ພະສັນຕະປາປາ Francis ຊົງຮຽກຮ້ອງຕໍ່ພວກຜູ້ນຳຟີລິບປິນ
ໃຫ້ປະຕິເສດ ການສໍ້ລາດບັງຫລວງ ທີ່ໄດ້ເປັນໄພພິບັດ ຕໍ່ປະເທດ
ເກາະດອນນີ້ ມາຫຼາຍທົດສະວັດແລ້ວ ແລະ ໃຫ້ທຳງານເພື່ອຍຸດຕິ
ຄວາມທຸກຍາກ ແລະ ຄວາມບໍ່ຍຸດຕິທຳຕ່າງໆໃນສັງຄົມ ທີ່ໄດ້ມີ
ຜົນກະທົບຕໍ່ພົນລະເມືອງຂອງຕົນ ໃນອັນທີ່ພະອົງຊົງເອີ້ນວ່າ
ເປັນເລື້ອງທີ່ “ໜ້າອັບອາຍ” ນັ້ນ.
ພະອົງຊົງໃຫ້ຄຳເຫັນດັ່ງກ່າວໃນວັນສຸກມື້ນີ້ ໃນລະຫວ່າງ ໃຫ້ຄຳ
ໂອວາດ ຕໍ່ປະທານາທິບໍດີ Benigno Aquino ແລະ ບັນດາເຈົ້າ
ໜ້າທີ່ຄົນອື່ນໆ ໃນມື້ທຳອິດ ຂອງການສະເດັດປະພາດ ເປັນເວລາ
5 ມື້ ໃນປະເທດທີ່ມີຊາວກາໂທລິກຫຼາຍທີ່ສຸດຂອງເອເຊຍພຽງປະເທດດຽວ. ພະອົງຊົງຍົກເອົາເລື້ອງດັ່ງກ່າວຂຶ້ນມາເວົ້າອີກຄັ້ງໜຶ່ງ ໃນຂະນະທີ່ ປະກອບພິທີຖວາຍມະຫາບູຊາ ຢູ່ທີ່ພະວິຫານໃຫຍ່ແບບສະໄໝອານານິຄົມ ໃນນະຄອນຫລວງມານີລາ.
ພະອົງຊົງກ່າວວ່າ “ໃຫ້ຮັບຮູ້ເຖິງບັນດາຜູ້ທີ່ ມີຊີວິດການເປັນຢູ່ ໃນສັງຄົມທີ່ລຳບາກ
ຍ້ອນຄວາມທຸກຈົນ ແລະ ມີການສໍ້ໂກງ ຊຶ່ງໄດ້ທຳລາຍຄວາມຫວັງ ທີ່ເຮັດໃຫ້
ພວກເຂົາຢາກຍອມຈຳນົນ ຈົນອອກຈາກໂຮງຮຽນ ແລະ ໃນທີ່ສຸດອາໄສຢູ່ຕາມ
ທ້ອງຖະໜົນຕ່າງໆ. ການປະກາດ ຄຳສັ່ງສອນຂອງສາສະໜາ Christian ທີ່ເຕັມ
ໄປດ້ວຍຄວາມງາມ ແລະ ຄວາມແທ້ຈິງ ໃນສັງຄົມນັ້ນ ຊຶ່ງເຕັມໄປດ້ວຍການລໍ້ລວງ ທີ່ຖືກນຳສະເໜີ ໃຫ້ເຂົ້າໃຈຜິດ ໂດຍເລື້ອງຂອງເພດ ການແຕ່ງງານ ແລະ ຄອບຄົວ.”
ພະສັນຕະປາປາ ຊົງສະເດັດໄປເຖິງ ທຳນຽບ Malacanang ຂອງປະທານາທິບໍດີ ໃນ
ວັນພະຫັດວານນີ້ ຢູ່ໃນພິທີຕ້ອນຮັບ ພະອົງຢ່າງເປັນທາງການ ທີ່ນຳໂດຍປະທານາທິບໍດີ
Aquino. ພະສັນຕະປາປາ Francis ຊົງກ່າວຕໍ່ພວກທີ່ໄປຕ້ອນຮັບພະອົງ ຢູ່ແຫ່ງນັ້ນວ່າ
ການສະເດັດປະພາດຂອງພະອົງນັ້ນ ແມ່ນເປັນການສະແດງອອກເຖິງ ຄວາມໃກ້ຊິດ
ຂອງພະອົງ ກັບບັນດາຜູ້ທີ່ໄດ້ປະສົບກັບຄວາມທຸກທໍລະມານ ຜູ້ທີ່ສູນເສຍ ແລະ ໄດ້ຮັບ
ຄວາມເສຍຫາຍ ຍ້ອນໄຕ້ຝຸ່ນ Yokand ນັ້ນ.
ພະສັນຕະປາປາ Francis ຈະສະເດັດໄປຍັງແຂວງ Leyte ຢູ່ພາກກາງຂອງປະເທດ
ເພື່ອພົບກັບ ບັນດາຜູ້ທີ່ລອດຊີວິດມາໄດ້ ຈາກໄຕ້ຝຸ່ນ ທີ່ໄດ້ສ້າງຄວາມເສຍຫາຍ ໃນ
ເດືອນພະຈິກປີ 2013 ຜ່ານມາ.
ຈຸດພິເສດຂອງການຢ້ຽມຢາມໃນຄັ້ງນີ້ ກໍຈະແມ່ນພິທີຖວາຍມະຫາບູຊາກາງແຈ້ງຂະໜາດ
ໃຫຍ່ ໃນວັນອາທິດ ທີ່ຈະມາເຖິງນີ້ ທີ່ນະຄອນຫຼວງ ມະນີລາ ບ່ອນທີ່ຄາດວ່າ ຈະມີຜູ້ຄົນ
ເຂົ້າຮ່ວມເຖິງ 6 ລ້ານຄົນ.