ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະສັນຕະປາປາ ເປັນປະທານໃນພິທີ ທາງສາດສະໜາ ໃນຄືນກ່ອນວັນຄຣິສມາສ ແລະກ່າວໂອວາດວ່າ 'ຫົວໃຈຂອງພວກເຮົາ ຢູ່ທີ ເບັດເລີແຮມ'


ປະສັນຕະປາປາ ຟຣານຊິສ ຖຶ the pastoral staff ໃນຂະນະທີ່ພະອົງເປັນປະທານໃນພິທີທາງສາດສະໜາ ໃນຄືນກ່ອນວັນຄຣິສມາສ ຢູ່ທີພະວິຫານ ເຊັນທ ປີເຕີ ບາຊີລິກາ ໃນວັງວາຕີກັງ ວັນທີ 24 ທັນວາ 2023.
ປະສັນຕະປາປາ ຟຣານຊິສ ຖຶ the pastoral staff ໃນຂະນະທີ່ພະອົງເປັນປະທານໃນພິທີທາງສາດສະໜາ ໃນຄືນກ່ອນວັນຄຣິສມາສ ຢູ່ທີພະວິຫານ ເຊັນທ ປີເຕີ ບາຊີລິກາ ໃນວັງວາຕີກັງ ວັນທີ 24 ທັນວາ 2023.

ການລະນຶກເຖິງວັນປະສູດຂອງພະເຍຊູ ໃນຄອກມ້າ ໃນເມືອງເບັດເລີເຮັມ, ພະສັນຕະປາປາ ແຟຣນຊິສ (Francis) ໃນຄືນກ່ອນວັນຄຣິສມາສ ໄດ້ໃຫ້ໂອວາດວ່າ “ການຕໍ່ສູ້ກັນດ້ວຍອາວຸດ ແມ່ນແຕ່ ໃນທຸກມື້ນີ້” ເຮັດໃຫ້ພະເຍຊູ “ບໍ່ສາມາດຊອກຫາບ່ອນຢູ່ ໃນໂລກໄດ້.” ອີງຕາມລາຍງານຂອງອົງການຂ່າວ ເອພີ.

ພະສັນຕະປາປາ ໄດ້ເປັນປະທານໃນພິທີທາງສາດສະໜາ ມິສຊາ ຫຼື Mass ຕອນຄໍ່າຄືນໃນວັນອາທິດ ໂດຍມີຜູ້ເຫຼື້ອມໃສ ປະມານ 6,500 ຄົນ ເຂົ້າຮ່ວມພິທີ ທ່າມກາງຄວາມສະຫງ່າງາມຂອງພະວິຫານ ເຊັນປີເຕີ ທີ່ມີຄະນະພະສັງຄະຣາດທີ່ຊົງກຽດໃສ່ຊຸດຂາວຢູ່ທາງຫຼັງແຖວ.

ພະສັນຕະປາປາກ່າວວ່າ, "ຫົວໃຈຂອງພວກເຮົາຢູ່ໃນເມືອງເບັທເລີເຮັມ (Bethlehem), ບ່ອນທີ່ເຈົ້າຊາຍແຫ່ງສັນຕິພາບ ໄດ້ຖືກປະຕິເສດອີກຄັ້ງນຶ່ງ ໂດຍເຫດຜົນຂອງສົງຄາມທີ່ບໍ່ມີປະໂຫຍດ," ພະສັນຕະປາປາ ກ່າວ ໂດຍອ້າງເຖິງສົງຄາມທີ່ເກີດຈາກການຮຸກຮານຂອງ ກຸ່ມຮາມາສ ໃນວັນທີ 7 ຕຸລາ ແລະການຈັບປະຊາຊົນ ເປັນຕົວປະກັນໃນອິສຣາແອລ.

​ໃນ​ຂະນະ​ທີ່​ພິທີມິສຊາ ​ເລີ່​ມຕົ້ນຂຶ້ນ, ຮູບ​ປັ້ນ​ພະກຸມານຂອງ​ພຣະຄຣິສທ໌ ​ໄດ້​ຖືກ​ເປີດ​ອອກ ກ່ອນທີ່​ແທ່ນ​ບູຊາ​ທີ່​ເອ້ຍ້ອງດ້ວຍ​ດອກ​ໄມ້ສີ​ຂຽວ​ແລະ ສີຂາວ, ​ແລະ ​ເດັກນ້ອຍ​ທີ່​ເປັນ​ຕົວ​ແທນຂອງ​ທົ່ວ​ທຸກ​ມຸມ​ໂລກ ​ໄດ້​ວາງ​ດອກ​ໄມ້ໄວ້​ຢູ່​ອ້ອມ​ບັນລັງ​ທີ່ໂອບດ້ວຍ​ຄຳ.

ພະສັນຕະປາປາ ແຟຣນຊິສ ນຸ່ງຊຸດຄຸມສີຂາວ, ໄດ້ນໍາພາພິທີມິສຊາ ໂດຍຢືນຢູ່ໃກ້ເສົາໃຫຍ່ຫຼັກ ທີ່ລຽນກັນເປັນແຖວຂອງເຊນປີເຕີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG