ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ພະ​ສັນ​ຕະ​ປາ​ປາ ມີ​ແຜນ​ໄປ​ຢ້ຽມ​ຢາມ​ອິນ​ເດຍ ແລະ ມົງ​ໂກ​ເລຍ ຫຼັງ​ຈາກ​ປອກ​ຕຸຍ​ການ ແລະຝ​ຣັ່ງ


​ພະ​ສັນ​ຕະ​ປາ​ປາ​ແຟ​ຣນ​ຊິ​ສ ຊົງ​ໂອ້​ລົມ​ກັບ​ພວກ​ນັກ​ຂ່າວ ໃນ​ລະ​ຫວ່າງ​ເດີນ​ທາງ​​ກັບຄືນ​ສູ່​ໂຣມ ຫຼັງ​ຈາກ​ສະ​ເດັດ​ປະ​ພາດ​ອາ​ຟ​ຣິ​ກາ ເມື່ອ​ວັນ​ທີ 5 ກຸມພາ 2023.
​ພະ​ສັນ​ຕະ​ປາ​ປາ​ແຟ​ຣນ​ຊິ​ສ ຊົງ​ໂອ້​ລົມ​ກັບ​ພວກ​ນັກ​ຂ່າວ ໃນ​ລະ​ຫວ່າງ​ເດີນ​ທາງ​​ກັບຄືນ​ສູ່​ໂຣມ ຫຼັງ​ຈາກ​ສະ​ເດັດ​ປະ​ພາດ​ອາ​ຟ​ຣິ​ກາ ເມື່ອ​ວັນ​ທີ 5 ກຸມພາ 2023.

ພະ​ສັນ​ຕະ​ປາ​ປາ​ແຟ​ຣນ​ຊິ​ສ ​ຊົງກ່າວ​ ໃນ​ວັນ​ອາ​ທິດ​ວານນີ້​ວ່າ ພະ​ອົງ​ພວມ​ວາງ​ແຜນ​ທີ່​ຈະ​ສະ​ເດັດ​ໄປ​ຢ້ຽມ​ຢາມ​ປະ​ເທດ​ອິນ​ເດຍ​ໃນ​ປີ​ໜ້າ ແລະ​ສຶກ​ສາ​ເບິ່ງ​ຄວາມ​ເປັນ​ໄປ​ໄດ້ ໃນ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ປະ​ເທດ​ມົງ​ໂກ​ເລຍ ໃນ​ທ້າຍ​ປີ 2023 ໃນ​ອັນ​ທີ່​ອາດ​ຈະ​ເປັນ​ການ​ສະເດັດ​ປະ​ພາດ​ຄັ້ງ​ທຳ​ອິດ​ຂອງ​ພະ​ສັນ​ຕະ​ປາ​ປາ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ພະ​ສັນ​ຕະ​ປາ​ປາ​ແຟ​ຣນ​ຊິ​ສ ຊົງ​ກ່າວ​ເຖິງ​ໝາຍ​ກຳ​ນົດ​ການ​ເດີນ​ທາງ​ຂອງ​ພະ​ອົງ​ໃນ​ລະ​ຫວ່າງ​ຖ້ຽວ​ບິນ​ກັບ​ຄືນ​ສູ່​ໂຣມ ຈາກ​ການ​ໄປ​ຢ້ຽມ​ຢາ​ໃມ​ປະ​ເທດ​ຊູ​ດານ​ໃຕ້.

ພະ​ສັນ​ຕະ​ປາ​ປາຊົງ​ໃຫ້​ການ​ຢືນ​ຢັນ​ວ່າ ​ພະ​ອົງ​ຈະ​ສະ​ເດັດ​ປະ​ພາດ​ນະ​ຄອນ​ລິ​ສ- ບອນ ປະ​ເທດ​ປອກ​ຕຸຍ​ການ ໃນ​ວັນ​ຊາວ​ໜຸ່ມ​ໂລກ ຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ອາ​ທິດ​ທຳ​ອິດ​ຂອງ​ເດືອນ​ສິງ​ຫາ ແລະ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ພະ​ສັງ​ຄະ​ຣາດ​ໃນ​ເຂດ​ທະ​ເລ​ເມ​ດີ​ແຕ​ເຣ​ນຽນ ທີ່​ເມືອງ​ມາກ​ໄຊ ປະ​ເທດ​ຝ​ຣັ່ງ ໃນ​ວັນ​ທີ 23 ກັນ​ຍາ​ປີນີ້.

ພະ​ອົງ​ຊົງ​ຕັດ​ວ່າ ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ພະ​ອົງ​ຈະ​ຊົງ​ສະ​ເດັດ​ຈາກ​ມາກ​ໄຊ​ໄປ​ຍັງ​ປະ​ເທດ​ມົງ​ໂກ​ເລຍ ຊຶ່ງ​ຈະ​ເປັນ​ຄັ້ງ​ທຳ​ອິດ​ສຳ​ລັບ​ພະ​ສັນ​ຕະ​ປາ​ປາ.

ໃນ​ການມອງ​ໄປ​ຂ້າງ​ໜ້າ ພະ​ສັນ​ຕະ​ປາ​ປາ​ແຟ​ຣນ​ຊິ​ສ​ຊົງ​ກ່າວ​ວ່າ ພະ​ອົງ​ຈະ​ສະ​ເດັດ​ປະ​ພາດ​ອິນ​ເດຍໃນ​ປີ 2024 ຫຼັງ​ຈາກ​ແຜນ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ປະ​ເທດ​ດັ່ງ​ກ່າວ​ໃນ​ປີ 2017 ບໍ່​ປະ​ສົບ​ຜົນ​ສຳ​ເລັດ.

ພະ​ສັນ​ຕະ​ປາ​ປາ​ຊົງ​ກ່າວ​ຕໍ່​ພວກ​ນັກ​ຂ່າວ ຫຼັງ​ຈາກ​ໄດ້​ສະ​ເດັດ​ໄປ​ຢ້ຽມ​ຢາມ​ຄອງ​ໂກ​ແລະ​ຊູ​ດານ​ໃຕ້ເປັນ​ເວ​ລາ 6 ມື້ ບ່ອນ​ທີ່​ພະ​ອົງ​ໄດ້​ຊົງ​ຮ່ວມ​ສົມ​ທົບທີ່​ນະ​ຄອນ​ຫຼວງ​ຈູ​ບາ ປະ​ເທດ​ຊູ​ດານ​ໃຕ້ກັບ​ພະ​ສັງ​ຄະ​ຣາດ​ແຫ່ງ​ແຄນ​ເຕີ​ເບີ​ຣີ ຈັ​ສ​ຕິນ ແວ​ລ​ບີ ແລະ​ຫົວ​ໜ້າ​ສາ​ສະ​ໜາ​ຈາກ​ໂບດ​ສະກັອດ​ແລນ ອຽນ ກ​ຣີນ​ຊິ​ລ​ສ໌.

ຜູ້​ນຳ​ຂອງ​ກາ​ໂຕ​ລິກ ອັງ​ກ​ລີ​ກັນ ແລະ​ເພ​ຣ​ສ​ໄບ​ທີ​ຣຽນໄດ້ເດີນ​ທາງໄປ​ຢ້ຽມ​ຄອງ​ໂກ​ແລະ​ຊູ​ດານ​ໃຕ້​ຮ່ວມ​ກັນເພື່ອ​ຊຸກ​ຍູ້​ໃຫ້​ພວກ​ຜູ້​ນຳຊູ​ດານ​ໃຕ້​ສ້າງ​ຄວາມ​ກ້າວ​ໜ້າ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ປີ 2018 ທີ່​ໄດ້ຊ່ວຍ​ຍຸ​ຕິ​ສົງ​ຄາມ​ກາງ​ເມືອງ ຫຼັງ​ຈາກ​ປະ​ເທດ​ດັ່ງ​ກ່າວ​ໄດ້​ຮັບ​ເອກ​ກະ​ລາດ​ຈາກ​ຊູ​ດານ​ໃນ​ປີ 2011.

ພະ​ສັງ​ຄະ​ຣາດ​ແວ​ລ​ບີ ແລະ​ກ​ຣີນ​ຊິ​ລ​ສ໌ ໄດ້​ເດີນ​ທາງ​ຮ່ວມ​ກັບ​ພະ​ສັນ​ຕະ​ປາ​ປາ​ໃນ​ການ​ເດີນ​ທາງ​ກັບ ແລະ​ຮ່ວມໃນ​ການ​ຖະ​ແຫຼງ​ຂ່າວ​ຢູ່​ເທິງ​ເຮືອ​ບິນ ຊຶ່ງ​ມີ​ການ​ຖາມ​ຜູ້​ນຳ​ສາ​ສະ​ໜາ​ທັງ​ສອງວ່າ ພວກ​ເພິ່ນ​ຍິນ​ດີ​ທີ່​ຈະ​ຮ່ວມ​ເດີນ​ທາງ​ກັບ​ພະ​ສັນ​ຕະ​ປາ​ປາ​ແຟ​ຣນ​ຊິ​ສ​ໃນ​ອະ​ນາ​ຄົດ​ຫຼື​ບໍ່.

ພະ​ສັງ​ຄະ​ຣາດ​ແວ​ລ​ບີ​ກ່າວ​ວ່​າ “ຍິນ​ດີ” ຖ້າ​ມັນຈະ​ເປັນ​ການຊ່ວຍ ພ້ອມ​ກັບ​ເວົ້າ​ຕະ​ຫຼົກ​ວ່າ ເຮືອ​ບິນ​ຂອງ​ພະ​ສັນ​ຕະ​ປາ​ປາ “ແມ່ນ​ສາຍ​ການ​ບິນ​ທີ່​ດີ​ທີ່​ສຸດ ​ເທົ່າ​ທີ່​ເຄີຍ​ເດີນ​ທາງ​ມາ.”

ສ່ວນ​ທ່ານກ​ຣີນ​ຊິ​ລ​ສ໌ ໃຫ້​ຂໍ້​ສັງ​ເກດ​ວ່າ ໜ້າ​ທີ່​ຂອງ​ທ່ານ​ຈະ​ສິ້ນ​ສຸດ​ລົງ​ໃນ​ເດືອນ​ພຶດ​ສະ​ພາ​ຈະ​ມານີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG