ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະສັນຕະປາປາ Francis ໄດ້ຊົງນຳເອົາ ຊາວອົບພະຍົບຊີເຣຍ 12 ຄົນ ກັບຄືນໄປ Rome ນຳ


Greece Pope
please wait
Embed

No media source currently available

0:00 0:01:16 0:00

ພະສັນຕະປາປາ Francis ໄດ້ຊົງນຳເອົາຊາວອົບພະຍົບຊີເຣຍ 12 ຄົນ ກັບຄືນສູ່ ນະຄອນ Rome ນຳ ຫຼັງຈາກທີ່ໄດ້ຊົງປະພາດ ໄປຍັງເກາະ Lesbos ຂອງກຣິສແລ້ວ.

The Holy See ໄດ້ຢັ້ງຢືນ ໃນວັນເສົາວານນີ້ ວ່າ ຄອບຄົວມຸສລິມ 3 ຄອບຄົວ ປະກອບ ດ້ວຍ ເດັກນ້ອຍ 6 ຄົນ ຈະອາໄສຢູ່ໃນວັງ Vatican. ພະສັນຕະປາປາ Francis ຢາກຊົງ “ສະແດງອອກໃຫ້ເຫັນເຖິງທ່າທີທີ່ຍິນດີຕ້ອນຮັບ” ຊາວອົບພະຍົບ ອີງຕາມຖະແຫລງ ການ ຂອງວັງດັ່ງກ່າວ.

3 ຄອບຄົວທີ່ວ່ານັ້ນ ໄດ້ໜີອອກມາຈາກເມືອງຕ່າງໆ ຂອງຊີເຣຍ. ພວກເຂົາເຈົ້າທັງໝົດ ໄດ້ສູນເສຍເຮືອນຊານຂອງພວກເຂົາ ຍ້ອນການຖິ້ມລະເບີດ. ພະສັນຕະປາປາ Francis ຊົງກ່າວວ່າ ການຕັດສິນໃຈຂອງພະອົງ ທີ່ໄດ້ນຳເອົາພວກອົບພະຍົບ ກັບຄືນໄປຍັງ Rome ດ້ວຍນັ້ນ ແມ່ນ “ເພື່ອມະນຸດສະທຳ ເທົ່ານັ້ນ” ແລະ ບໍ່ແມ່ນການກະທຳດ້ານ ການເມືອງ. ແຕ່ຫາກວ່າ ມັນມີຂຶ້ນ ໃນຂະນະທີ່ຄວາມຮູ້ສຶກ ໃນຢູ່ໂຣບ ທີ່ປາກົດວ່າ ມີ ຄວາມແຂງກະດ້າງ ກ່ຽວກັບການຮັບເອົາຊາວອົບພະຍົບຕື່ມອີກ.

ກ່ອນຈະເດີນທາງອອກຈາກເກາະ Lesbos ພະສັນຕະປາປາ Francis ຮ່ວມດ້ວຍພະສັງ ຄະລາດທົ່ວໂລກ Bartholomew ແລະ ຫົວໜ້າເຈົ້າຄະນະ ຂອງເອເທັນ Ieronymos ທີ 2 ໄດ້ລົງນາມໃນຄຳປະກາດ ຮຽກຮ້ອງໃຫ້ປະຊາຄົມນານາຊາດ ຍົກເອົາການປົກປ້ອງ ຊີວິດ ຂອງພວກຍົກຍ້າຍຖິ່ນຖານ ເປັນບັນຫາບຸລິມະສິດ ແລະ ສະໜອງບ່ອນຂໍລີ້ໄພ ຊົ່ວຄາວ ໃຫ້ແກ່ພວກທີ່ມີຄວາມຈຳເປັນ.

ບັນດານັກສອນສາສະໜາທັງ 3 ຊົງໄດ້ນຳພາ ພິທີໄວ້ອາໄລ ຢືນ ງຽບສະຫງົບເປັນເວລາ ໜຶ່ງນາທີ ຢູ່ຕໍ່ໜ້າປະຊາຊົນຫຼາຍຮ້ອຍຄົນ ຢູ່ທີ່ທ່າເຮື່ອ Mytilene ຂອງເກາະ Lesbos ກ່ອນທີ່ຈະໂຍນພວງມາລາ ລົງສູ່ທະເລ ເພື່ອເປັນການລະນຶກເຖິງ ພວກຄົນຜູ້ທີ່ໄດ້ສູນ ເສຍຊີວິດໄປ ໃນຂະນະທີ່ ພະຍາຍາມເດີນທາງ ໄປເຖິງທະວີບຢູໂຣບ.

ໃນຕອນເຊົ້າມື້ວັນເສົາວານນີ້ ພະສັນຕະປາປາ Francis ໄດ້ຊົງປະພາດ ສູນຄວບຄຸມ Moria ຢູ່ໃນເກາະ Lesbos.

ພວກຜູ້ໃຫຍ່ ແລະ ພວກເດັກນ້ອຍ ພາກັນຮ້ອງໃຫ້ ຢູ່ທີ່ສະຖານທີ່ອ້ອມໂດຍຮົ້ວ ໃນເກາະ Aegean ໂດຍຮ້ອງຂໍຄວາມຊ່ອຍເຫຼືອ ຫຼັງຈາກ ທີ່ໄດ້ອອກເດີນທາງເພື່ອໄປຍັງທະວີບ ຢູໂຣບ ຊຶ່ງໄດ້ຖືກຕັດໂອກາດ ໂດຍການຕັດສິນໃຈ ປິດເສັ້ນທາງທີ່ນຳໃຊ້ ໂດຍພວກຄົນ ທີ່ຫລົບໜີເຂດມີບັນຫາຂັດແຍ້ງ ນັບຕັ້ງແຕ່ຕົ້ນປີ 2015 ເປັນຕົ້ນມາ ຂອງສະຫະພາບ ຢູໂຣບ.

Pope Brings Home Refugee Families From Greek Island
please wait

No media source currently available

0:00 0:01:03 0:00

ອ່ານຂ່າວ ເລື່ອງນີ້ ເປັນພາສາອັງກິດ

XS
SM
MD
LG