ພະສັນຕະປາໆ ຟຣານຊິສ (Francis) ໄດ້ໃຊ້ຂໍ້ຄວາມແບບດັ້ງເດີມຂອງພິທີທາງສາ
ສະໜາສະຫຼອງວັນຄຣິສມັສຂອງພະອົງ ຮຽກຮ້ອງໃຫ້ມີການເຈລະຈາເລື່ອງສອງລັດ
ໃນວິກິດການຂອງທັງອິສຣາແອລ ແລະປາແລັສໄຕນ໌ ເພື່ອຊ່ອຍໃນການນຳມາ
ຊຶ່ງສັນຕິພາບໃນພາກຕາເວັນອອກກາງ.
ພະສັນຕະປາໆ ຟຣານຊິສ ໄດ້ກ່າວວ່າ ຕໍ່ເມືອງ Urbi et Urbi” ແລະຕໍ່ໂລກ ທີ່ພະອົງໄດ້
ກ່າວຈາກລະບຽງທາງກາງຈາກໂບດວິຫານ ເຊັງ ພີເຕີ ບາຊີລິກາ (St. Peter Basilica)
ວ່າ ພວກເດັກນ້ອຍພາກຕາເວັນອອກກາງ ກຳລັງຈະສືບຕໍ່ໄດ້ຮັບຄວາມທໍລະມານ ຍ້ອນ
ການເພີ່ມ “ຄວາມເຄັງຕຶງລະຫວ່າງ ອິສຣາແອລ ກັບປາແລັສໄຕນ໌.”
ພະອົງໄດ້ສະແດງອອກ ຊຶ່ງຄວາມມີຄວາມຫວັງ ຕໍ່ພວກທີ່ນັບຖືສາສະໜາທີ່ມາສັກກາລະ
ບູຊາ ຫຼາຍສິບພັນຄົນ ໃນນະຄອນວາດີກັນ ທີ່ວ່າ “ການກັບຄືນມາເຈລະຈາກັນໃໝ່ນີ້
ອາດຈະແກ້ໄຂບັນຫາໄດ້ ລະຫວ່າງຫຼາຍໆພັກ ແລະທາງອອກໃນການເຈລະຈາ
ສາມາດຈັດໃຫ້ມີຂຶ້ນໄດ້, ຊຶ່ງນຶ່ງໃນນັ້ນ ກໍຄືການອະນຸຍາດໃຫ້ມີສັນຕິພາບເກີດຂຶ້ນ
ໃນສອງລັດ.”
ນີ້ແມ່ນເປັນຄັ້ງທີ 2 ທີ່ພະສັນຕະປາໆ ໄດ້ຖະແຫຼງ ກ່ຽວກັບວິກິດການລະຫວ່າງອິສຣາ
ແອລ ກັບປາແລັສໄຕນ໌ ນັບຕັ້ງແຕ່ ການຕັດສິນໃຈຂອງປະທານາທິບໍດີສະຫະລັດ
ທ່ານດໍໂນລ ທຣຳ ໃນຕົ້ນເດືອນນີ້ ທີ່ໃຫ້ຮັບຮູ້ວ່າ ເຈຣູສລິມ (Jerusaliem) ເປັນເມືອງ
ຫຼວງຂອງອິສຣາແອລ. ພະສັນຕະປາໆ ຟຣານຊິສ ຮຽກຮ້ອງກ່ອນໜ້ານີ້ ເພື່ອໃຫ້ມີການ
ນັບຖື “ສະຖານະ” ເຈຣູສລິມ ເພື່ອຫຼີກເວັ້ນຄວາມເຄັ່ງຕຶງອັນໃໝ່ ໃນພາກຕາເວັນອອກກາງ.
ໃນວັນຈັນວານນີ້ ພະສັນຕະປາໆ ໄດ້ວິ້ງວອນ ບໍ່ໃຫ້ມີ ການປະເຊີນໜ້າກັນໃນແຫຼມ
ເກົາຫຼີ ໂດຍກ່າວວ່າ ທ່ານຫວັງວ່າ “ຄວາມເຊື່ອໝັ້ນອາດຈະມີເພີ່ມຂຶ້ນເພື່ອຜົນປະໂຫຍດ
ຂອງໂລກ ທີ່ເປັນປຶກແຜ່ນກັນນັ້ນ.
ຍິ່ງໄປກວ່ານັ້ນ ພະສັນຕະປາໆ ໄດ້ນຳໃຊ້ຂໍ້ຄວາມຂອງເພິ່ນມາເວົ້າ ກ່ຽວກັບຄວາມທຸກ
ທໍລະມານໃນທົ່ວໂລກ ທີ່ຮວມມີ ວິກິດການໃນຊູດານໃຕ້ ອີຣັກ ເຢເມນ ຢູເຄຣນ
ແລະເວນີຊູເອລາ. ທ່ານໄດ້ກ່າວໃນການຢ້ຽມຢາມມຽນມາ ໃນຫວ່າງມໍ່ໆມານີ້ ແລະ
ບັງກລາເດັຊແລະຮຽກຮ້ອງ ໃຫ້ມີການປົກປ້ອງທີ່ເໝາະສົມພຽງພໍ ຂອງຄວາມມີກຽດ
ສັກສີຂອງບັນດາຊົນກຸ່ມນ້ອຍ ໃນຂົງເຂດ.
ພະສັນຕະປາໆ ຮຽກຮ້ອງໃຫ້ພວກຜູ້ຄົນໃຫ້ມອງເຫັນພະຜູ້ເປັນເຈົ້າ ພະເຍຊູ ໃນໝູ່ພວກເດັກນ້ອຍ ທີ່ໄດ້ຮັບຄວາມທໍລະມານ ໃນວິກິດການ ຢູ່ໃນທົ່ວໂລກ.
“ສາຍລົມຂອງສົງຄາມ ແມ່ນພັດໄປໃນທົ່ວໂລກຂອງພວກເຮົາ ແລະແບບຢ່າງຂອງ
ການພັດທະນາ ທີ່ໝົດອາຍຸນັ້ນແມ່ນຍັງຈະສືບຕໍ່ ໃນການສ້າງມວນມະນຸດເຮົາ
ສັງຄົມ ແລະສິ່ງແວດລ້ອມນັ້ນ ແມ່ນໄດ້ຫຼຸດລົງ,” ຊຶ່ງພະອົງໄດ້ກ່າວໄປ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
ພາບປະມວນ: ການສະຫຼອງວັນຄຣິສມັສໃນທົ່ວໂລກ