ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂປບ Francis ເລີ້ມຢ້ຽມຢາມ ຕາມໝາຍກຳນົດ ຄືນອີກ ທີ່ບຣາຊິລ (ວີດີໂອ/ສະໄລດ໌)


ພະ​ສັນຕະປະປາ Francis ​ເລີ້ມ​ການຢ້ຽມຢາມ ຕາມໝາຍ​ກຳນົດ​ການຄືນອີກ ຢູ່​ປະ​ເທດບຣາຊີລ ​ໃນ​ວັນ​ພຸດມື້​ນີ້
ພະ​ສັນຕະປະປາ Francis ​ເລີ້ມ​ການຢ້ຽມຢາມ ຕາມໝາຍ​ກຳນົດ​ການຄືນອີກ ຢູ່​ປະ​ເທດບຣາຊີລ ​ໃນ​ວັນ​ພຸດມື້​ນີ້
ພະ​ສັນຕະປະປາ Francis ​ເລີ້ມ​ໝາຍ​ກຳນົດ​ການ​ທີ່​ໜ້າ​ຕື່ນ​
ເຕັ້ນຕ່າງໆຄືນອີກ ຢູ່​ປະ​ເທດບຣາຊີລ ​ໃນ​ວັນ​ພຸດ​ມື້​ນີ້ ​ດ້ວຍ
​ການ​ໄປຢ້ຽມຢາມ ພະ​ວິຫານແຫ່ງ​ນຶ່ງ ​ໃນລັດ Sao Paulo
ເພື່ອ​ສະແດງຄວາມ​ເຄົາລົບຕໍ່ນັກບຸນ​ທີ່​ໃຫ້​ຄວາມ​ອຸບປະຖຳ​
ຄໍ້າຊູປະ​ເທດດັ່ງກ່າວ.

ຕໍາຫລວດ​ເກືອບ 2000 ພັນ​ຄົນ​ຕຽ​ມພ້ອມ​ທີ່​ຈະ​ໃຫ້ປົກ​ປ້ອງ​
ຄຸ້ມ​ຄອງ​ຄວາ​ມປອດ​ໄພ​ແກ່ພະ​ສັນ​ຕະປະປາ ​ໃນ​ຂະນະ​ທີ່
ພະອົງ ສູດ​ມົນພາ​ວະ​ນາ​ຢູ່​ທີ່​ພະ​ວິຫານນັກ ບຸນ Virgin of
Aparecida ຮ່ວ​ມກັບ​ຝູງ​ຊົນ ທີ່​ເຫລື້ອມ​ໄສ​ໃນ​ສາສະໜາ
ປະ ມານ 200,000 ຄົນ.



​ໃນ​ຂະນະ​ທີ່ພະ​ສັນຕະປະປາ ຊົງ​ທຳ​ການພັກຜ່ອນ​ໃນ​ວັນ​ອັງຄານ​ວານ​ນີ້ ​ກໍໄດ້​ມີ​ການ​ກ່າວ​
ຫາ​ກັນ​ຢ່າງ​ກວ້າງຂວາງ ຢູ່​ໃນ​ສື່​ມວນ​ຊົນຂອງບຣາຊິ​ລ ກ່ຽວ​ກັບ​ຄວາມ​ຜິດພາດໃນການ​ຮັກ
ສາ​ຄວາມ​ປອດ​ໄພ ທີ່​ເຮັດ​ໃຫ້ພະ​ສັນຕະປະປາທີ່​ມີ​ພະ​ຊົນອາ ຍຸ 76 ປີ ຖືກຝູງ​ຊົນ​ຜູ້​ປາດ​
ຖະໜາ​ດີພາກັນເຂົ້າມາ​ຫຸ້ມຫໍ່​ຢ່າງ​ໃກ້ຊິດ​ພະ​ອົງໂພດ ​ໃນ​ວັນ​ຈັນຜ່ານ​ມາ ​ເວລາ​ພະ​ອົງຊົງ​ສະ
​ເດັດ​ໄປ​ເຖິງນ​ະຄອນ Rio de Janerio.

ບັນດາ​ນັກວິ​ເຄາະ​ ຮັບ​ຮູ້​ວ່າ​ມີ​ການ​ຜິດພາດໃນ​ການ​ຮັກສາຄວາມ​ປອດ​ໄພ ຢ່າງ​ຮ້າຍ​ແຮງ ​
ແຕ່ເຂົາ​ເຈົ້າກ່າວວ່າ ຄວາມ​ປາດ​ຖະໜາຂອງພະ​ສັນຕະປະປາທີ່​ຢາກ ຢູ່​ໃກ້ຊິດ​ປະ​ປົນ​ຮ່ວມ​
ກັບ​ຝູງ​ຊົນ​ນັ້ນເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການໃຫ້ການ​ປົກ​ປ້ອງ​ຄຸ້ມ​ຄອງໄດ້ຢ່າງ​ເຕັມທີ່.
ຕະຫລອດ​ເຫດການພະ​ສັນຕະປະປາ​ເອງ​ກໍ​ຊົງ​ປະ ກົດ​ວ່າ​ຕື່ນ​ເຕັ້ນ ​ແລະໄດ້​ເປີດແກ້ວ​ລົດ​
ເພື່ອທັກ​ທາຍ​ກັບຝູງ​ຊົນ​ທີ່​ແລ່ນໄປ​ຫ້ອມ ລ້ອມ​ຂະ​ບວນ​ລົດແຫ່.

ການ​ສະ​ເດັດ​ປະພາດນະຄອນ Rio ​ແລະ​ການສະ​ເດັດກັບ​ຄືນໄປ​ຢ້ຽມຢາມ​ບ້ານເກີດຂອງ
ພະ​ສັນຕະປະປາ Francis ນັ້ນ​ ໄດ້​ມີ​ການວາງ​ແຜນໄວ້ເພື່ອ​ໃຫ້ມີຂຶ້ນ ພ້ອມໆ​ກັນ​ກັບ​ການ
​ສະຫລອງ ວັນ​ຊາວ​ໜຸ່ມ​ນາໆ​ຊາດ​ຂອງ​ໂລກ ໃນວັນ​ພະຫັດ​ມື້ອື່ນນີ້.

Pope
please wait
Embed

No media source currently available

0:00 0:02:34 0:00
XS
SM
MD
LG