ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີເດັກໄວລຸ້ນ 16 ລ້ານຄົນ ໃນໂລກ ຖືພາ ໃນແຕ່ລະປີ (ວີດິໂອ)


ທ່ານ Christopher Ramirez ໃນເມືອງ Albuquerque ລັດ New Mexico ຊ່ວຍກຸ່ມນັກຮຽນອາຍຸ 16 ຫາ 17 ປີ ທໍາການ ປຸກລະດົມ ເພື່ອຕໍ່ສູ້ກັບບັນຫາການຖືພາຂອງເດັກໄວລຸ້ນ.
ທ່ານ Christopher Ramirez ໃນເມືອງ Albuquerque ລັດ New Mexico ຊ່ວຍກຸ່ມນັກຮຽນອາຍຸ 16 ຫາ 17 ປີ ທໍາການ ປຸກລະດົມ ເພື່ອຕໍ່ສູ້ກັບບັນຫາການຖືພາຂອງເດັກໄວລຸ້ນ.
ໃນມື້ນີ້ ວັນທີ 11 ກໍລະກົດ ຊຶ່ງເປັນວັນແຫ່ງພົນລະ​ເມືອງໂລກ
ອົງການສະຫະປະຊາຊາດ ກໍາລັງເພັ່ງເລັງໃສ່ການຖືພາຂອງ
ເດັກໄວລຸ້ນ. ກອງທຶນວ່າດ້ວຍພົນ ລະເມືອງຂອງອົງການສະ
ຫະປະຊາຊາດ ບັນທຶກວ່າ ມີເດັກສາວປະມານ 16 ລ້ານຄົນ
ທີ່ມີອາຍຸຕໍ່າກວ່າ 18 ປີ ເກີດລູກໃນແຕ່ລະປີ. ແລະອີກ 3 ລ້ານ
2 ແສນຄົນ ຮີດລູກອອກແບບບໍ່ປອດໄພ. ໃນຂະນະທີ່ສ່ວນ
ໃຫຍ່ຂອງ ເດັກສາວ ເຫລົ່ານີ້ ດໍາລົງຊີວິດຢູ່ໃນບັນດາປະເທດ
ກໍາລັງພັດທະນາບັນຫາການຖືພາ ຂອງເດັກໄວລຸ້ນ ແມ່ນ
ເປັນບັນຫາລະດັບໂລກ.

ເດັກສາວອາເມຣິກັນ 750 ພັນຄົນ ທີ່ມີອາຍຸຕໍ່າກວ່າ 20 ປີ
ຊຶ່ງສ່ວນໃຫຍ່ ບໍ່ໄດ້ແຕ່ງງານຖືພາໃນແຕ່ລະປີ ຊຶ່ງໄດ້ເຮັດໃຫ້ສະຫະລັດ ກາຍເປັນນຶ່ງ
ໃນບັນດາປະເທດອຸດສະຫະກໍາຕາເວັນຕົກ ທີ່ມີອັດຕາເດັກໄວລຸ້ນຖືພາຫລາຍທີ່ສຸດ.
ຫລາຍກວ່າເຄິ່ງນຶ່ງຂອງເດັກທີ່ເກີດລູກມາ ແລະເປັນແມ່ໃນເວລາອາຍຸຍັງນ້ອຍຢູ່ ແມ່ນ ປະເຊີນກັບອະນາຄົດ ທີ່ຍາກລໍາບາກ ຊຶ່ງກໍຄື ການມີໂອກາດ ທີ່ຈະທຸກຈົນຫລາຍຂຶ້ນ, ອອກໂຮງຮຽນກ່ອນຮຽນຈົບ ແລະບໍ່ມີວຽກເຮັດງານທໍາ.

ນະຄອນນີວຢອກ ແມ່ນມີອັດຕາສູງເປັນພິເສດ ໂດຍມີເດັກໄວລຸ້ນປະມານ 20 ພັນຄົນ
ຖືພາໃນແຕ່ລະປີ. ແຕ່ຫລັງ​ຈາກປີ 1984 ເປັນຕົ້ນມາ ໂຄງການປ້ອງກັນການຖືພາ ທີ່ມີ
ຂຶ້ນຫລັງໂມງເລີກຮຽນ ຊຶ່ງດໍາເນີນງານໂດຍສະມາຄົມຊ່ວຍເຫລືອເດັກນ້ອຍ ໃນນະຄອນ
ນີວຢອກ ໄດ້ຮັບຜົນສໍາເລັດໃນການຫລຸດຈໍານວນຄົນຖືພາ ຂອງພວກທີ່ເຂົ້າຮ່ວມລົງເຄິ່ງ
ນຶ່ງ. ຄວາມພະຍາຍາມນີ້ເລີ້ມຕົ້ນດ້ວຍພວກເດັກນ້ອຍ​ທີ່​ມີ​ອາຍຸລະຫວ່າງ 10 ຫາ 11 ປີ.

ໂຄງການດັ່ງກ່າວ ມີລັກສະນະສໍາຄັນ 6 ອົງປະກອບດ້ວຍກັນ ຊຶ່ງກໍຄືການຝຶກກິລາ ແລະ
ການຝຶກອົບຮົມວຽກງານສິນລະປະ, ການເຮັດວຽກບໍ່ເຕັມເວລາ ແລະການດູແລກໍາກັບນໍາ
ບັນຊີທະນາຄານສ່ວນຕົວ ພ້ອມທັງການໃຫ້ຄໍາປຶກສາດ້ານການສຶກສາ ແລະການດູແລ
ເບິ່ງແຍງສຸຂະພາບ ແລະແຂ້ວ ຕະຫລອດຮອດໃຫ້ການສຶກສາດ້ານການມີເພດສໍາພັນ ນຳ​ດ້ວຍ.

ໂຄງການດັ່ງກ່າວ ທີ່ໄດ້ສ້າງຕັ້ງຂຶ້ນໂດຍທ່ານ Michael Carrera ປັດຈຸບັນ ມີນັກຮຽນ
ເຂົ້າປະກອບສ່ວນ ຫລາຍເຖິງ 4 ພັນຄົນແລ້ວ ຢູ່ໃນ 12 ລັດ. ທໍານຽບຂາວຂອງທ່ານ ໂອບາມາ ໄດ້ໃຫ້ກຽດແກ່ໂຄງການດັ່ງກ່າວ ໂດຍການມອບລາງວັນ “ຫົວຄິດໃໝ່ໃນ
ທາງສັງຄົມ”
ໃຫ້ ແລະໃນປີ 2010 ກໍໄດ້ສັ່ງໃຫ້ລັດຖະບານກາງ ​ໃຫ້​ເງິນ​ສະໜັບ​ສະ​ໜຸນ ການສຶກສາດ້ານການຮ່ວມເພດ ​ໃນໂຄງການທີ່ພິສູດໃຫ້ເຫັນວ່າ ໄດ້ຫລຸດການຖືພາ ຂອງເດັກໄວລຸ້ນລົງ ຢ່າງມີປະສິດທິຜົນເທົ່ານັ້ນ ເຊັ່ນໂຄງການຂອງທ່ານ Carrera ນີ້.

ເບິ່ງວີດິໂອກ່ຽວກັບ ໂຄງການຂອງທ່ານ Carrera:

A Model New York Program to Keep Young Lives On Track
please wait

No media source currently available

0:00 0:02:56 0:00
ລິງໂດຍກົງ
XS
SM
MD
LG