ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ດາຣາ ໜັງໂປ້ ກ່າວວ່າ ນາງຖືກຂົ່ມຂູ່ ໃຫ້ ມິດງຽບ ກ່ຽວກັບ ການມີສຳພັນ ກັບ ປ. ທຣຳ


ນາງ ສຕອມມີ ແດນນຽລສ໌ ຊຶ່ງຊື່ແທ້ຂອງນາງ ແມ່ນ ສເຕັບຟານີ ຄລິຟຝອດ, ຕັ້ງທ່າຖ່າຍຮູບ ໃນຕອນທ້າຍລາຍການຂອງນາງ ຢູ່ທີ່ ຮ້ານບັນເທີງ Gossip Club ໃນເມືອງ ລອງ ໄອແລນ ລັດນິວຢອກ, ວັນທີ 23 ກຸມພາ 2018.
ນາງ ສຕອມມີ ແດນນຽລສ໌ ຊຶ່ງຊື່ແທ້ຂອງນາງ ແມ່ນ ສເຕັບຟານີ ຄລິຟຝອດ, ຕັ້ງທ່າຖ່າຍຮູບ ໃນຕອນທ້າຍລາຍການຂອງນາງ ຢູ່ທີ່ ຮ້ານບັນເທີງ Gossip Club ໃນເມືອງ ລອງ ໄອແລນ ລັດນິວຢອກ, ວັນທີ 23 ກຸມພາ 2018.

ນັກສະແດງຮູບເງົາໂປ້ ນາງ ສຕອມມີ ແດນນຽລສ໌ ຜູ້ທີ່ອ້າງວ່າ ໄດ້ມີ
ຄວາມສຳພັນຖານຊູ້ສາວກັບ ທ່ານ ດໍໂນລ ທຣຳ ກ່ອນທີ່ທ່ານຈະໄດ້ຖືກ
ເລືອກເປັນ ປະທານາທິບໍດີ ໄດ້ບອກ ລາຍການ 60 ນາທີ ຂອງໂທລະພາບ
CBS ວ່າ ນາງໄດ້ຖືກຂົ່ມຂູ່ ໃນເວລາທີ່ນາງພະຍາຍາມ ຈະເລົ່າເລື່ອງລາວ
ຂອງນາງ ແລະ ການໄດ້ຮັບເງິນປິດປາກ ໂດຍຜ່ານທະນາຍຄວາມຂອງ
ທ່ານ ທຣຳ ກໍຍ້ອນວ່າ ນາງເປັນຫ່ວງເລື່ອງຄວາມປອດໄພຂອງຄອບຄົວ.

ນາງ ສຕອມມີ ແດນນຽລສ໌ ຊຶ່ງຊື່ແທ້ຂອງນາງ ແມ່ນ ສເຕັບຟານີ
ຄລິຟຝອດ ໄດ້ກ່າວໃນການໃຫ້ສຳພາດ ເມື່ອວັນອາທິດວານນີ້ ທີ່ມີການ
ຄອງຄອຍຖ້າ ມາຢ່າງຈົດໃຈຈໍ່ວ່າ ນາງແມ່ນກຳລັງຈະໄປຫ້ອງອອກກຳລັງ
ກາຍ ກັບລູກສາວນ້ອຍຂອງນາງ ໃນເວລານັ້ນ ກໍໄດ້ມີຄົນແປກໜ້າຜູ້ນຶ່ງ
ຍ່າງເຂົ້າມາຫານາງ.

“ຊາຍຄົນນຶ່ງ ຍ່າງເຂົາມາຫາຂ້ອຍ ແລະ ໄດ້ເວົ້ານຳຂ້ອຍວ່າ ຢ່າໄປຫຍຸ້ງ
ກ່ຽວ ກັບທ່ານທຣຳ. ໃຫ້ລືມເລື່ອງທີ່ເກີດຂຶ້ນຊະ.”
ນາງແດນນຽລສ໌ ໄດ້
ບອກນັກຂ່າວ ທ່ານ ແອນເດີສັນ ຄູບເປີ. ນາງໄດ້ກ່າວຕໍ່ໄປອີກວ່າ “ແລະ
ຕໍ່ຈາກນັ້ນ ລາວກໍກົ້ມອຽງໄປທາງຂ້າງ ແລ້ວແນມເບິ່ງລູກສາວຂອງ

ຂ້ອຍ ແລະ ເວົ້າວ່າ ‘ນັ້ນແມ່ນເດັກຍິງທີ່ໜ້າຮັກ. ມັນເປັນທີ່ໜ້າອັບ
ອາຍ ຖ້າມີບາງສິ່ງບາງຢ່າງເກີດຂຶ້ນ ກັບແມ່ຂອງລາວ.’ ແລະຫຼັງຈາກ
ນັ້ນ ລາວກໍຍ່າງຫາຍໄປ.”

ເຫດການດັ່ງກ່າວ ໄດ້ເກີດຂຶ້ນຢູ່ໃນລານຈອດລົດແຫ່ງນຶ່ງ ຂອງນະຄອນ
ລາສ ເວກາສ ໃນປີ 2011 ເກີດຂຶ້ນເມື່ອບໍ່ດົນ ຫຼັງຈາກທີ່ນາງໄດ້ພະຍາຍາມ
ຈະຂາຍເລື່ອງລາວຂອງນາງ ໃຫ້ແກ່ວາລະສານ ຊຸບຊິບສັງຄົມ. ນາງໄດ້ກ່າວ
ວ່າ ເຫດ ການທີ່ເກີດຂຶ້ນນີ້ ເຮັດໃຫ້ນາງມີຄວາມຢ້ານກົວມາເປັນເວລາຫຼາຍ
ປີ ແລະ ອັນນັ້ນ ນາງຄິດວ່າ ນາງໄດ້ເຮັດສິ່ງທີ່ຖືກຕ້ອງແລ້ວ ໃນເມື່ອນາງ
ໄດ້ຮັບ ເອົາເງິນ 130,000 ໂດລາ ຈາກທ່ານ ໄມເກີລ ໂຄເຮັນ ທະນາຍຄວາມ
ຂອງທ່ານທຣຳ ເພື່ອໃຫ້ມິດງຽບໄວ້.

ຫຼັງຈາກທີ່ໜັງສືພິມ The Wall Street Journal ໄດ້ລາຍງານກ່ຽວກັບການ
ຈ່າຍເງິນດັ່ງກ່າວນັ້ນ ນາງແດນນຽລສ໌ ໄດ້ບອກທ່ານ ຄູບເປີ ວ່າ ນາງໄດ້
ຕົວະ ວັນເວລາທີ່ນາງໄດ້ລົງນາມ ໃນຖະແຫລງການທີ່ປະຕິເສດຕໍ່ການມີ
ຄວາມສຳພັນຖານຊູ້ສາວ. ໃນເວລາທີ່ຖືກຖາມວ່າ ຍ້ອນເຫດຜົນຫຍັງ?
ນາງແດນນຽລສ໌ ໄດ້ຕອບວ່າ ນາງໄດ້ຖືກກົດດັນໃຫ້ເຮັດຈັ່ງຊັ້ນ. ນາງເວົ້າ
ວ່າ “ພວກເຂົາໄດ້ເຮັດໃຫ້ຄືກັບວ່າ ຂ້ອຍບໍ່ມີທາງເລືອກເລີຍ.” ໃນຂະນະ
ດຽວກັນ ບໍ່ປາກົດວ່າ ນາງຕົກຢູ່ໃນໄພອັນຕະລາຍຕໍ່ຮ່າງກາຍເລີຍ ໃນ
ເວລານັ້ນ ນາງໄດ້ກ່າວຕໍ່ອີກວ່າ ນາງໄດ້ເປັນຫ່ວງ ກ່ຽວກັບຜົນກະທົບອື່ນໆ
ທີ່ຈະຕິດຕາມມາ. “ປະໂຫຍກຄຳເວົ້າທີ່ໄດ້ໃຊ້ ກໍ່ຄື ພວກເຂົາສາມາດເຮັດ
ໃຫ້ຊີວິດຂອງເຈົ້າຄືກັບນະຮົກ ໃນຫຼາຍໆຮູບແບບ.”

ນາງໄດ້ກ່າວຕື່ມວ່າ ນາງບໍ່ຮູ້ຈັກວ່າ ຜູ້ໃດຈະສາມາດເຮັດໃຫ້ຊີວິດຂອງນາງ
ຄືກັບນະຮົກ ແຕ່ວ່າ ນາງເຊື່ອວ່າ “ມັນຈະຕ້ອງເປັນ ທ່ານ ໄມເກີລ ໂຄເຮັນ.”

ທ່ານ ໂຄເຮັນ ໄດ້ປະຕິເສດ ຕໍ່ຂໍ້ກ່າວຫາທຳການຂົ່ມຂູ່ຕໍ່ນາງແດນນຽລສ໌
ແລະ ບໍ່ຍິນຍອມໄປປາກົດໂຕ ໃນລາຍກາຍ 60 ນາທີ ຕາມການຮ້ອງຂໍ.

ເມື່ອຕອນແລງວັນອາທິດວານນີ້ ທະນາຍຄວາມຜູ້ທີີ່ເປັນໂຕແທນຂອງ
ທ່ານ ໂຄເຮັນ ໄດ້ອອກໜັງສືສະບັບນຶ່ງ ຮຽກຮ້ອງໃຫ້ຖອນຄືນຄຳເວົ້າ ແລະ
ໃຫ້ນາງ ແດນນຽລສ໌ຂໍອະໄພໂທດ ໂດຍກ່າວວ່າ ທ່ານໂຄເຮັນ “ບໍ່ມີສ່ວນ
ກ່ຽວຂ້ອງໃດໆ ເລີຍຢ່າງເດັດຂາດ”
ກັບບຸກຄົນໃດ ທີ່ທຳການຂົ່ມຂູ່ ນາງ
ແດນນຽລສ໌ ແລະ ວ່າ ທ່ານ “ບໍ່ເຊື່ອເລີຍວ່າ ບຸກຄົນຜູ້ນັ້ນ ຈະມີໂຕຕົນ.”

Trump Stormy Scandal
please wait
Embed

No media source currently available

0:00 0:01:50 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG