ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມທ່ານອາລ ຊາດເດີ້ ຊະນະ ການເລືອກຕັ້ງ ໃນອີຣັກ


ນັກສອນສາສະໜາອິສລາມ ນິກາຍຊີໄອທ໌ ທ່ານມັອກຕາດາ ອາລ ຊາດເດີ້ ພົບປະກັບທູດ ຂອງເທີກີ ຈໍແດັນ ຊາອຸດີ ອາຣາເບຍ ຊີເຣຍ ແລະຄູເວດ ທີ່ເມືອງນາຈາບ. (ວັນທີ 18 ພຶດສະພາ 2018)
ນັກສອນສາສະໜາອິສລາມ ນິກາຍຊີໄອທ໌ ທ່ານມັອກຕາດາ ອາລ ຊາດເດີ້ ພົບປະກັບທູດ ຂອງເທີກີ ຈໍແດັນ ຊາອຸດີ ອາຣາເບຍ ຊີເຣຍ ແລະຄູເວດ ທີ່ເມືອງນາຈາບ. (ວັນທີ 18 ພຶດສະພາ 2018)

ຄະນະກຳມາທິການເລືອກຕັ້ງຂອງອີຣັກກ່າວໃນວັນເສົາມື້ນີ້ວ່າ ກຸ່ມທີ່ນຳພາໂດຍນັກ
ສອນສາສະໜາ ມັອກຕາດາ ອາລ ຊາເດີ້ ທີ່ເຄີຍຕໍ່ສູ້ ກັບກຳລັງສະຫະລັດ ລະຫວ່າງ ສົງຄາມໃນອີຣັກນັ້ນ ໄດ້ຊະນະບ່ອນນັ່ງ ຫຼາຍກວ່າໝູ່ ໃນການເລືອກຕັ້ງ ສະພາແຫ່ງ
ຊາດຂອງອີຣັກ.

ກຸ່ມທີ່ມີຊື່ວ່າ ກ້າວໄປສູ່ການປະຕິຮູບຂອງທ່ານອາລ ຊາເດີ້ ທີ່ເປັນພັນທະມິດກັບພັກ
ຄອມມູນິສຂອງອີຣັກ ໄດ້ຊະນະທັງໝົດ 54 ບ່ອນນັ່ງ.

ກຸ່ມພັນທະມິດແຫ່ງຄວາມມີໄຊ ໄດ້ຮັບບ່ອນນັ່ງ ຫຼາຍເປັນອັນດັບ 2 ໂດຍຊະນະ 47
ບ່ອນນັ່ງ ໃນຂະນະທີ່ກຸ່ມພັນທະມິດແຫ່ງໄຊຊະນະ ທີ່ນຳພາໂດຍ ນາຍົກລັດຖະມົນ
ຕີໄຮເດີ້ ອາລ ອາບາດີ ໄດ້ຮັບບ່ອນນັ່ງຫຼາຍເປັນອັນດັບ 3 ຄືໄດ້ທັງໝົດ 42 ບ່ອນ.

ທ່ານອາລ ຊາເດີ້ ບໍ່ໄດ້ລົງສະໝັກແຂ່ງຂັນເອົາບ່ອນນັ່ງຢູ່ໃນສະພາແຫ່ງຊາດດັ່ງນັ້ນ
ຈຶ່ງບໍ່ສາມາດ ເປັນນາຍົກລັດຖະມົນຕີໄດ້ ແຕ່ໃນຖານະທີ່ເປັນຜູ້ນຳຂອງກຸ່ມພັນທະ
ມິດການເມືອງ ທ່ານຈຶ່ງຈະມີບົດບາດ ອັນສຳຄັນ ໃນການຕົກລົງ ແລະການຖົກຖຽງ
ຕ່າງໆທາງການເມືອງ ເພື່ອຈັດຕັ້ງລັດຖະບານຊຸດໃໝ່ຂອງອີຣັກ.

ຜົນການເລືອກຕັ້ງ ໃນວັນທີ 12 ພຶດສະພາ ຍັງບໍ່ທັນມີການປະກາດ ໃຫ້ຊາບເທື່ອ ຍ້ອນຍັງມີການພິຈາລະນາ ເບິ່ງຢູ່ວ່າ ລະບົບການປ່ອນບັດ ທາງອີເລັກໂຕຣນິກທີ່
ນຳໃຊ້ໃນການເລືອກຕັ້ງນັ້ນ ມີການຜິດພາດຫຼືບໍ່.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານຈິມ ແມັດຕິສ ໄດ້ກ່າວໃນຕົ້ນ
ອາທິດນີ້ວ່າ ສະຫະລັດແມ່ນໃຫ້ການສະໜັບສະໜູນຕໍ່ຜົນການເລືອກຕັ້ງຂອງອີຣັກ ທັງໆທີ່ທ່ານອາລ ຊາເດີ້ ໄດ້ຮັບໄຊຊະນະຢ່າງບໍ່ຄາດຝັນກໍຕາມ.

ທ່ານແມັດຕິສ ໄດ້ກ່າວຊົມເຊີຍການເຄື່ອນໄຫວໄປສູ່ປະຊາທິປະໄຕຂອງອີຣັກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG