ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການພັດທະນາ ແລະ ຂະຫຍາຍການຜະລິດຂອງທຸລະກິດໝູຢໍ່ ໃນນະຄອນຫຼວງວຽງຈັນ


ຜະລິດຕະພັນຢໍ່ ຈາກໂຮງງານໝູຢໍ່ປ້າລີ.
ຜະລິດຕະພັນຢໍ່ ຈາກໂຮງງານໝູຢໍ່ປ້າລີ.

ການຂະຫຍາຍທຸລະກິດ ທີ່ຕໍ່ຍອດມາຈາກການຜະລິດຂະໜາດນ້ອຍຢູ່ພາຍໃນຄອບຄົວ ແລ້ວກາຍມາເປັນທຸລະກິດຂະໜາດໃຫຍ່ ທີ່ສົ່ງຂາຍໃນທົ່ວປະເທດດ້ວຍຄວາມບັງເອີນ ເລີ້ມຕົ້ນດໍາເນີນການມາແນວໃດນັ້ນ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການຂະຫຍາຍທຸລະກິດ ດ້ວຍການຜະລິດອາຫານທີ່ຜະລິດຂຶ້ນມາເພື່ອເປັນສ່ວນປະກອບ ແຕ່ປະສົບຜົນສໍາເລັດ ເນື່ອງຈາກເປັນທີ່ນິຍົມຂອງລູກຄ້າ, ໄດ້ເຮັດໃຫ້ກໍາລັງການຜະລິດເພີ້ມສູງຂຶ້ນ, ເຊິ່ງຜູ້ປະກອບການໄດ້ກ່າວໃຫ້ຟັງ ກ່ຽວກັບເຫດ ຜົນໃນການເປີດໂຮງງານນີ້ວ່າ:

“ສະພາບແວດລ້ອມທີ່ເຮົາເຮັດ ມັນກໍເລີ້ມຄັບແຄບແນ່, ພະນັກງານກະເລີ້ມເຮັດວຽກກະຮ້ອນ ຄົນຫຼາຍຂຶ້ນ ຮັບພະນັກງານຫຼາຍຂຶ້ນຫັ້ນນະ ກະເລີຍຮູ້ສຶກວ່າ ສະພາບແວດລ້ອມກະຄັບແຄບແນ່ ຄວາມຕ້ອງການຂອງລູກຄ້າກະຫຼາຍຂຶ້ນແນ່ ເຮົາຊິເຮັດຈັງໃດໃຫ້ພະນັກງານເຮັດວຽກໃຫ້ເຮົາແບບດີແນ່ ບໍ່ໃຫ້ຮ້ອນຫຼາຍ ບໍ່ໃຫ້ສະຖານທີ່ຄັບແຄບຫຼາຍຫັ້ນນະ ກະເລີຍຕັດສິນໃຈວ່າ ເຮັດໂຮງງານໃຫ້ມັນໄດ້ມາດຕະຖານເລີຍ ເພື່ອໃຫ້ລູກຄ້າເຮົາໝັ້ນໃຈວ່າ ເວລາຊື້ຂອງເຮົາວ່າ ຂອງເຮົາມັນຖືກຫຼັກອະນາໄມອີຫຼີ ໃຫ້ມັນໄດ້ ອ.ຍ ໄດ້ມາດຕະຖານຫັ້ນນະ.”

ຜະລິດຕະພັນ ຂອງໂຮງງານໝູຢໍ່ປ້າລີ ປະກອບມີໝູຢໍ່ຂະໜາດໃຫຍ່, ຂະໜາດກາງ, ຂະໜາດນ້ອຍ, ໄສ້ກອກໝູ ສົ້ມໝູ ແລະໝູຝອຍ.
ຜະລິດຕະພັນ ຂອງໂຮງງານໝູຢໍ່ປ້າລີ ປະກອບມີໝູຢໍ່ຂະໜາດໃຫຍ່, ຂະໜາດກາງ, ຂະໜາດນ້ອຍ, ໄສ້ກອກໝູ ສົ້ມໝູ ແລະໝູຝອຍ.

