ໃນອັນທີ່ປາກົດວ່າ ເປັນຄວາມລົ້ມເຫຼວໃນດ້ານການທູດຂອງໂຊລ ເພື່ອຫລຸດຜ່ອນ
ຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ ແລະເພື່ອກະຕຸ້ນໃຫ້ເກົາຫຼີເໜືອ ມາຮັບເອົາການເປີດ
ກວ້າງ ອີງຕາມການກ່າວຂອງວັງວາຕີກັນ ໃນວັນສຸກວານນີ້ ທີ່ວ່າ ອາດເປັນໄປບໍ່
ໄດ້ ທີ່ພະສັນຕະປາປາ ແຟຣນຊິສ ຈະເດີນທາງໄປຢ້ຽມຢາມເກົາຫຼີເໜືອ ໃນປີໜ້ານີ້.
ຄວາມເປັນໄປໄດ້ຂອງການຢ້ຽມຢາມທີ່ເປັນນິມິດໝາຍນີ້ ໄດ້ຖືກຍົກຂຶ້ນມາ ໃນ
ເມື່ອ ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ-ອິນ ໃນລະຫວ່າງ ການພົບປະແບບ
ສ່ວນໂຕ ກັບພະສັນຕະປະປາ ໃນເດືອນຕຸລາຜ່ານມາ ນັ້ນ ຊຶ່ງທ່ານໄດ້ນຳເອົາ
ຄວາມປາດຖະໜາຂອງ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຢາກໃຫ້ພະສັນຕະປາ
ປາ ຢ້ຽມຢາມປະເທດທີ່ຢູ່ໂດດດ່ຽວນີ້. ວັງວາຕີກັນ ໄດ້ຕອບໄປໃນທາງທີ່ສ້າງສັນ
ໂດຍກ່າວວ່າ ການເຊື້ອເຊີນຢ່າງເປັນທາງການ ຈາກເກົາຫຼີເໜືອນັ້ນ ແມ່ນຈຳເປັນ
ຕ້ອງມີ.ໂດຍຄຳນຶງເຖິງຄວາມຈຳເປັນທີ່ຈະຕ້ອງໄດ້ກະກຽມ ແລະ ກຳນົດແຜນການ
ຂອງພະສັນຕະປາປາທີ່ເຕັມ ນັ້ນ ເຖິງຢ່າງໃດກໍຕາມ ການເດີນທາງໄປຢ້ຽມຢາມນັ້ນ ອາດເປັນໄປບໍ່ໄດ້ ໃນປີໜ້າຈະມາເຖິງນີ້ ອີງຕາມເຈົ້າໜ້າທີ່ຂອງວັງວາຕີກັນ ຜູ້ທີ່ໄດ້
ຂໍສະຫງວນຊື່.
ເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວໃນຂໍ້ຄວາມທາງອີເມລ ທີ່ໄດ້ສົ່ງໃຫ້ວີໂອເອ ພະແນກພາ
ສາເກົາຫຼີ ວ່າ “ຂ້າພະເຈົ້າ ເຫັນວ່າ ມັນຈະເກີດຂຶ້ນໄດ້ ໃນປີ 2019 ມີການເດີນທາງ
ໄປຫຼາຍໆແຫ່ງ ທີ່ໄດ້ກຳນົດໄວ້ໃນຕາຕະລາງ ຫຼື ໃນແຜນການ. ແລະ ການເດີນທາງ
ທັງໝົດນັ້ນ ແມ່ນງ່າຍກວ່າ ເກົາຫຼີເໜືອ!”
ເກົາຫຼີເໜືອ ແລະເກົາຫຼີໃຕ້ ໄດ້ຈັດກອງປະຊຸມສຸດຍອດສາມຄັ້ງຜ່ານມາໃນປີນີ້ ທ່າມກາງການຜ່ອນຄາຍທາງການທູດ. ທ່ານມູນ ແນມເຫັນຄວາມເປັນໄປໄດ້ຂອງການ
ຢ້ຽມຢາມ ທີ່ຖືວ່າເປັນໂອກາດ ເພື່ອເສີມຂະຫຍາຍການຮ່ວມມື ແລະການພົວພັນ
ກັບເກົາຫຼີເໜືອ.
ບໍ່ເຄີຍມີພະສັນຕະປາປາຄົນໃດ ທີ່ໄດ້ເດີນທາງໄປຢ້ຽມຢາມເກົາຫຼີເໜືອມາກ່ອນ
ແລະການຢ້ຽມຢາມດັ່ງກ່າວ ອາດເປັນບັນຫາຖົກຖຽງກັນ ສຳລັບພະສັນຕະປາປາ.
ເພາະວ່າ ເກົາຫຼີເໜືອ ມັກໄດ້ຖືກປະນາມວ່າ ເປັນປະເທດນຶ່ງທີ່ລະເມີດສິດທິມະນຸດ
ທີ່ຂີ້ຮ້າຍທີ່ສຸດໃນໂລກ.