ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Poroshenko ແລະ ທ່ານ Biden ຮຽກຮ້ອງໃຫ້ ພວກແບ່ງແຍກດິນແດນ ປະຕິບັດຕາມສັນຍາ


ພາບທີ່ສະແດງໃຫ້ເຫັນ ປະທານາທິບໍດີ​ຢູ​ເຄຣນ ທ່ານ Petro Poroshenko ພວມກ່າວຖະແຫລງຕໍ່ ສະພາຄວາມໝັ້ນຄົງແຫ່ງຊາດ ເມື່ອກາງເດືອນກຸມພາ ຫຼັງຈາກທີ່ໄດ້ປຶກສາຫາລື ກ່ຽວກັບຂໍ້​ຕົກລົງ​ ສັນຕິພາບທີ່​ໄກ່​​ເກ່ຍ​ໂດຍ​ສະຫະພາບ​ຢູ​ໂຣບນັ້ນ ໃນວັນເສົາຜ່ານມາ ກັບ ຮອງ​ປະທານາ​ທິບໍດີ​ສະຫະລັດ ທ່ານ Joe Biden.
ພາບທີ່ສະແດງໃຫ້ເຫັນ ປະທານາທິບໍດີ​ຢູ​ເຄຣນ ທ່ານ Petro Poroshenko ພວມກ່າວຖະແຫລງຕໍ່ ສະພາຄວາມໝັ້ນຄົງແຫ່ງຊາດ ເມື່ອກາງເດືອນກຸມພາ ຫຼັງຈາກທີ່ໄດ້ປຶກສາຫາລື ກ່ຽວກັບຂໍ້​ຕົກລົງ​ ສັນຕິພາບທີ່​ໄກ່​​ເກ່ຍ​ໂດຍ​ສະຫະພາບ​ຢູ​ໂຣບນັ້ນ ໃນວັນເສົາຜ່ານມາ ກັບ ຮອງ​ປະທານາ​ທິບໍດີ​ສະຫະລັດ ທ່ານ Joe Biden.

ຮອງ​ປະທານາ​ທິບໍດີ​ສະຫະລັດ ທ່ານ Joe Biden ​ແລະ ປະທານາ
ທິບໍດີ​ຢູ​ເຄຣນ ທ່ານ Petro Poroshenko ​ໄດ້​ຮຽກຮ້ອງ​ໃຫ້ພວກ
​ຫົວ​ແບ່ງ​ແຍກ​ດິນ​ແດນ ທີ່​ໜຸນ​ຫລັງ​ໂດຍຣັດ​ເຊຍ ຢູ່​ທາງ​ພາກ​ຕາ
​ເວັນ​ອອກ​ຂອງ​ຢູ​ເຄຣນ ປະຕິບັດ​ຕາມຂໍ້​ຕົກລົງສັນຕິພາບ Minsk
ຢ່າງ​ຄົບ​ຖ້ວນ.

ຢູ່​ໃນການ​ສົນທະນາ​ກັນ​ທາງ​ໂທລະສັບ ​ເມື່ອ​ວັນ​ເສົາວານ​ນີ້ ທ່ານ
Biden ​ແລະ ທ່ານ Poroshenko ​ໄດ້​ປຶກສາ​ຫາລື​ກັນ ​ກ່ຽວ​ກັບ​ຂໍ້​
ຕົກລົງ​ ທີ່​ໄດ້​ບັນລຸກັນ​ຢູ່ນະຄອນຫລວງຂອງ​ເບ​ລາຣຸສ​ ​ເມື່ອ​ເດືອນ​
ກຸມພາ​ຜ່ານ​ມາ ​ແລະ​ໃນ​ເດືອນ​ກັນຍາ ປີ​ກາຍນີ້ ທີ່​ໄກ່ເກ່ຍ​ໂດຍ​ສະຫະພາບ​ຢູ​ໂຣບນັ້ນ.

War in Ukraine Leaves Many Elderly in a Vulnerable Position
please wait

No media source currently available

0:00 0:02:54 0:00


ຂໍ້​ຕົກລົງ​ດັ່ງກ່າວ​ ລະຫວ່າງ​ລັດຖະບານ​ຢູ​ເຄຣນ ​ແລະ ພວກ​ກະ​ບົດ ​ໄດ້​ຮຽກຮ້ອງ​ໃຫ້​ຢຸດຍິງ ​ໃຫ້ມີ​ການ​ພິສູດ​ການ​ຖອນ​ອາວຸດ​ໜັກ​ຕ່າງໆ ອອກ​ໄປ ​ອຳນວຍ​ໃຫ້​ຄະນະ​ສັງ​ເກດ​ການ​ສາ​ກົນ​ເຂົ້າ​ໄປ​ຕິດຕາມ​ເບິ່ງໄດ້​ຢ່າງ​ເສລີ ​ແລະ ​ໃຫ້​ມີ​ການ​ແລກປ່ຽນ​ຊະ​ເລີ​ຍ​ເສິກກັນ.

ທຳນຽບຂາວ​ກ່າວ​ວ່າ ປະທານາທິບໍດີ​ Poroshenko ຍັງ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ຢູ​ເຄຣນ​ໄດ້​
ເອົາ​ບາດກ້າວ​ຕ່າງໆ​ ເພີ້​ມຕື່ມ​ອີກ ​ເພື່ອແຍກອອກ ຂໍ້​ກຳນົດ​ຂອງ​ກົດໝາຍ​ກ່ຽວ​ກັບສະຖາ
ນະ​ພາບພິ​ເສດ​ ທີ່ສະພາ​ຂອງ​ຢູ​ເຄຣນ ​ໄດ້​ຮັບ​ຜ່ານເອົາ ​ໃນ​ເດືອນ​ກັນຍາ​ຜ່ານ​ມາ.

ຜູ້ນຳ​ທັງ​ສອງ​ທ່ານ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຍິນ​ດີ ນຳ​ການມອບ​ເງິນສ່ວນ​ທຳ​ອິດຂອງໂຄງການ ​ຊ່ວຍ​ເຫລືອໃໝ່ ຂອງ​ອົງການກອງ​ທຶນສາກົນ ສຳ​ຫລັບ​ຢູ​ເຄຣນນັ້ນ.

Russian Weapons Challenge Ukrainian Military
please wait

No media source currently available

0:00 0:02:45 0:00

XS
SM
MD
LG