ນາງກິ່ງຈານ ໄຊຍະເສນ (ຈູ່ລີ້), ເຈົ້າຂອງທຸລະກິດ ໂຮງງານໝູຢໍ່ປ້າລີ ຕັ້ງຢູ່ບ້ານອຸດົມຜົນ, ເມືອງໄຊທານີ, ກໍາແພງນະຄອນຫຼວງວຽງຈັນ ກ່າວໃຫ້ຟັງວ່າ ເລີ້ມຕົ້ນທໍາອິດ ແມ່ນມາຈາກຄວາມຕ້ອງການຢໍ່ໝູ ມາເປັນສ່ວນປະກອບຂອງເຂົ້າຈີ່ປາເຕ່ທີ່ຄອບຄົວຂາຍຢູ່ ໃນປີ 2005, ເມື່ອເຫັນວ່າມີຄົນມັກໃນລົດຊາດ ແລະກໍຖືກກວ່າຕະຫຼາດ ຈຶ່ງໄດ້ຂະຫຍາຍການຜະລິດມາເລື້ອຍໆຈາກ 20 ກິໂລໃນແຕ່ລະມື້ ມາເປັນ 40 ກິໂລ, ໂດຍເພີ້ມຂຶ້ນເລື້ອຍໆມາເປັນ 400 ຫາ 700 ກິໂລຕາມລໍາດັບ.

ແນວໃດກໍຕາມ, ເນື່ອງຈາກຄວາມຕ້ອງການຂະຫຍາຍກວ້າງຂຶ້ນ ແລະເປັນທີ່ຮູ້ ຈັກຫຼາຍຂຶ້ນໃນຊ່ວງໂຄວິດ ຈຶ່ງເຮັດໃຫ້ປັດຈຸບັນນີ້ ໂຮງງານໝູຢໍ່ປ້າລີ ເປີດເປັນໂຮງງານທີ່ໃຫຍ່ຂຶ້ນກວ່າເກົ່າ ດ້ວຍການລົງທຶນຂັ້ນຕົ້ນ 300,000 ໂດລາ ເຊິ່ງປະກອບມີພະນັກງານຈໍານວນ 16 ຄົນ, ດ້ວຍເປົ້າໝາຍໃນການຜະລິດ 1 ໂຕນ ຫາ 1.5 ໂຕນຕໍ່ມື້. ໃນນີ້ຈະຈໍາໜ່າຍຢູ່ໜ້າຮ້ານ 3 ສາຂາແລະຈໍາໜ່າຍຕະຫຼາດຫຼັກພາຍໃນກໍາແພງນະຄອນຫຼວງວຽງຈັນ ແລະຕ່າງແຂວງ, ໂດຍລູກຄ້າຕ່າງແຂວງຈະມີທັງຢູ່ພາກເໜືອ ພາກກາງ ແລະພາກໃຕ້.

ກິ່ງຈານ ໄຊຍະເສນ (ຂວາ) ພ້ອມດ້ວຍສາມີ, ຖ່າຍຮູບຮ່ວມກັນ ໃນມື້ເປີດໂຮງງານໃໝ່ ຢູ່ທີ່ບ້ານອຸດົມຜົນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.
ກິ່ງຈານ ໄຊຍະເສນ (ຂວາ) ພ້ອມດ້ວຍສາມີ, ຖ່າຍຮູບຮ່ວມກັນ ໃນມື້ເປີດໂຮງງານໃໝ່ ຢູ່ທີ່ບ້ານອຸດົມຜົນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

ຜູ້ປະກອບບການກ່າວວ່າ ໝູຢໍ່ຂອງໂຮງງານປ້າລີ ເປັນໝູຢໍ່ທີ່ມີສູດແບບດັ້ງເດີມ, ດໍາເນີນການຜະລິດແບບດັ້ງເດີມ ດ້ວຍຝີມືແຮງງານຄົນໂດຍກົງປະມານ 90 ເປີເຊັນ ເຊິ່ງຈະໃຊ້ເຄື່ອງຈັກຂະໜາດໃຫຍ່ເປັນໂຕປັ່ນຊີ້ນເທົ່ານັ້ນ. ສະນັ້ນ, ໝູຢໍ່ປ້າລີ ຈະສາມາດຢູ່ໄດ້ພຽງ 3 ມື້ ຖ້າບໍ່ໃສ່ໃນຕູ້ເຢັນ.

ແນວໃດກໍຕາມ ເນື່ອງຈາກທາງໂຮງງານຍັງຢາກຂະຫຍາຍການຈໍາໜ່າຍ ຈຶ່ງມີແນວຄິດວ່າ ເຮັດແນວໃດຈຶ່ງສາມາດເກັບຜະລິດຕະພັນໄດ້ດົນ ໂດຍໃຫ້ມີລົດຊາດຄືເກົ່າ ເມື່ອເອົາອອກມາຈາກຕູ້ເຢັນ, ເຊິ່ງນາງໄດ້ກ່າວວ່າ:

