ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຍງານຂອງສື່ມວນຊົນ ວ່າ ພະສັງຄະລາດ ອອສເຕຣເລຍ ໄດ້ຖືກພົບເຫັນວ່າມີຄວາມຜິດ ຖານລ່ວງລະເມີດທາງເພດ


ພະສັງຄະລາດ ຈອຣ໌ຈ ແພລ ຂອງອອສເຕເລຍ, ກາງ
ຈາກຂວາ, ຫ້ອມລ້ອມໂດຍຕຳຫຼວດ ໃນຂະນະທີ່ ເດີນ
ທາງຮອດ ສານ ນະຄອນ ເມລເບີນ ຂອງອອສເຕຣເລຍ,
ວັນທີ 26 ກໍລະກົດ 2017.
ພະສັງຄະລາດ ຈອຣ໌ຈ ແພລ ຂອງອອສເຕເລຍ, ກາງ ຈາກຂວາ, ຫ້ອມລ້ອມໂດຍຕຳຫຼວດ ໃນຂະນະທີ່ ເດີນ ທາງຮອດ ສານ ນະຄອນ ເມລເບີນ ຂອງອອສເຕຣເລຍ, ວັນທີ 26 ກໍລະກົດ 2017.

ພະສັງຄະລາດ ຈອຣ໌ຈ ແພລ ຂອງອອສເຕເລຍ ໄດ້ຖືກສານຕັດສິນວ່າມີຄວາມຜິດ ໃນ
ການກະທຳຜິດທາງເພດ ໂດຍໄດ້ກາຍເປັນ ເຈົ້າໜ້າທີ່ລະດັບສູງສຸດຂອງວັງວາຕິກັນ
ທີ່ໄດ້ຖືກພົບວ່າ ມີຄວາມຜິດໃນດ້ານອາຊະຍາກຳດັ່ງກ່າວເຊັ່ນນັ້ນ ອີງຕາມລາຍງານ
ຂອງສື່ມວນຊົນອາເມຣິກັນ.

ການດຳເນີນຄະດີ ຂອງພະສັງຄະລາດ ແພລ ແລະລາຍລະອຽດຕ່າງໆ ທີ່ກ່ຽວຂ້ອງກັບ
ຂໍ້ກ່າວຫາທັງຫຼາຍ ຕໍ່ເຈົ້າໜ້າທີ່ນາຍຄັງຂອງວັງວາຕິກັນທ່ານນີ້ ໄດ້ຖືກປິດໄວ້ ດ້ວຍ
ຄຳສັ່ງຂອງສານ ທີ່ໄດ້ແຈ້ງອອກ ຊຶ່ງຫ້າມສື່ມວນຊົນທັງໝົດ ໃນອອສເຕເລຍ ບໍ່ໃຫ້
ລາຍງານກ່ຽວກັບມັນ.

ການຕັດສິນຄວາມຜິດດັ່ງກ່າວ ໄດ້ຖືກລາຍງານເປັນເທື່ອທຳອິດ ໂດຍ Daily Beast
ຊຶ່ງເປັນສື່ຂ່າວທາງອິນເຕີແນັດ ແລະເປັນເວັບໄຊທີ່ໃຫ້ຄວາມເຫັນ ທີ່ກ່າວວ່າ ຂໍ້ກ່າວຫາ
ທັງຫຼາຍນັ້ນ ແມ່ນເກີດມາຈາກ ການລ່ວງລະເມີດເດັກນ້ອຍຜູ້ຊາຍສອງຄົນ ຢູ່ໃນວົງ
ຄະນະນັກຮ້ອງ ເມື່ອຊ່ວງປີ 1990. ທ່ານແພລ ຜູ້ທີ່ໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ
ແມ່ນຄາດກັນວ່າ ຈະຂໍອຸທອນ.

ຄາດກັນອີກວ່າ ທ່ານຈະປະເຊີນໜ້າກັບ ການຖືກດຳເນີນຄະດີ ໃນຂໍ້ກ່າວຫາອີກອັນນຶ່ງ
ຕ່າງຫາກ ໃນປີໜ້າ.

ສ່ວນວັງວາຕິກັນ ເມື່ອຕອນເຊົ້າວັນພຸດວານນີ້ ບໍ່ໄດ້ກ່າວເຖິງ ຄະດີຂອງພະສັງຄະລາດ
ແພລ ໃນເວລາ ຕົນໄດ້ປະກາດວ່າ ທ່ານແພລ ເປັນນຶ່ງໃນຈຳນວນ ພະສັງຄະລາດສອງ
ອົງ ທີ່ໄດ້ຖືກກ່າວຫາວ່າມີສ່ວນກ່ຽວຂ້ອງ ກັບຄະດີການລ່ວງລະເມີດທາງເພດ ຜູ້ທີ່ໄດ້
ຖືກປົດອອກຈາກວົງໃນ ຂອງພະສັນຕະປາປາ ແຟຣນຊິສ.

ທ່ານແພລ ແລະ ທ່ານ ແຟຣນຊິສໂກ ຮາວີແອຣ ເອີຣາຊູຣິຊ ຂອງປະເທດຊີເລ ຈະບໍ່ໄດ້
ດຳລົງຕຳແໜ່ງ ໃນສະພາພະສັງຄະລາດ ທີ່ຍັງເອີ້ນກັນວ່າ ກຸ່ມຂອງເກົ້າ ຫຼື C9 ນັ້ນ
ອີກຕໍ່ໄປ. ວັງວາຕິກັນ ໄດ້ກ່າວວ່າ ພະສັນຕະປາປາ ໄດ້ຂຽນໜັງສື ໄປຫາຊາຍທັງສອງ
ໃນເດືອນຕຸລາຜ່ານມາ ແລະ ໄດ້ຂອບໃຈພວກເພິ່ນ ສຳລັບການປະຕິບັດໜ້າທີີ່ຂອງ
ພວກເພິ່ນ.

ທ່ານ ເອີຣາຊູຣິຊ ໄດ້ຖືກກ່າວຫາວ່າ ປົກປິດການລ່ວງລະເມີດທາງເພດ ໃນຂະນະທີ່
ທ່ານ ເປັນເຈົ້າອາວາດ ຂອງນະຄອນ ຊານຕີອາໂກ ຢູ່ນັ້ນ. ທ່ານກໍໄດ້ປະຕິເສດ ຕໍ່ຂໍ້
ກ່າວຫາຕ່າງໆເຊັ່ນກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG