ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະສັນຕະປາປາ ຊົງກ່າວຕໍ່ຕ້ານ ການເຫັນແກ່ໂຕ ຂອງ ບໍລິສັດ


ພະສັນຕະປາປາ Francis ໂບກມື ລະຫວ່າງເຂົ້າຮ່ວມ ກອງປະຊຸມຂະບວນການ​ເຄື່ອນໄຫວ​​ມະຫາຊົນ​ໂລກ ທີ່
ນະຄອນ Santa Cruz ປະເທດ Bolivia.
ພະສັນຕະປາປາ Francis ໂບກມື ລະຫວ່າງເຂົ້າຮ່ວມ ກອງປະຊຸມຂະບວນການ​ເຄື່ອນໄຫວ​​ມະຫາຊົນ​ໂລກ ທີ່ ນະຄອນ Santa Cruz ປະເທດ Bolivia.

ພ​ະສັນ​ຕະປະ​ປາ ​ໄດ້​ກ່າວຕໍ່​ຕ້ານ ການເຫັນແກ່ໂຕຂອງບໍລິສັດ
ແລະ​ຂໍ​ຂະມາ​ໂທດ ​ຕໍ່ການ​ລ່າ​ຫົວ​ເມືອງ​ຂື້ນ ​ໃນ​ບັນ​ດາ​ປະ​ເທດ
​ອາ​ເມຣິກາຢູ່​ໃນ​ການຖະແຫຼງໃນ​ວັນ​ພະຫັດ​ວານ​ນີ້ຢູ່ທີ່​ກອງ​ປະ
ຊຸມ​ຂອງ​ບັນ​ດາ​ກຸ່ມ​ທີ່ເຮັດວຽກ ເພື່ອຊ່ອຍເຫຼືອພວກທີ່​ບໍ່ມີ​ວຽກ​
ການ ບໍ່​ມີ​ດິນ​ຢູ່ ​ແລະ​ທຸກ​ຈົນ.

ຢູ່​ໃນ​ຄໍ​າຖ​ະ​ແຫລ​ງ ຕໍ່ກອງ​ປະຊຸມ ຂະບວນການ​ເຄື່ອນໄຫວ
​ມະຫາຊົນໂລກ ທີ່​ນະຄອນ Santa Cruz ປະ​ເທດ Bolivia
ພະ​ສັນ​ຕະປະ​ປາ Francis ​ຊົງ ຖາມ​ວ່າ “ພວກ​ເຮົາ​ສຳນຶກ​ບໍ​
ວ່າ ມີ​ຫຍັງ​ຜິດ​ຢູ່​ໃນ​ໂລກນີ້ ບ່ອນ​ທີ່​ມີພວກ​ຊາວໄຮ່​ຊາວນາ​
ເປັນຈຳນວນ​ຫຼວງຫລາຍ ບໍ່ມີ​ທີ່​ດິນເປັນຂອງຕົນເອງ ຫຼາຍ​ໆ
ຄອບຄົວ ບໍ່ມີເຮືອນ​ຢູ່ ພວກກຳມະກອນຈຳນວນຫລວງຫລາຍບໍ່ມີ​ສິດທິ ຫຼາຍໆ​ຄົນ​ທີ່​ກຽດ
​ສັກ​ສີ​ບໍ່​ໄດ້​ຮັບ​ການ​ເຄົາລົບ​ນັບຖື.

ພະອົງຊົງ​ກ່າວ​ເຖິງ “ການ​ລ່າ​ຫົວ​ເມືອງ​ແບບ​ໃໝ່” ​ແກ່​ຜູ້​ຟັງ​ຂອງ​ພະອົງ ທີ່​ເປັນ​ບັນດາຜູ້ຈັດ​
ຕັ້ງຂັ້ນຮາກຫຍ້າ ໂດຍ​ກ່າວ​ວ່າ ​ມັນເປັນທີ່​ປາກົດ​ວ່າ ​ໃນ​ຂະນະທີ່ “ອິດທິພົນແບບລັບໆ”
ຂອງ​ບັນດາ​ບໍລິສັດ​ຕ່າງ​ໆ ອົງການໃຫ້​ເງິນ​ກູ້​ຢືມມາດຕະ​ການເຂດການ​ຄ້າ​ເສລີຈຳນວນ
ນຶ່ງ ​ແລະ​ມາດຕະ​ການປະຢັດ​ມັດທະຍັດທີ່​ເປັນ​ຜົນ​ສະທ້ອນ​ຕໍ່​ຊີວິດ​ຂອງ​ບັນດາ​ຜູ້​ທຸກ​ຈົນ.

ນອກນັ້ນພະ​ອົງ​ຍັງ​ກ່າວເຖິງ​ ການ​ປ່ຽນ​ແປງຂອງດິນ​ຟ້າ​ອາກາດ ທີ່​ໄດ້ເປັນ​ຂີດ​ໝາຍດັງ​
ກ້ອງ​ ໃນ​ຈົດໝາຍ​ວຽນ​ຂອງ​ພະອົງ ທີ່ພິມ​ເຜີຍ​ແຜ່ ​ໃນ​ເດືອນ​ແລ້ວ​ນີ້ ​ທີ່ເຊື່ອມໂຍງການ​
ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ ​ໃສ່ກັບ​ຄວາມ​ສີວິ​ໄລ​ຂອງ​ມະ​ນຸດ. ພະອົງ​ກ່າວ​ວ່າ ກາ​ນ
​ເຫັນ​ແກ່​ໂຕ​ຂອງບໍ​ລິ​ສັດ ​ໄດ້​ເຮັດ​ໃຫ້ມີຄວາມ​ນຶກ​ຄິດຂອງ “ຜົນ​ກຳ​ໄລ​ບໍ່ວ່າດ້ວຍລາຄາ​
ໃດໆກໍຕາມ” ​ໂດຍບໍ່​ມີ​ຄວາມ​ເປັນ​ຫ່ວງ​ ຕໍ່​ການ​ທຳ​ລາຍທຳມະ​ຊາດແວດລ້ອມ.

ພະ​ສັນ​ຕະປະ​ປາ ​ໄດ້​ຂໍ​ຂະມາ​ໂທດ​ຕໍ່ການລ່ວງລ້ຳທາງ​ປະຫວັດສາດ ​ທີ່​ມີສາເຫດ​ມາ
ຈາກສາສະໜາຄາ​ໂທ​ລິກ ​ແຕ່ກໍເຊັ່ນດຽວກັນທີ່ມີສາເຫດມາຈາກພວກລ່າ​ຫົວ​ເມືອງ​ຂື້ນ
ຊາວຜິວຂາວ ທີ່​ເຂົ້າມາຕັ້ງ​ຖິ່ນ​ຖານໃນອາ​ເມຣິກາ ດ້ວຍການສ້າງຄວາມ​ເສຍ​ຫາຍ​ໃຫ້
ແກ່​ປະຊາຊົນ​ທີ່​ເກີດ​ໃຫຍ່​ຢູ່​ທີ່​ນັ້ນ. ພະອົງ​ໄດ້​ຍ້ອງຍໍຂະບວນການ​ເຄື່ອນ​ໄຫວ​ຂອງ
ປະຊາຊົນ​ພື້ນເມືອງ ໃນລາ​ຕິນອາ​ເມຣິກາ ທີ່​ໄດ້ປະ ສົມປະສານເຂົ້າກັບວັດທະນາ​ທຳພື້ນເມືອງ ​ແທນທີ່ຈະທຳການກົດຂີ່.

POPE South America
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG