ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພະ​ສັນຕະປາປາ Francis ສິ້ນສຸດ ການຢ້ຽມຢາມ 3 ປະເທດ ໃນທະວີບອາເມຣິກາໃຕ້


ພະ​ສັນຕະປາປາ Francis ຊົງໂບກມື ອຳລາ ຫຼັງຈາກ ຂຶ້ນເຮືອບິນ ທີ່ຈະນຳພະອົງກັບຄືນ ໄປຍັງ ນະຄອນຫຼວງ Rome, ຢູ່ເມືອງ Asuncion, ປະເທດ ປາຣາໄກວ, ວັນທີ 12 ກໍລະກົດ 2015.
ພະ​ສັນຕະປາປາ Francis ຊົງໂບກມື ອຳລາ ຫຼັງຈາກ ຂຶ້ນເຮືອບິນ ທີ່ຈະນຳພະອົງກັບຄືນ ໄປຍັງ ນະຄອນຫຼວງ Rome, ຢູ່ເມືອງ Asuncion, ປະເທດ ປາຣາໄກວ, ວັນທີ 12 ກໍລະກົດ 2015.

ພະ​ສັນຕະປາປາ Francis ຊົງ​ບິນ​ກັບ​ຄືນ​ສູ່ພູມລຳ​ເນົາ ​ທີ່​ກຸງ
Rome ຈາກ ປະ​ເທດ Paraguay ​ໃນ​ວັນ​ອາທິດ​ວານ​ນີ້ ຖື​
ເປັນການ​ສິ້ນ​ສຸດ ຢ້ຽມຢາມ 3 ປະ​ເທດ ​ໃນ​ທະວີບອາ​ເມຣິກາ
​ໃ​ຕ້ ​ເປັນ​ເວລາ ໜຶ່ງ​ອາ​ທິດ.

ພະ​ອົງ​ເປັນ​ພະ​ສັນຕະປາປາ ຈາກ​ອາ​ເມຣິກາ​ໃຕ້​ອົງ​ທຳ​ອິດ
ທີ່​ໄດ້ເນັ້ນໜັກ​ເຖິງ​ບົດບາດ​ຂອງ​ພະ​ອົງ ​ໃນ​ຖານະເປັນ​ໂຄສົກ
​ໃຫ້​ແກ່​ພວກ​ທີ່​ດ້ອຍ​ໂອກາດ​ໃນ​ທົ່ວ​ໂລກ ດ້ວຍ​ການ​ຢ້ຽມຢາມ
​ເຂດ​ຊຸມ​ຊົນ​ທຸກ​ຍາກ ທີ່​ມັກ​ຈະ​ປະສົບ​ກັບ​ໄພ​ນ້ຳຖ້ວມ.

ພະສັນຕະປາປາ Francis ໄດ້ຮັບການຕ້ອນຮັບ ໂດຍບັນດາຜູ້ສັດທາ ເຄົາລົບນັບຖື ໃນລະຫວ່າງ ການປະພາດຢ້ຽມຢາມ ໝູ່ບ້ານ Banado Norte ໃນເມືອງ Asuncion ປະເທດ Paraguay, ວັນທີ 12 ກໍລະກົດ 2015.
ພະສັນຕະປາປາ Francis ໄດ້ຮັບການຕ້ອນຮັບ ໂດຍບັນດາຜູ້ສັດທາ ເຄົາລົບນັບຖື ໃນລະຫວ່າງ ການປະພາດຢ້ຽມຢາມ ໝູ່ບ້ານ Banado Norte ໃນເມືອງ Asuncion ປະເທດ Paraguay, ວັນທີ 12 ກໍລະກົດ 2015.

ປະຊາຊົນຫຼາຍ​ແສນ​ຄົນ ​ໄດ້​ພາກັນ​ໄປ​ເຕົ້າ​ໂຮມ​ກັນ ຢູ່​ເດີ່ນ
ດິນ​ຕົມທີ່​ເອີ້ນ​ວ່າ Nu Gauzu ໃນ​ຖານ​ທັບ​ທະຫານ​ແຫ່ງ​ໜຶ່ງ.
ປະທານາທິບໍດີ ປາຣາ​ໄກວ ທ່ານ Horacio Cartes ​ແລະ
ປະທານາທິບໍດີ ອ​າເຈັນ​ຕີິນາ ທ່ານ​ນາງ Cristina Fernandez
ກໍ​ລວມຢູ່​ໃນ​ຝຸງ​ຊົນ ​ຜູ້​ທີ່ນັບຖື ບູຊາ ພະ​ສັນ​ຕະປາປາ.

​ແທ່ນ​ບູຊາພິ​ເສດ ​ທີ່​ເຮັດດ້ວຍ​ໝາກສາລີ ຈຳນວນ 40,000 ມານ ໝາກພ້າວ ຈຳນວນ 200,000 ໜ່ວຍ ​ແລະ ໝາກບວບ ຈຳນວນ 1,000 ໜ່ວຍ ​ໄດ້​ຖືກ​ນຳ​ມາ​ກໍ່​ກອງ​ກັນ​ຂຶ້ນ ສຳ​ຫລັບ​ພິທີ​ທາງ​ສາສະໜາ ​ເພື່ອ​ເປັນ​ກຽດ​ແດ່​ ຊາວພື້ນ​ເມືອງ Guarani ຂອງ​ປາຣາ​ໄກວ ​ແລະ ​ເພື່ອ​ສະ​ແດງ​ເຖິງ​ຄວາມເຄົາລົບ​ນັບຖື ຕໍ່​ຜືນ​ໂລກ ​ໃນ​ຂະນະ​ທີ່ ພະ​ສັນຕະປາປາ Francis ຊົງສືບ​ຕໍ່​ຮຽກຮ້ອງ​ໃຫ້​ປະຕິ​ຮູບ ສະພາບ​ແວດ​ລ້ອມ​ໃຫ້​ດີ​ຂຶ້ນ​ໃນ​ທົ່ວ​ໂລກ.

Pope Francis Ends Visit
please wait

No media source currently available

0:00 0:02:43 0:00

XS
SM
MD
LG