“ກະຍັງພາກັນຄິດຢູ່ວ່າ ຈະພັດທະນາສູດແນວໃດ ເພາະວ່າມັນກະເປັນບັນຫາທີ່ວ່າ ຄືລູກຄ້າຢູ່ຕ່າງແຂວງຢາກໄດ້ຂາຍ ແຕ່ວ່າເພິ່ນເອົາໄປເພິ່ນຕ້ອງເກັບເຢັນ ເພິ່ນເອົາຂາຍຢູ່ໃນຕູ້ເຢັນ ເຊິ່ງວ່າໜ້າຮ້ານເຮົາຈະເນັ້ນຂາຍຢໍ່ຮ້ອນ ເພາະວ່າຄົນລາວເຮົາຈະມັກກິນຢໍ່ຮ້ອນ, ເວລາຝາກໄປພຸ້ນມັນກະຫຼີກລ້ຽງບໍ່ໄດ້ ມັນຕ້ອງໄດ້ເຂົ້າຕູ້ເຢັນ ມັນຕ້ອງໄດ້ກິນເຢັນ, ອັນນີ້ເຮົາກໍກໍາລັງຄິດວ່າ ຊິເຮັດຈັງໃດໃຫ້ອຸ່ນມາແລ້ວຢໍ່ມັນຍັງແຊບ ເຮົາກໍກໍາລັງຊິລອງເບິ່ງ ເຮົາກໍຕ້ອງໄດ້ທົດລອງ ພັດທະ ນາສູດແບບໃດ ເພາະວ່າອັນນີ້ເຮົາກໍາລັງປຶກສາກັບຜູ້ຊ່ຽວຊານດ້ານອາຫານ ເຂົ້າມາສອນເຂົ້າມາແນະນໍາ ເພື່ອຫຍັງ? ເພິ່ນຊື້ໄປກະ ໝັ້ນໃຈອີຫຼີວ່າ ຢໍ່ເຮົາມັນຈະບໍ່ເສຍ.”

ເຂົ້າຈີ່ປາເຕ້ ທີ່ໃຊ້ໝູຢໍ່ຂອງໂຮງງານປ້າລີເອງ.
ເຂົ້າຈີ່ປາເຕ້ ທີ່ໃຊ້ໝູຢໍ່ຂອງໂຮງງານປ້າລີເອງ.

ໂຮງງານໝູຢໍ່ປ້າລີ ຜະລິດສິນຄ້າອອກມາ 4 ຂະໜາດ, ເຊິ່ງໝູຢໍ່ຂະໜາດໃຫຍ່ ນໍ້າໜັກ 1 ກິໂລ ມີລາຄາ 80 ພັນ, ສ່ວນຂະໜາດ 600 ກຣາມ ມີລາຄາ 50 ພັນ, 0.5 ກິ​ໂລ ມີລາຄາ 40 ພັນ, ແລະ 150 ກຣາມ ມີລາຄາ 12 ພັນ.

ວັດຖຸດິບໃນການສະໜອງໂຮງງານ, ຈູ່ລີ້ ບອກວ່າ ຈະມີຜູ້ສົ່ງ 4 ເຈົ້າ ເພື່ອຮັບປະກັນຄວາມສ່ຽງ ກ່ຽວກັບວັດຖຸດິບ ທີ່ຈະສົ່ງໂຮງງານນັ້ນຂາດ.

ນອກຈາກຜະລິດຕະພັນໝູຢໍ່ແລ້ວ, ໂຮງງານ ຍັງມີຜະລິດຕະພັນໄສ້ກອກໝູ, ສົ້ມໝູ, ແລະໝູຝອຍ.

ຜະລິດຕະພັນຢໍ່ໜັງ ຈາກໂຮງງານໝູຢໍ່ປ້າລີ, ນະຄອນຫຼວງວຽງຈັນ.
ຜະລິດຕະພັນຢໍ່ໜັງ ຈາກໂຮງງານໝູຢໍ່ປ້າລີ, ນະຄອນຫຼວງວຽງຈັນ.

ເຖິງແມ່ນລາຄາສົ່ງ ແລະລາຄາຂາຍຍ່ອຍຈະມີຄວາມແຕກຕ່າງກັນ, ແຕ່ ຈູ່ລີ້ ກ່າວວ່າ ການຈໍາໜ່າຍລາຄາສົ່ງ ຈະມີລາຄາຫຼຸດລົງມາ 5,000 ຕໍ່ກິໂລ. ສ່ວນໝູຢໍ່ທີ່ມີຂະໜາດນ້ອຍ ຈະມີລາຄາສົ່ງຫຼຸດລົງມາ 2,000.

ປັດຈຸບັນ, ໂຮງງານໝູຢໍ່ປ້າລີມີເຄື່ອງໝາຍການຄ້າຂອງທາງໂຮງງານ ແລະກໍມີແຜນທີ່ຈະສົ່ງໄປຂາຍປະເທດເພື່ອນບ້ານໃກ້ຄຽງຄື ໄທ ແລະ ຫວຽດນາມອີກດ້ວຍ.

XS
SM
MD
LG