ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ກັນຍາ ໒໐໒໓

ພະ​ສັນ​ຕະປາ​ປາ ຊົງຮຽກຮ້ອງ ໃຫ້ມີ ຄວາມ​ຍຸຕິ​ທຳ ແລະ​ຄວາມສາມັກຄີ ໃນສຣີລັງກາ


Pope Francis is greeted as he arrives at the Colombo airport, January 13, 2015.

ພະ​ສັນ​ຕະປາ​ປາ Francis ​ໄດ້​ເນັ້ນ​ເຖິງ​ຄວາມ​ຈຳ​ເປັນ​ຂອງ
​ການ​ໃຫ້ ຄວາມ​ຍຸຕິ​ທຳ, ການ ຮຳບາດແຜແລະຄວາມສາ
ມັກຄີ
​ໃນສຣີລັງກາ ບ່ອນ​ທີ່​ພະອົງໄດ້ສະເດັດ​ໄປ​ເຖິງ​ໃນ​
ວັນ​ອັງ ຄານ​ມື້ນີ້ ​ເພື່ອ​ທຳ​ການ​ຢ້ຽມຢາມເອ​ເຊຍ ​ເປັນ​ເວລາ​
ນຶ່ງ​ອາທິດ​ນັ້ນ.

ພະ​ສັນ​ຕະປາປາ​ຊົງ​ກ່າວ​ທີ່​ສະໜາມ​ບິນ​ນາໆ​ຊາດ ໃນນະຄອນ
Colombo ວ່າ ສຣີລັງກາ ຈຳເປັນ​ທີ່​ຈະ​ຊອກຄົ້ນຫາ​ຄວາມ​ຈິງ
ໃນ​ສິ່ງ​ທີ່ໄດ້​ເກີດ​ຂຶ້ນ​ລະຫວ່າງສົງຄາມ​ກາງ​ເມືອງ ທີ່​ຍືດ​ເຍື້ອ
ຍາວ​ນານ​ຂອງ​ຕົນ​ນັ້ນ ​ແລະ​ການບູລະນະສ້າງສານັ້ນ​ຕ້ອງ
​ຮວມທັງ ການ​ນັບຖື​ສິດທິ​ມະນຸດ ​ແລ​ະ “ການປະກອບສ່ວນ
ໂດຍເຕັມໂດຍທຸກໆສະມາຊິກ​ຂອງ​ສັງຄົມ.”

ການ​ໄປ​ຢ້ຽມຢາມ​ເອ​ເຊຍ​ຂອງພະ​ສັນ​ຕະປາ​ປາ​ Francis ຄັ້ງ​ນີ້ ​ແມ່ນ​ການ​ຢ້ຽມຢາມ​ຄັ້ງ​ທີ 2 ​ຂອງຂົງ​ເຂດ ນັ້ບຕັ້ງ​ແຕ່​ພະອົງ​ຂຶ້ນ​ເປັນພະ​ສັນ​ຕະປາ​ປາ ​ແລະ​ນັ້ນ​ແມ່ນ​ພາກສ່ວນ​ນຶ່ງ​ຂອງການ​ຍື່ນ​ມື​ອອກ​ໄປ​ຫາ​ໃນ​ບັນດາປະ​ເທດ​ທີ່ກຳລັງພັດທະນາ.

​ໃນ​ຂະນະ​ທີ່​ຊົງທຳການ​ຢ້ຽມຢາມສຣີລັງການັ້ນ ພະ​ສັນ​ຕະປາ​ປາ Francis ຈະທຳ​ພະ​ທີ
​ປະກາດໃຫ້ທ່ານ Joshep Vaz ເປັນນັກບຸນອົງທຳອິດຂອງສຣີລັງກາ​. ທ່ານ Vaz ​ແມ່ນ​ນັກ ສອນ​ສາສະໜາ​ໃນ​ສະໄໝສັ​ດຕະວັດ​ທີ 17 ​ທີ່ໄດ້ຮື້ຟືນການນັບຖື​ສາສະໜາ​ຄາ​ໂຕຣິກ ຂອງ
ຊ່ວງ​ທີ່​ມີ​ການ​ປະ​ຫັດ​ປະຫານໂດຍ​ພວກໂຮນລັງທີ່ນັບຖືສາສະໜາໂປຣແຕັສຕັງ Calvinists.

​ໃນ​ວັນ​ພະຫັດ​ທີ່​ຈະ​ມາ​ເຖິງ​ນີ້ ພະ​ສັນ​ຕະປາ​ປາ ຈະ​ສະເດັດໄປ​ຍັງ​ຟິລິບ​ປີນ ຊຶ່ງ​ເປັນປະ​ເທດ ດຽວ ​ທີ່ຄົນສ່ວນຫລາຍນັບຖື​ສາສະໜາຄາ​ໂຕຣິກ ​ໃນ​ເອ​ເຊຍ. ຜູ້​ຄົນ​ຈຳນວນ​ຫຼາຍ​ລ້ານ​ຄົນ ຄາດ​ວ່າ​ຈະເຂົ້າ​ຮ່ວມ​ພິທີ​ຖວາຍມະຫາບູຊາກາງແຈ້ງ ທີ່​ນຳພາ​ໂດຍພະ​ສັນ​ຕະປາປາ Francis.

Pope Asia VOSOT
please wait
Embed

No media source currently available

0:00 0:01:48 0:00

XS
SM
MD
LG