ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພະ​ສັນ​ຕະ​ປາ​ປາ ເດີນ​ທາງ​ໄປ​ປະ​ເທດ ໃນ​ແຫຼມ ​ບານ​ກັງ


ພະ​ສັນ​ຕະ​ປາ​ປາ ຟ​ຣານ​ຊິ​ ໄດ້​ຮັບ​ການ​ຕ້ອງ​ຮັບ​ໂດຍ​ນັກ​ຮຽນ​ທີ່​ໃສ່​ຊຸດ​ພື້ນ​ເມືອງ, ນະ​ຄອ​ນຫຼວງ ໂຊ​ເຟຍ, ປະ​ເທດ ບຸນ​ກາ​ຣີ. 5 ພຶດ​ສະ​ພາ, 2019.
ພະ​ສັນ​ຕະ​ປາ​ປາ ຟ​ຣານ​ຊິ​ ໄດ້​ຮັບ​ການ​ຕ້ອງ​ຮັບ​ໂດຍ​ນັກ​ຮຽນ​ທີ່​ໃສ່​ຊຸດ​ພື້ນ​ເມືອງ, ນະ​ຄອ​ນຫຼວງ ໂຊ​ເຟຍ, ປະ​ເທດ ບຸນ​ກາ​ຣີ. 5 ພຶດ​ສະ​ພາ, 2019.

ພະ​ສັນ​ຕະ​ປາ​ປາ ຟ​ຣານ​ຊິ​ສ ໄດ້​ເດີນ​ທາງ​ຮອດ​ນະ​ຄອນຫຼວງ ໂຊ​ເຟຍ ເພື່ອ​ເລີ່ມ​ຕົ້ນ​
ການຢ້ຽມຢາມອະດີດປະເທດຄອມມູນິສສາມວັນ ໄດ້ແກ່ປະເທດ ບຸນກາຣີ ແລະ
ມາເຊໂດເນຍເໜືອ. ເປັນການເດີນທາງຢ້ຽມຢາມຕ່າງປະເທດເປັນຄັ້ງທີສີ່ຂອງພະ
ອົງໃນປີນີ້. ສອງປະເທດດັ່ງກ່າວ ມີຊົນກຸ່ມນ້ອຍທີ່ນັບຖືສາສະໜາກາໂຕລິກ ແລະ
ປະຊາກອນສ່ວນຫຼາຍນັ້ນໄດ້ພິຈາລະນາຕົນເອງວ່າ ນັບຖືກນິກາຍ ອໍໂຕດັອກສ໌.
ພະສັນຕະປາປາ ເບິ່ງຄືວ່າຈະໃຊ້ໂອກາດດັ່ງກ່າວ ເພື່ອຊ່ວຍເນັ້ນຄວາມສຳພັນຂອງ
ວັງວາຕິກັງ ກັບຊຸມຊົນນິກາຍ ອໍໂຕດັອກສ໌ ໃນພາກຕາເວັນອອກຂອງ ຢູໂຣບ.

ໃນ​ຂໍ້​ຄວາມ​ທີ່​ກ່າວ​ເຖິງ​ປະ​ຊາ​ຊົນ ບຸນ​ກາ​ຣີ ກ່ອນ​ການ​ເດີນ​ທາງ​ຮອດ​ໃນ​ວັນ​ອາ​ທິດມື້ນີ້,
ພະສັນຕະປາປາໄດ້ກ່າວວ່າ ການເດີນທາງໄປປະເທດ ບຸນກາຣີ ຂອງເພິ່ນ ຈະເພັ່ງ
ເລັງໃສ່ຄວາມສັດທາ, ສາມັກຄີ ແລະ ສັນຕິພາບ. ພະສັນຕະປາປາໄດ້ກ່າວຕື່ມວ່າ,
ປະເທດ ບຸນກາຣີ ເປັນບ້ານຂອງສັກຂີພິຍານຄວາມສັດທາ ນັບຕັ້ງແຕ່ຍຸກເວລາ ເມື່ອ
ນັກບຸນ ໄຊຣິລ ແລະ ເມໂຕດຽສ ໄດ້ເຜີຍແຜ່ຄຳສອນຂອງພະເຍຊູ.

ນີ້​ແມ່ນ​ຄັ້ງ​ທີ​ສອງ​ທີ່​ພະ​ສັນ​ຕະ​ປາ​ປາ​ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ປະ​ເທດ ບຸນ​ກາ​ຣີ. ພະ​ສັນ​
ຕະປາປາ ຈອນ ພອລ ທີສອງໄດ້ເດີນທາງໄປປະເທດດັ່ງກ່າວໃນປີ 2002. ບໍ່ເຄີຍມີ
ພະສັນຕະປາປາຄົນໃດໄດ້ໄປປະເທດ ມາເຊໂດເນຍເໜືອ ຈັກເທື່ອ. ປະເທດ ບຸນກາຣີ
ມີປະຊາກອນປະມານ 7 ລ້ານຄົນ ພ້ອມກັບຜູ້ທີ່ນັບຖືສາສະໜາກາໂຕລິກພຽງນຶ່ງເປີ
ເຊັນ, ໃນຂະນະທີ່ ມາເຊໂດເນຍ ມີປະຊາກອນປະມານ 2 ລ້ານຄົນ ມີຜູ້ນັບຖືສາສະ
ໜາກາໂຕລິກບໍ່ເຖິງນຶ່ງເປີເຊັນ.

ໂຄ​ສົກ​ວັງ​ວາ​ຕິ​ກັງ ທ່ານ ອາ​ເລັ​ສ​ຊານ​ໂດ​ຣ ຈິ​ຊັອດ​ຕິ ໄດ້​ກ່າວ​ວ່າ ການ​ເດີນ​ທາງ​ໄປ​ປະ
ເທດໃນຢູໂຣບ ຕາເວັນອອກນີ້ ແມ່ນໄດ້ຮັບແຮງບັນດານໃຈໂດຍ ພະເຈົ້າ ຈອນ ທີ 23
ແລະ ຄຸນແມ່ ເທຣິຊາ. ທ່ານໄດ້ກ່າວວ່າ ພະສັນຕະປາປາຮູ້ສຶກວ່າເພິ່ນກຳລັງເດີນຕາມ
ຮອຍຂອງສອງບຸກຄົນນີ້ ແລະ ຢາກເນັ້ນຢ້ຳບຸນກຸສົນທີ່ໄດ້ບັນລຸໄປໂດຍພະເຈົ້າ ຈອນ
ທີ 23 ໃນປະເທດ ບຸນກາຣີ ໃນເວລາທີ່ເພິ່ນເປັນທູດພະສັນຕະປາປາດົນ 10 ປີ, ຈາກ
ປີ 1925 ຫາ 1935 ແລະ ຄຸນແມ່ ເທຣິຊາ ຜູ້ທີ່ໄດ້ເກີດໃນນະຄອນຫຼວງ ສກົບເຈ ໃນ
ປະເທດ ມາເຊໂດເນຍເໜືອ.

ຄຸນ​ແມ່ ເທ​ຣິ​ຊາ ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ນັກ​ບຸນ​ໂດຍ​ພະ​ສັນ​ຕະ​ປາ​ປາ ຟ​ຣານ​ຊິນ ໃນ​ປີ
2016. ຄຸນແມ່ໄດ້ເກີດໃນນະຄອນຫຼວງ ສກົບເຈ ໃນປີ 1910 ໃນເວລາທີ່ມັນຍັງເປັນ
ພາກສ່ວນຂອງອານາຈັກ ອົດໂຕມານ. ຄຸນແມ່ໄດ້ກາຍເປັນທີ່ຮູ້ຈັກດັ່ງກັບ “ນັກບຸນແຫ່ງ
ເຂດສະລຳ” ສຳລັບວຽກງານຂອງເພິ່ນທີ່ໄດ້ເຮັດກັບຄົນທີ່ທຸກຍາກທີ່ສຸດໃນເຂດສະລຳ
ຂອງເມືອງ ຄັລຄັດຕາ ຂອງປະເທດ ອິນເດຍ. ພະສັນຕະປາປາ ຟຣານຊິນ ຈະໄປຢ້ຽມ
ຢາມອະນຸສອນສະຖານຂອງຄຸນແມ່ ແລະ ພົບປະກັບປະຊາຊົນທີ່ທຸກຍາກ ທີ່ຖືກຊ່ວຍ
ເຫຼືອໂດຍກຸ່ມແມ່ຊີ ທີ່ເພິ່ນໄດ້ກໍ່ຕັ້ງຂຶ້ນຊື່ວ່າ “Missionaries of Charity”.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG