ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພະສັນຕະປາປາ ຈັດການຊຸມນຸມ ໃນນະຄອນຫຼວງ ດັບບລິນ


ພະສັນຕະປາປາ ຟຣານຊິສ ເດືອນທາງໄປຮອດ ສານເຈົ້າ, ໃນເມືອງ ນັອກ, ປະເທດ ໄອຣ໌ແລນ. 26 ສິງຫາ, 2018.
ພະສັນຕະປາປາ ຟຣານຊິສ ເດືອນທາງໄປຮອດ ສານເຈົ້າ, ໃນເມືອງ ນັອກ, ປະເທດ ໄອຣ໌ແລນ. 26 ສິງຫາ, 2018.

ພະສັນຕະປາປາ ໂພບ ຟຣານຊິສ ໄດ້ມ້ວນທ້າຍການສະເດັດປະພາດຂອງພະອົງລົງ
ໃນປະເທດ ໄອຣ໌ແລນ ໃນວັນອາທິດມື້ນີ້ ດ້ວຍພິທີທາງສາສະໜາທີ່ໃຫຍ່ໂຕ ທີ່ສວນ
ພຶກສາຊາດສາທາລະນະຟີນິກ ໃນນະຄອນຫຼວງ ດັບບລິນ.

ໄດ້ມີການຄາດກັນວ່າຈະມີຜູ້ເຂົ້າຮ່ວມຫ້າແສນຄົນ ໄປເບິ່ງພະອົງ ແຕ່ໄດ້ມີການວາງ
ແຜນວ່າ ຈະມີການຊຸມນຸມປະທ້ວງ ເພື່ອຊຸກຍູ້ໃຫ້ພະອົງເອົາບົດບາດທີ່ເປັນຮູບປະທຳ
ໃນການຕໍ່ຕ້ານຂ່າວຊ່າລືເລື້ອງການລວນລາມ ແລະ ການປິດບັງທາງເພດ.

ພວກປະທ້ວງຈະຕ້ອງໄດ້ໂຈະການເຄື່ອນໄຫວຂອງພວກເຂົາເຈົ້າໄວ້ກ່ອນ ໃນຂະນະ
ທີ່ພະອົງທຳການເທດສະໜາຕໍ່ຝຸງຊົນ.

ໃນວັນເສົາວານນີ້ ພະສັນຕະປາປາ ຟຣານຊິສ ໄດ້ຊົງພົບປະກັບພວກທີ່ໄດ້ລອດພົ້ນ
ມາຈາກການລວນລາມດັ່ງກ່າວ ຈາກພວກນັກບວດ ເປັນເວລາດົນກວ່ານຶ່ງຊົ່ວໂມງ
ໃນ ໄອຣ໌ແລນ ໂດຍຢ່າງໜ້ອຍໄດ້ປະນາມຢ່າງແຮງຄັ້ງນຶ່ງ ໂດຍການກ່າວຕ້ອງຕິ
ຢ່າງໃຫຍ່ ຕໍ່ພວກນັກບວດທັງຫຼາຍ ທີ່ໄດ້ກະທຳຄວາມຜິດ ຫຼືບໍ່ກໍປິດບັງເລື້ອງດັ່ງກ່າວ
ໄວ້.

ທ້າວ ພອລ ເຣດມັອນ ຜູ້ນຶ່ງໃນຈຳນວນແປດຄົນ ທີ່ໄດ້ເຂົ້າພົບປະກັບພະສັນຕະປາປາ
ໄດ້ເອີ້ນພວກນັກບວດທີ່ກະທຳຄວາມຜິດທັງຫຼາຍວ່າ “ກາກາ” ຊຶ່ງແປວ່າ “ອາຈົມຂອງ
ຄົນ.”

ພະສັນຕະປາປາ ໄດ້ພົບປະກັບພວກທີ່ລອດພົ້ນອອກມາຈາກການລວນລາມດັ່ງກ່າວ
ຢູ່ທີ່ພັກຂອງຫົວໜ້າໂບດ Nuncio ໃນນະຄອນດັບບລິນ. ນະຄອນ ວາຕິກັງ ເວົ້າວ່າ
ຕົນຈະບໍ່ໃຫ້ຄວາມເຫັນໃດໆ ກ່ຽວກັບການສົນທະນາດັ່ງກ່າວ ໃນກອງປະຊຸມນັ້ນ ເຖິງ
ແມ່ນພວກທີ່ໄປເຂົ້າຮ່ວມ ຈະມີອິດສະຫຼະດ້ານການປາກເວົ້າທຸກຢ່າງກໍຕາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG