິງ​ ຮວມທັງ​ບັນຫາ​ດ້ານມະ​ນຸດ​ສະ​ທຳ​ ທີ່​ສຳຄັນຕ່າງໆ ​ແລະ​ການປະຕິ​ຮູບ​ລັດຖະທຳ​ມະ
ນູນ ຢູ່​ໃນ​ຂົງ​ເຂດ Donbas ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.

​ໃນ​ວັນ​ພະຫັດ​ວານ​ນີ້ ກອງ​ທະຫານ​ຢູ​ເຄຣນ ​ໄດ້​ເ​ລີ້​ມຖອນ​ປືນ​ໃຫຍ່​ອອກ​ຈາກ​ເຂດແນວ
​ໜ້າ ທີ່ບ້ານທາງພາກຕາເວັນອອກແຫ່ງນຶ່ງ ​ໃກ້​ກັບ​ເມືອງ Debaltseve ທີ່ໄດ້​ຮັບຄວາມ
ເສຍຫາຍຢ່າງ​ໜັກ ຊຶ່ງຢູ່​ພາຍ​ໃຕ້​ການ​ຕິດຕາມ ເບິ່ງ​ຢ່າງ​ໃກ້​ຊິດ​ຂອງຄະນະ​ສັງ​ເກດ​ການ
ຢູ​ໂຣບ ກ່ຽວ​ກັບ​ການ​ຢຸດ​ຍິງ.

ບັນດາ​ເຈົ້າໜ້າ​ທີ່​ທະຫານ​ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​ສະ​ແດງ​ໃຫ້​ບັນດາ​ນັກ​ຂ່າວ​ຈາກ​ອົງ
ການ​ຂ່າວ Reuters ​ໄດ້​ເຫັນ​ລົດ​ແກ່​ປືນ​ໃຫຍ່ 100 ມິນ​ລີ​ແມັດ ຈາກບ້ານ Paras-
koviyvka ​ໃນ​ຂະນະ​ທີ່ຢູ​ເຄຣນ ຮັບ​ຮູ້​ເຖິງ​ຫລຸດ​ຜ່ອນການ​ໂ​ຈມຕີ ຈາກ​ພວກ​ກະບົດ​ ໃນ
ໄລຍະ​ບໍ່​ເທົ່າ​ໃດ​ມື້​ທີ່​ຜ່ານ​ມານີ້.

UKRAINE CNPK
please wait
Embed

No media source currently available

0:00 0:01:54 0:00

XS
SM
MD
LG